ພິທີລົງນາມເຊັນບົດບັນທຶກວ່າດ້ວຍຄວາມເຂົ້າໃຈ (MOU) ກ່ຽວກັບ ການຮ່ວມມື ການວາງແຜນເຕັກໂນໂລຊີ,ການກວດສອບ-ທົດລອງເຕັກໂນໂລຊີ ແລະ ການພັດທະນາສູນຂໍ້ມູນເມືອງອັດສະລິຍະ

01/04/2026

ພິທີລົງນາມເຊັນບົດບັນທຶກວ່າດ້ວຍຄວາມເຂົ້າໃຈ (MOU) ກ່ຽວກັບ ການຮ່ວມມື ການວາງແຜນເຕັກໂນໂລຊີ,ການກວດສອບ-ທົດລອງເຕັກໂນໂລຊີ ແລະ ການພັດທະນາສູນຂໍ້ມູນເມືອງອັດສະລິຍະ

ໃນຕອນເຊົ້າຂອງວັນທີ 27 ມີນາ 2026, ທີ່ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການນໍາໃຊ້ເຕັກໂນໂລຊີ ເພື່ອພັດທະນາ ແລະ ບໍລິຫານຖານຂໍ້ມູນເມືອງອັດສະລິຍະ ແລະ ພິທີລົງນາມເຊັນບົດບັນທຶກວ່າດ້ວຍຄວາມເຂົ້າໃຈ (MOU) ກ່ຽວກັບ ການຮ່ວມມື ການວາງແຜນເຕັກໂນໂລຊີ,ການກວດສອບ-ທົດລອງເຕັກໂນໂລຊີ ແລະ ການພັດທະນາສູນຂໍ້ມູນເມືອງອັດສະລິຍະ  ລະຫວ່າງ ກົມເຕັກໂນໂລຊີ ແລະ ນະວັດຕະກຳ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະມາຄົມ ເຕັກໂນໂລຊີ ການກວດສອບ-ທົດລອງເຕັກໂນໂລຊີ ແລະ ສະມາຄົມເມືອງອັດສະລິຍະຂອງ ສປ ເກົາຫລີ.

ກອງປະຊຸມສໍາມະນາ ໄດ້ຮັບຟັງການບັນຍາຍ ກ່ຽວກັບ ການນຳໃຊ້ເຕັກໂນໂລຊີ ເພື່ອພັດທະນາສູນຂໍ້ມູນເມືອງອັດສະລິຍະ, ຄວາມສາມາດດ້ານເຕັກໂນໂລຊີພູມສາດ ເພື່ອການພັດທະນາພື້ນຖານໂຄງລ່າງອັດສະລິຍະ ແລະ ກໍລະນີສຶກສາ ການຄຸ້ມຄອງຄວາມປອດໄພດ້ານອຸໂມງໃນຕົວເມືອງ ແລະ ຄວາມລາດຊັນ (ຄວາມອຽງ) ຂອງຫົນທາງ ໂດຍອີງໃສ່ປັນຍາປະດິດທາງພູມສາດ ຈາກຜູ້ຊ່ຽວຊານ ແລະ ຜູ້ບໍລິຫານ ຈາກ ສ. ເກົາຫຼີ. ກ່ຽວກັບ ການວາງແຜນເຕັກໂນໂລຊີ, ການກວດສອບ-ທົດລອງເຕັກໂນໂລຊີ ແລະ ການພັດທະນາສູນຂໍ້ມູນເມືອງອັດສະລິຍະ. ຊຶ່ງປັດຈຸບັນໂລກກໍາລັງເຂົ້າສູ່ຍຸກດິຈິຕອນ ແລະ ເຕັກໂນໂລຊີສະໄໝໃໝ່ ເຊັ່ນ: ປັນຍາປະດິດ (AI), ຂໍ້ມູນຂະໜາດໃຫຍ່ (Big Data), ແລະ Digital Twin ໂດຍໄດ້ມີບົດບາດສໍາຄັນ ໃນການປ່ຽນແປງຮູບແບບການຄຸ້ມຄອງລັດ, ຄູ້ມຄອງສັງຄົມ ແລະ ການພັດທະນາ. ສໍາລັບ ສປປ ລາວ ໄດ້ກຳນົດທິດທາງການພັດທະນາຢ່າງຊັດເຈນ ຜ່ານຍຸດທະສາດພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໂດຍເນັ້ນໃສ່ການນໍາເອົາເຕັກໂນໂລຊິມາປັບໃຊ້ ເພື່ອຍົກລະດັບການຄຸ້ມຄອງລັດ, ການບໍລິການ, ການບໍລິຫານ ແລະ ການສ້າງເສດຖະກິດໃໝ່ ມາຍົກລະດັບການຄຸ້ມຄອງລັດໃຫ້ດີຂື້ນ.

ໃນພິທີລົງນາມຄັ້ງນີ້, ຕາງໜ້າກະຊວງເຕັກໂນໂລຊີ ແລະ ການສື່ສານ ລົງນາມໂດຍ ທ່ານ ວິໄລສອນ ບຸບຜາ ລັດ, ຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ, ຕາງໜ້າສະມາຄົມເມືອງອັດສະລິຍະ ແລະ ບໍລິສັດ D.PRE ຈາກ ສາທາລະນະ ລັດເກົາຫຼີ ໂດຍ ທ່ານ KWIHYUN HWANG ແລະ ທ່ານ KUN WOO KO, ປະທ່ານບໍລິຫານ ບໍລິສັດ D.PRE ຈາກ ສາທາລະນະ ລັດເກົາຫຼີ. ໂດຍການເປັນສັກຂີພິຍານຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກຕສ ມີທ່ານຮອງລັດຖະມົນຕີ ກຕສ, ບັນດາກົມ/ທຽບເທົ່າ ພາຍໃນ ກຕສ ແລະ ແຂກທີ່ຖືກເຊີນ.

ຂໍ້ມູນ: ກົມເຕັກໂນໂລຊີ ແລະ ນະວັດຕະກຳ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ