01/04/2026
ໃນວັນທີ 1 ເມສາ 2026, ທ່ານ ປອ. ນາງ ໃຈມາລີ ພະກະຊຸມ, ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ສຕສ), ໄດ້ເຂົ້າຮ່ວມ ແລະ ກ່າວມີຄໍາເຫັນເປີດການແຂ່ງຂັນຮອບຊີງຊະນະເລີດລະດັບຊາດ ຂອງ ສປ ຈີນ ໃນຂອບການແຂ່ງຂັນການພັດທະນາທັກສະ ແລະ ນະວັດຕະກໍາເຕັກໂນໂລຊີ ໜຶ່ງແລວ ໜຶ່ງເສັ້ນທາງ ແລະ ກຸ່ມປະເທດ BRICS ປະຈໍາປີ 2026 (2026 Belt and Road and BRICS Competition of Skills Development and Technology Innovation), ຜ່ານລະບົບກອງປະຊຸມທາງໄກ (Online).
:
ໃນພິທີດັ່ງກ່າວ, ທ່ານ ປອ. ນາງ ໃຈມາລີ ພະກະຊຸມ ໄດ້ເນັ້ນໜັກເຖິງຄວາມສໍາຄັນ ຂອງຫົວຂໍ້ການແຂ່ງຂັນໃນປີນີ້ ຄື: "ການເຊື່ອມໂຍງນະວັດຕະກໍາເຕັກໂນໂລຊີ ເພື່ອຊຸກຍູ້ອຸດສາຫະກໍາໃໝ່" (Integrating Technological Innovation to Empower New Industry), ເຊິ່ງສອດຄ່ອງກັບວິໄສທັດການພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ. ໃນຍຸກແຫ່ງການຫັນເປັນດິຈິຕອນ, ການສຸມໃສ່ການພັດທະນາແບບຍືນຍົງ, ການນໍາໃຊ້ປັນຍາປະດິດ (AI) ແລະ ພະລັງງານສະອາດ ແມ່ນປັດໄຈທີ່ຈໍາເປັນຢ່າງຍິ່ງ ສໍາລັບອານາຄົດຂອງພວກເຮົາ. ພ້ອມດຽວກັນນີ້, ທ່ານຍັງໄດ້ຍົກໃຫ້ເຫັນ ເຖິງການຮ່ວມມື: ໂຄງການໜຶ່ງແລວໜື່ງເສັ້ນທາງ (Belt and Road Initiative) ແລະ ການຮ່ວມມືກັບກຸ່ມປະເທດ BRICS ປຽບເໝືອນຂົວຕໍ່ທີ່ສໍາຄັນ ໃນການເຊື່ອມໂຍງຊັບພະຍາກອນມະນຸດທີ່ມີພອນສະຫວັນໃນພາກພື້ນອາຊຽນ ເຂົ້າກັບຄວາມຊ່ຽວຊານລະດັບສາກົນ ເພື່ອສ້າງລະບົບນິເວດທີ່ຊຸກຍູ້ການພັດທະນາທັກສະ ແລະ ເຕັກໂນໂລຊີທີ່ທັນສະໄໝ ເພື່ອຮັບປະກັນວ່າຈະບໍ່ມີປະເທດໃດຖືກຖິ້ມໄວ້ຂ້າງຫຼັງໃນຍຸກແຫ່ງຄວາມແຕກໂຕນທາງດິຈິຕອນ. ພ້ອມນີ້, ທ່ານໄດ້ກ່າວໃຫ້ກໍາລັງໃຈແກ່ຜູ້ເຂົ້າຮ່ວມການແຂ່ງຂັນ ທີ່ເປັນຕົວແທນຂອງນັກປະດິດສ້າງຮຸ່ນໃໝ່ ໃນການສ້າງສັນຜົນງານ ບໍ່ວ່າຈະເປັນດ້ານການບໍລິຫານລັດແບບອັດສະລິຍະ (Smart Governance), ກະສິກໍາດິຈິຕອນ ຫຼື ເຕັກໂນໂລຊີ Metaverse ເພື່ອເປັນແຮງຂັບເຄື່ອນໃນການປ່ຽນແປງຊີວິດການເປັນຢູ່ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດໃນພາກພື້ນ. ພ້ອມທັງ ໄດ້ອວຍພອນໃຫ້ການແຂ່ງຂັນໃນຄັ້ງນີ້ປະສົບຜົນສໍາເລັດຢ່າງສະຫງ່າງາມ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ເຫັນບັນດາໂຄງການທີ່ມີລັກສະນະຮູບປະທໍາ ທີ່ສາມາດນໍາໄປໃຊ້ໃຫ້ເກີດປະໂຫຍດຕົວຈິງໃນອະນາຄົດ.
ວິດີໂອ ແລະ ເນື້ອໃນຂ່າວ: ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.
ສ້າງດາວໂຫລດວິດີໂອ: https://g-drive.gov.la/index.php/s/8mcJYN3HaYpXp45

