24/03/2026
ໃນຕອນເຊົ້າຂອງວັນທີ 24 ມີນາ 2026, ໄດ້ມີພິທີເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ ແລະ ພິທີປະກາດບົ່ງໂຕແຕ່ງຕັ້ງເລຂາ ແລະ ຮອງເລຂາໜ່ວຍພັກ ຂອງໜ່ວຍພັກຮາກຖານ ບໍລິສັດ ໄປສະນີລາວ ຈຳກັດ. ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີ ໂດຍ ສະຫາຍ ວຽງທອນ ຫຼວງໄຊ ເລຂາຄະນະພັກຮາກຖານ ບໍລິສັດໄປສະນີລາວ ຈຳກັດ, ມີບັນດາສະຫາຍ ກຳມະການຄະນະພັກຮາກຖານ, ປະທານກວດກາ, ແຂກຈາກກົມໄປສະນີ, ກົມຈັດຕັ້ງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ພ້ອມດ້ວຍສະມາຊິກພັກພາຍໃນ ປນລ ເຂົ້າຮ່ວມ ຢ່າງພ້ອມພຽງ.


ໃນພິທີ, ສະຫາຍ ວຽງຄຳ ໄຊຍາວົງ ກຳມະການ, ປະທານກວດກາຄະນະພັກຮາກຖານ ບໍລິສັດໄປສະນີລາວ ຈຳກັດ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກ ກຕສ ວ່າດ້ວຍ ການເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ ຈຳນວນ 05 ສະຫາຍ, ຍິງ 04 ສະຫາຍ. ພິທີດັ່ງກ່າວ ສະຫາຍ ສົມຈິດ ອິນທິລາດວົງສີ ຮອງເລຂາຄະນະພັກຮາກຖານ ບໍລິສັດໄປສະນີລາວ ຈຳກັດ ກໍໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກ ກຕສ, ວ່າດ້ວຍການອະນຸມັດບົ່ງໂຕແຕ່ງຕັ້ງ ເລຂາ ແລະ ຮອງເລຂາໜ່ວຍພັກ ຈຳນວນ 03 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ບໍລິສັດໄປສະນີລາວ ຈຳກັດ ຈຳນວນ 03 ສະຫາຍ, ຍິງ 01 ສະຫາຍ.


ໂອກາດນີ້, ສະຫາຍ ເລຂາຄະນະພັກຮາກຖານ ບໍລິສັດໄປສະນີລາວ ຈຳກັດ ຍັງໃຫ້ກຽດຂຶ້ນມອບມະຕິຕົກລົງ ໃຫ້ແກ່ ບັນດາສະມາຊິກພັກສົມບູນ ແລະ ມອບມະຕິຕົກລົງໃຫ້ແກ່ເລຂາ ແລະ ຮອງເລຂາໜ່ວຍພັກ ພ້ອມທັງໄດ້ໂອ້ລົມຕໍ່ກອງປະຊຸມ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ສະມາຊິກພັກ ຜັນຂະຫຍາຍເຂົ້າສູ່ວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.




