ກອງປະຊຸມລະດົມຄວາມຄິດໃສ່ຮ່າງດຳລັດ DDG ແລະ E-GIF ເພື່ອຫັນເປັນລັດຖະບານດິຈິຕອນ ຢ່າງເປັນລະບົບ.

25/03/2026

ກອງປະຊຸມລະດົມຄວາມຄິດໃສ່ຮ່າງດຳລັດ DDG ແລະ E-GIF ເພື່ອຫັນເປັນລັດຖະບານດິຈິຕອນ ຢ່າງເປັນລະບົບ.

 

ໃນວັນທີ 19-20 ມີນາ 2026 ທີ່ຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ຂອງສູນອິນເຕີເນັດ, ສູນບໍລິຫານລັດດິຈິຕອນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມເປີດກວ້າງເພື່ອລະດົມແນວຄວາມຄິດໃສ່ ຮ່າງດຳລັດວ່າດ້ວຍການຄຸ້ມຄອງຂໍ້ມູນດິຈິຕອນຂອງລັດ (Digital Data Governance - DDG) ແລະ ດຳລັດວ່າດ້ວຍມາດຕະຖານການເຊື່ອມຕໍ່ລະບົບບໍລິຫານລັດດິຈິຕອນ (Lao Government Interoperability Framework ຫຼື Lao E-GIF). ໃຫ້ກຽດເປັນປະທານໂດຍ ທ່ານ ແກ້ວວິສຸກ ໂສລະພົມ
ຮອງລັດຖະມົນຕີ ກຕສ, ມີຜູ້ເຂົ້າຮ່ວມຈາກບັນດາກະຊວງ ແລະ ບັນດາກົມ, ສູນ, ສະຖາບັນ, ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ (ພຕສ) ໃນທົ່ວປະເທດ ພ້ອມດ້ວຍຜູ້ຕາງໜ້າຈາກບໍລິສັດ ພັດທະນາດ້ານເຕັກໂນໂລຊີດິຈິຕອນໃນ ສປປ ລາວ ລວມທັງຫມົດ 40 ທ່ານ.

:

ການສ້າງສອງດຳລັດນີ້, ແມ່ນໜຶ່ງໃນວຽກງານປັບປຸງນິຕິກຳທີ່ນອນໃນເສົາຄໍ້າ "ລັດຖະບານດິຈິຕອນ" ເພື່ອໃຫ້ສອດຄ່ອງກັບ ຍຸດທະສາດການບໍລິຫານລັດແບບດິຈິຕອນ 10 ປີ (2026-2035). ຜ່ານມາ, ການພັດທະນາລະບົບເຕັກໂນໂລຊີໃນ ສປປ ລາວ ແມ່ນມີລັກສະນະບໍ່ລວມສູນ ເຮັດໃຫ້ເກີດຄວາມຫຍຸ້ງຍາກໃນການເຊື່ອມຕໍ່ ແລະ ນຳໃຊ້ຂໍ້ມູນຮ່ວມກັນແບບລວມສູນ. ນອກຈາກນີ້, ຍັງມີບັນຫາເລື່ອງຄວາມຍືນຍົງຂອງໂຄງການ ໂດຍສະເພາະໂຄງການທີ່ພັດທະນາໂດຍຄູ່ຮ່ວມມືຈາກຕ່າງປະເທດ. ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວ, ກຕສ ໄດ້ເລີ່ມຄົ້ນຄວ້າ ແລະ ຮຽບຮຽງຮ່າງດຳລັດເຫຼົ່ານີ້ມາແຕ່ຕົ້ນປີ 2025 ໂດຍໄດ້ຖອດຖອນບົດຮຽນຈາກສາກົນ ແລະ ບັນດາປະເທດອາຊຽນ ພ້ອມທັງໄດ້ຮັບການປຶກສາຫາລື ແລະ ປະເມີນຄວາມພ້ອມຈາກຊ່ຽວຊານ ສສ ເກົາຫຼີ ເພື່ອໃຫ້ເນື້ອໃນມີຄວາມສົມບູນ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ.

:

          ຈຸດປະສົງຂອງກອງປະຊຸມ ແມ່ນໄດ້ສຸມໃສ່ການຄົ້ນຄວ້າເນື້ອໃນສຳຄັນຂອງ 2 ຮ່າງດຳລັດ ຄື:ດຳລັດ ວ່າດ້ວຍ ການຄຸ້ມຄອງຂໍ້ມູນດິຈິຕອນຂອງລັດ (DDG) ເນັ້ນໃສ່ການຄຸ້ມຄອງການສ້າງ, ການເກັບຮັກສາ, ການນຳໃຊ້, ການແບ່ງປັນ ແລະ ການເຜີຍແຜ່ຂໍ້ມູນດິຈິຕອນຂອງອົງການຈັດຕັ້ງລັດ ເພື່ອຮັບປະກັນໃຫ້ ການຄຸ້ມຄອງຂໍ້ມູນພາກລັດ ໃຫ້ມີຄວາມຖືກຕ້ອງ, ປອດໄພ, ເຂົ້າເຖິງງ່າຍ ແລະ ສາມາດນຳໃຊ້ເຂົ້າໃນການຕັດສິນບັນຫາ ແລະ ການບໍລິຫານລັດ ຢ່າງມີປະສິດທິພາບ, ດຳລັດ ວ່າດ້ວຍ ມາດຕະຖານການເຊື່ອມຕໍ່ລະບົບບໍລິຫານລັດດິຈິຕອນ (Lao E-GIF) ເປັນຄູ່ມື ແລະ ຄຳແນະນຳດ້ານເຕັກນິກ ສຳລັບການພັດທະນາ ຫຼື ປັບປຸງລະບົບບໍລິຫານລັດດິຈິຕອນ. ຜູ້ພັດທະນາຕ້ອງປະຕິບັດຕາມມາດຕະຖານດຽວກັນ ເພື່ອຮັບປະກັນໃຫ້ລະບົບຕ່າງໆ ຂອງພາກລັດສາມາດເຊື່ອມຕໍ່ ແລະ ເຮັດວຽກຮ່ວມກັນໄດ້.

:

ກອງປະຊຸມໄດ້ດຳເນີນໄປເປັນເວລາ 02 ວັນ ບັນດາຜູ້ເຂົ້າຮ່ວມທັງພາກລັດ ແລະ ເອກະຊົນ ໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ເປັນເອກະພາບໃນຫຼາຍປະເດັນ ເປັນຕົ້ນແມ່ນ: ຄວາມເປັນໄປໄດ້ໃນການຈັດຕັ້ງປະຕິບັດ, ຮູບແບບມາດຕະຖານຂໍ້ມູນ, ການກຳນົດພາສາໃນການພັດທະນາ ແລະ ມາດຕະຖານດ້ານເຕັກນິກຕ່າງໆ.

:

ໃນຕອນທ້າຍ, ປະທານກອງປະຊຸມ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທຸກພາກສ່ວນ ທີ່ໄດ້ເສຍສະລະເວລາ ແລະ ປະກອບສ່ວນແນວຄວາມຄິດອັນມີຄຸນຄ່າ ເພື່ອເຮັດໃຫ້ຮ່າງດຳລັດທັງ 2 ສະບັບນີ້ ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ແທດເໝາະກັບສະພາບຄວາມເປັນຈິງຂອງ ສປປ ລາວ ໃນປັດຈຸບັນ. ຂ່າວ ສູນບໍລິຫານລັດດິຈິຕອນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ