23/03/2026
ເພື່ອສະເຫຼີມສະຫຼອງວັນທີ 8 ມີນາ ຄົບຮອບ 116 ປີ. ໃນຕອນເຊົ້າຂອງວັນທີ 19 ມີນາ 2026 ຜ່ານມາ, ສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີເປີດງານຕະຫຼາດນັດຂາຍເຄື່ອງ ເພື່ອສ້າງລາຍຮັບເຂົ້າຄັງຂອງສະຫະພັນແມ່ຍິງອອ້ມຂ້າງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຂຶ້ນທີ່ເດີ່ນສໍານັກງານ ກຕສ (ເຂດສາຍລົມ). ໃຫ້ກຽດເປັນປະທານເປີດງານ ໂດຍ ທ່ານ ປະລິຍາເອກ ສັນຕິສຸກ ສິມມາລາວົງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກຕສ, ມີຄະນະນຳກະຊວງ, ບັນດາກົມ/ທຽບເທົ່າ, ປະທານສະຫະພັນແມ່ຍິງ ກຕສ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ, ປະທານກຳມະບານກະຊວງ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ແລະ ເອື້ອຍນ້ອງແມ່ຍິງຈາກຮາກຖານ ແລະ ໜ່ວຍສະຫະພັນແມ່ຍິງ ອອ້ມຂ້າງກະຊວງ ເຂົ້າຮ່ວມຫຼາຍກວ່າ 100 ທ່ານ.

ງານຕະຫຼາດນັດດັ່ງກ່າວ ແມ່ນຈັດໂດຍສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຊີ່ງເປັນກິດຈະກຳງານຕະຫຼາດນັດຂາຍເຄື່ອງ ເພື່ອສ້າງລາຍຮັບເຂົ້າຄັງຂອງສະຫະພັນແມ່ຍິງອອ້ມຂ້າງ ກຕສ. ຊື່ງຈັດຂຶ້ນເປັນເວລາ 02 ວັນ (ໃນລະຫວ່າງວັນທີ 19-20 ມີນາ 2026), ຊື່ງມີຫຼາຍກວ່າ 20 ຮ້ານ ທີ່ເຂົ້າຮ່ວມງານຕະຫຼາດນັດໃນຄັ້ງນີ້. ສິນຄ້າ ແລະ ຜະລິດຕະພັນຕ່າງໆ ທີ່ບັນດາສະມາຊິກແມ່ຍິງ ນໍາມາວາງຈໍາໜ່າຍໃນງານຄັ້ງນີ້, ແມ່ນມີລາກຫຼາຍສິນຄ້າເຄື່ອງໃຊ້ສ້ອຍ ແລະ ອາຫານເຄື່ອງດື່ມ ໂດຍສະເພາະ ມີຜະລິດຕະພັນກະຊິກໍາ ທີ່ທາງສະມາຊິກແມ່ຍິງເປັນຜູ້ເຮັດເອງ, ປູກຝັງ ແລະ ລ້ຽງເອງ ເຊັ່ນ: ໄຂ່ເປັດ, ໄຂ່ໄກ່, ຜັກປອດສານຜິດ, ດອກໄມ້ປະດັບ, ເຂົ້າໜົມ ແລະ ອື່ນໆ.
.jpeg)
.jpeg)
ໄລຍະ 2 ວັນ ທີ່ດໍາເນີນກິດຈະກຳຕະຫຼາດນັດດັ່ງກ່າວນີ້, ໄດ້ສ້າງຂະບວນການຢ່າງຟົດຟື້ນ ແລະ ເຕັມໄປດ້ວຍບັນຍາກາດຂອງຄວາມສາມັກຄີເປັນປຶກແຜ່ນ, ການອຸດໜູນຊ່ວຍເຫຼືອເຊີ່ງກັນ ແລະ ກັນ ແລະ ເຕັມໄປດ້ວຍໄມຕີຈິດ ມິດຕະພາບ ເພື່ອສະເຫຼີມສະຫຼອງວັນທີ 8 ມີນາ ຄົບຮອບ 116 ປີ ໃຫ້ຕິດພັນກັບການຂັບເຄື່ອນວຽກງານວິຊາສະເພາະໃນຂະແໜງເຕັກໂນໂລຊີ ແລະ ການສື່ສານ ໃຫ້ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

.jpeg)

ຂ່າວ: ສະຫະພັນແມ່ຍິງ ກຕສ.

