ກຕສ ພົບປະກັບ ກະຊວງພັດທະນາດິຈິຕອນ, ການສື່ສານ ແລະ ສື່ມວນຊົນ ສ.ຣັດເຊຍ

03/04/2026

ກຕສ ພົບປະກັບ ກະຊວງພັດທະນາດິຈິຕອນ, ການສື່ສານ ແລະ ສື່ມວນຊົນ ສ.ຣັດເຊຍ

ໃນວັນທີ 3 ເມສາ 2026 ນີ້, ທີ່ ໂຮງແຮມຄຣາວພາຊາ (CROWNE PLAZA), ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມຄະນະ ໄດ້ພົບປະສອງຝ່າຍ ຮ່ວມກັບທ່ານ Alexander Shoitov, ຮອງລັດຖະມົນຕີກະຊວງພັດທະນາດິຈິຕອນ, ການສື່ສານ ແລະ ສື່ມວນຊົນ ສ. ຣັດເຊຍພ້ອມຄະນະ ເນື່ອງໃນໂອກາດ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 02-05 ເມສາ 2026.

ໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທ່ານ Alexander Shoitov ພ້ອມດ້ວຍຄະນະ ທີ່ໄດ້ມາເຮັດວຽກພົບປະສອງຝ່າຍໃນຄັ້ງນີ້, ຊື່ງສອງຝ່າຍແມ່ນຢູ່ໃນທ່າມກາງບັນຍາກາດທີ່ຮ່ວມກັນສະເຫຼີມສະຫຼອງ ສາຍພົວພັນການທູດ ຄົບຮອບ 66 ປີ, ໂດຍອີງໃສ່ຜົນກອງປະຊຸມຄະນະກຳມາທິການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະເຕັກນິກລາວ-ຣັດເຊຍ ແລະ ຣັດເຊຍ-ລາວ ຄັ້ງທີ18 ທີ່ທັງສອງຝ່າຍ ໄດ້ຮ່ວມມືກັນຊຸກຍູ້ ຜັນຂະຫຍາຍການຮ່ວມມືໃນຫຼາຍໆຂົງເຂດ. ພ້ອມນີ້, ສອງຝ່າຍ ໄດ້ປຶກສາຫາລືກັນໃນຂົງເຂດເນັກໂນໂລຊີສື່ສານຂໍ້ມູນຂ່າວສານໃນຕໍ່ໜ້າທີ່ຈະໄດ້ຮ່ວມມືກັນ ເຊັ່ນ: ການຮ່ວມມືໃນຂົງເຂດຄວາມປອດໄພຂອງເຄືອຂ່າຍ, ການຮ່ວມມືໃນຂົງເຂດການປົກຄອງລັດດ້ວຍດິຈິຕອນ(e-government), ການຮ່ວມມືການພັດທະນາວຽກງານເຕັກໂນໂລຊີ ການສື່ສານ ຂໍ້ມູນຂ່າວສານ, ການແລກປ່ຽນເຕັກນິກທາງດ້ານວິຊາການ, ການແລກປ່ຽນຂໍ້ມູນ ທີ່ເປັນໄພຄຸກຄາມດ້ານຄວາມປອດໄພຂໍ້ມູນຂ່າວສານ ແລະ ການພັດທະນາບຸກຄະລາກອນຂອງສອງປະເທດ.

ໃນກອງປະຊຸມ, ທ່ານຮອງລັດຖະມົນຕີ ຍັງໄດ້ກ່າວຕື່ມວ່າ: ສອງຝ່າຍລາວ-ຣັດເຊຍ ຕ້ອງເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງບົດບັນທຶກກອງປະຊຸມໃຫ້ເກີດດອກອອກຜົນຢ່າງເປັນຮູບປະທຳ, ສ້າງເປັນແຜນດຳເນີນງານ ແລະ ແຜນກິດຈະກໍາເຊື່ອມສານເຂົ້າແຜນວຽກປົກກະຕິຂອງຕົນ. ພ້ອມທັງ, ສ້າງກົນໄກການປະສານງານ, ການຕິດຕາມປະເມີນຜົນຮ່ວມກັນ ເພື່ອຕິດຕາມ ແລະ ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານຢ່າງຕໍ່ເນື່ອງ.

ຕອນທ້າຍຂອງການພົບປະ, ທ່ານຮອງລັດຖະມົນຕີ ໃນນາມຕາງໜ້າໃຫ້ແກ່ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ, ຍັງໄດ້ອວຍພອນໃຫ້ການເດີນທາງມາເຮັດວຽກ ຂອງທ່ານ Alexander Shoitov ພ້ອມດ້ວຍ ຄະນະ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ໄດ້ຮັບຜົນສຳເລັດໃນໜ້າທີ່ໆມີກຽດຂອງທ່ານ ແລະ ຂໍໃຫ້ເດີນທາງກັບປະເທດ ດ້ວຍຄວາມປອດໄພ. ນອກນັ້ນ ກອງປະຊຸມ ຍັງໄດ້ລົງນາມໃນສັນຍາ ເພື່ອຮ່ວມມື ໃນຕໍ່ໜ້າອີກດ້ວຍ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ