ຮອງລັດຖະມົນຕີ ກຕສ ເຂົ້າຮ່ວມກອງປະຊຸມ ຂໍ້ຕົກລົງກຸ່ມເພື່ອນມິດແຜນດໍາເນີນງານປັນຍາປະດິດ ຮິໂຣຊິມາ ຄັ້ງທີ 2
20/03/2026
ໃນລະຫວ່າງວັນທີ 15-16 ມີນາ 2026 ທີ່ຜ່ານມາ, ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມດ້ວຍຄະນະ ເດີນທາງໄປເຂົ້າຮ່ວມກອງປະຊຸມ ຂໍ້ຕົກລົງກຸ່ມເພື່ອນມິດແຜນດໍາເນີນງານປັນຍາປະດິດ ຮິໂຣຊິມາ ຄັ້ງທີ 2 (the 2nd Hiroshima AI Process Friends Group Meeting), ທີ່ນະຄອນຫຼວງໂຕກຽວ, ປະເທດ ຍີ່ປຸ່ນ.

ກອງປະຊຸມໃນຄັ້ງນີ້, ມີຈຸດປະສົງເພື່ອຊຸກຍູ້ການສ້າງສັງຄົມ ປັນຍາປະດິດ ທີ່ທຸກຄົນມີສ່ວນຮ່ວມ (inclusive AI society), ແນ່ໃສ່ການເຮັດໃຫ້ທຸກຄົນສາມາດໄດ້ຮັບຜົນປະໂຫຍດຈາກ AI ທີ່ມີຄວາມປອດໄພ, ໝັ້ນຄົງ ແລະ ເຊື່ອຖືໄດ້. ພ້ອມນີ້, ບັນດາຜູ້ນຳ ແລະ ນັກຊ່ຽວຊານຈາກຫລາຍປະເທດ ໄດ້ແລກປ່ຽນຄວາມຮູ້ ແລະ ປະສົບການ ກ່ຽວກັບທ່າອ່ຽງການຄຸ້ມຄອງ AI ໃນລະດັບໂລກ ໂດຍເນັ້ນໃສ່ການມີສ່ວນຮ່ວມຂອງຫຼາຍພາກສ່ວນ, ລວມທັງບັນດາປະເທດກຳລັງພັດທະນາ. ກອງປະຊຸມດັ່ງກ່າວນີ້ ຖືເປັນອີກບາດກ້າວສຳຄັນໃນການຫັນປ່ຽນເຈດຈຳນົງລະດັບສາກົນ ໄປສູ່ການປະຕິບັດຕົວຈິງ ເພື່ອຮັບປະກັນວ່າ ເຕັກໂນໂລຊີ AI ຈະຖືກນຳໃຊ້ຢ່າງມີຈັນຍາບັນ ແລະ ສ້າງຜົນປະໂຫຍດໃຫ້ກັບມະນຸດຢ່າງທົ່ວເຖິງ ໂດຍໝາກຜົນທີ່ສຳຄັນທີ່ສຸດຂອງກອງປະຊຸມຄັ້ງນີ້ ແມ່ນໄດ້ມີການເປີດຕົວ “ແຜນປະຕິບັດງານຂໍ້ຕົກລົງກຸ່ມເພື່ອນມິດແຜນດໍາເນີນງານປັນຍາປະດິດ ຮິໂຣຊິມາ 2026” (Hiroshima AI Process Friends Group Action Plan 2026) ທີ່ບັນດາສະມາຊິກຂອງ Hiroshima AI ໄດ້ກໍາໜົດແຜນການຊ່ວຍເຫຼືອແບບສະໝັກໃຈ ເຊັ່ນ: ການຈັດກອງປະຊຸມຝຶກອົບຮົມກ່ຽວກັບຫຼັກການ AI, ການແລກປ່ຽນບົດຮຽນ ແລະ ການສ້າງຂີດຄວາມສາມາດດ້ານ AI, ການພັດທະນາຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານ ແລະ ແອັບພລິເຄຊັນທີ່ຮອງຮັບຫຼາຍພາສາ ແລະ ອື່ນໆ ຫຼາຍກວ່າ 20 ໂຄງການ.

ໃນໂອກາດເຂົ້າຮ່ວມກອງປະຊຸມ, ຄະນະຜູ້ແທນຂອງ ສປປ ລາວ ນໍາໂດຍ ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ພົບປະສອງຝ່າຍກັບຄະນະຜູ້ແທນຂອງ ປະເທດຍີ່ປຸ່ນ ນໍາໂດຍ ທ່ານ ນາງ ໂຮຣິອຸຈິໂນຣິໂກະ ຮອງລັດຖະມົນຕີ ກະຊວງພາຍໃນ ແລະ ການສື່ສານ ປະເທດຍີ່ປຸ່ນ. ການພົບປະສອງຝ່າຍຄັ້ງນີ້ ໄດ້ຕີລາຄາສູງຕໍ່ສາຍພົວພັນ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ແລະ ໄດ້ເປັນເອກະພາບຮ່ວມກັນຕໍ່ ສາຍພົວພັນຮ່ວມມືຍຸດທະສາດຮອບດ້ານ. ໂດຍສະເພາະ ການຮ່ວມມືລະຫວ່າງສອງກະຊວງໄລຍະຜ່ານມາ. ນອກນີ້, ທັງສອງຝ່າຍຍັງໄດ້ເນັ້ນໜັກປຶກສາຫາລື ກ່ຽວກັບການສືບຕໍ່ສະໜັບສະໜູນ ແລະ ການຮ່ວມມືກັນໃນຕໍ່ໜ້າ ເປັນຕົ້ນ: ດ້ານຊັບພະຍາກອນມະນຸດ, ດ້ານປັນຍາປະດິດ, ສູນຂໍ້ມູນ ແລະ ຄວາມປອດໄພດ້ານໄຊເບີ້.

