ສູນບໍລິຫານລັດດິຈິຕອນ ຮ່ວມກັບ ບໍລິສັດ ພູນຜົນນະຄອນ ຈຳກັດ ຮ່ວມລົງນາມ ສຶກສາຄວາມເປັນໄປໄດ້ໃນການພັດທະນາລະບົບ ລວມສູນການບໍລິການລັດດິຈິຕອນ (Public Service Portal)

03/04/2026

ສູນບໍລິຫານລັດດິຈິຕອນ ຮ່ວມກັບ ບໍລິສັດ ພູນຜົນນະຄອນ ຈຳກັດ ຮ່ວມລົງນາມ ສຶກສາຄວາມເປັນໄປໄດ້ໃນການພັດທະນາລະບົບ ລວມສູນການບໍລິການລັດດິຈິຕອນ (Public Service Portal)

ໃນວັນທີ 02 ມີນາ 2026, ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ ພູນຜົນນະຄອນ ຈຳກັດ (PPN) ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຮ່ວມກັນ ສຶກສາຄວາມເປັນໄປໄດ້ໃນການພັດທະນາລະບົບ ລວມສູນການບໍລິການລັດດິຈິຕອນ (Public Service Portal ). ພິທີດັ່ງກ່າວ ໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຮອງລັດຖະມົນຕີ, ປະທານ ບໍລິສັດ, ຄະນະກົມ/ທຽບເທົ່າ ພາຍໃນກະຊວງ ແລະ ຜູ້ຕາງໜ້າ ຈາກ ບໍລິສັດ ພູນຜົນນະຄອນ ຈຳກັດ ລວມທັງໝົດ 45 ທ່ານ.

ການພັດທະນາລະບົບ ລວມສູນການບໍລິການລັດດິຈິຕອນ (Public Service Portal ) ແມ່ນໜຶ່ງໃນວຽກງານ ພັດທະນາພລັດຟອມ (Platform) ໃຫ້ການບໍລິການພາກສ່ວນລັດ ຊຶ່ງເປັນຂໍ້ລິເລີ່ມໜຶ່ງທີ່ນອນໃນແຜນງານຂອງເສົາຄໍ້າ "ລັດຖະບານດິຈິຕອນ" ຂອງຍຸດທະສາດພັດທະນາເສດຖະກິດດິຈິຕອນ (2021-2040) ແລະ ສອດຄ່ອງກັບ ແຜນຍຸດທະສາດການບໍລິຫານລັດແບບດິຈິຕອນ 10 ປີ (2026-2035).

ໃນພິທີດັ່ງກ່າວ, ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ຂຶ້ນລາຍງານ ກ່ຽວກັບການຮ່ວມມືນີ້ວ່າ: ການພັດທະນາລະບົບບໍລິການລັດດິຈິຕອນ ຈະເປັນຈຸດປ່ຽນທີ່ສຳຄັນໃນການປະຕິຮູບການບໍລິຫານລັດ ແລະ ການບໍລິການຂອງລັດ ເພື່ອຫັນໄປສູ່ຄວາມທັນສະໄໝ. ນີ້ບໍ່ພຽງແຕ່ແມ່ນການນຳໃຊ້ເຕັກໂນໂລຊີເທົ່ານັ້ນ, ແຕ່ແມ່ນການສ້າງຄວາມເຊື່ອໝັ້ນ, ຄວາມໂປ່ງໃສ ແລະ ຄວາມສະດວກສະບາຍໃຫ້ແກ່ພໍ່ແມ່ປະຊາຊົນ, ບຸກຄົນ ແລະ ນິຕິບຸກຄົນ ໃນການເຂົ້າເຖິງການບໍລິການຂອງພາກລັດ ໄດ້ທຸກບ່ອນ ແລະ ທຸກເວລາ.

:

ຈຸດປະສົງຫຼັກຂອງການລົງນາມໃນຄັ້ງນີ້, ແມ່ນເພື່ອໃຫ້ທັງສອງຝ່າຍໄດ້ຮ່ວມກັນສຶກສາບົດວິພາກເສດຖະກິດ-ເຕັກນິກ (ບົດ FS) ຢ່າງລະອຽດ.

ເປົ້າໝາຍແມ່ນ:

- ເພື່ອໃຫ້ເປັນຂໍ້ມູນ ໃນການກຳນົດແນວທາງການພັດທະນາລະບົບການທັນສະໄໝ ແລະ ລວມສູນ ຂອງລັດຖະບານ;

- ເພື່ອຮ່ວມມືໃນການພັດທະນາລະບົບລວມສູນການບໍລິການໃນອະນາຄົດໃຫ້ເປັນຈິງ;

- ການສ້າງຄວາມຍືນຍົງ ໃນການພັດທະນາເສດຖະກິດ ແລະ ສັງຄົມ ດ້ວຍຮູບແບບດິຈິຕອນຂອງ ສປປ ລາວ.

ກ່ຽວກັບແຜນການຈັດຕັ້ງປະຕິບັດນັ້ນ ແມ່ນຈະດຳເນີນໄປໄລຍະ 6 ເດືອນ, ພາຍຫຼັງສຳເລັດການສຶກສາ ແລະ ເຫັນວ່າມີຄວາມເປັນໄປໄດ້ສູງ, ທັງສອງຝ່າຍ ຈະຄົ້ນຄວ້າພິຈາລະນາຮັບຮອງ ແລະ ກ້າວໄປສູ່ການເຊັນສັນຍາຮ່ວມມືພັດທະນາລະບົບຕົວຈິງໃນຂັ້ນຕໍ່ໄປ.

ຂ່າວ: ສູນບໍລິຫານລັດດິຈິຕອນ

ພາບ: ພຸດດາວອນ ພາສຸວັນ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ