ຄະນະນຳກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າອວຍພອນ ກະຊວງ ປກສ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ

02/04/2026

ຄະນະນຳກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າອວຍພອນ ກະຊວງ ປກສ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ

     ​ໃນຕອນແລງຂອງວັນທີ 1 ເມສາ 2026, ທີ່ກະຊວງປ້ອງກັນຄວາມສະຫງົບ, ຄະນະນຳ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ນຳໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມດ້ວຍ ທ່ານ ຮອງລັດຖະມົນຕີ 03 ທ່ານ, ຄະນະນຳ ກຕສ ໄດ້ນຳເອົາ ກະຕ່າຂອງຂວັນ ເຂົ້າອວຍພອນຄະນະນຳກະຊວງ ປກສ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ (5 ເມສາ 1961 -
5 ເມສາ 2026) ທີ່ໃກ້ຈະມາເຖິງນີ້ ໃຫ້ການຕ້ອນຮັບໂດຍ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ.

     ​ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ກຕສ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງທີ່ກຳລັງປ້ອງກັນຄວາມສະຫງົບຍາດມາໄດ້ຕະຫຼອດໄລຍະ 65 ປີ ຜ່ານມາ ໂດຍສະເພາະ ແມ່ນການຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຮຽບຮ້ອຍ ແລະ ຄວາມປອດໄພໃນສັງຄົມ, ພ້ອມກ່າວຄຳອວຍພອນໄຊອັນປະເສີດໃຫ້ແກ່ຄະນະນຳກະຊວງ ປກສ ທຸກຂັ້ນ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດທຸກສະຫາຍ ຂໍໃຫ້ມີສຸຂະພາບແຂງແຮງ, ມີຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດ ແລະ ສືບຕໍ່ເປັນກຳລັງຫຼັກແຫຼ່ງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຮຸ່ງເຮືອງສີວິໄລຂຶ້ນໄປເລື້ອຍໆ.

     ໂອກາດນີ້, ພົທ ວັນທອງ ກອງມະນີ ໄດ້ຕາງໜ້າຄະນະພັກ-ຄະນະນຳ, ນາຍ ແລະ ພົນຕຳຫຼວດທົ່ວກຳລັງ ປກສ ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ທີ່ໄດ້ສະຫຼະເວລາອັນມີຄຸນຄ່າເຂົ້າມາອວຍພອນໃນຄັ້ງນີ້. ພ້ອມນັ້ນ, ກໍຈະສືບຕໍ່ຮັດແໜ້ນສາຍພົວພັນການຮ່ວມມື ແລະ ປະສານສົມທົບຢ່າງໃກ້ຊິດກັບທັງສອງກະຊວງ ເພື່ອຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ ແນໃສ່ເຮັດໃຫ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ແລະ ເຕັກໂນໂລຊີ ໃຫ້ມີຄວາມທັນສະໄໝ ແລະ ເຂັ້ມແຂງໃນອະນາຄົດ.

ຂ່າວ ແລະ ພາບ ທ່ານ ພຸດດາວອນ ພາສຸວັນ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ