03/04/2026
ໃນວັນທີ 3 ເມສາ 2026 ນີ້, ທີ່ນະຄອນຫຼວງວຽງຈັນ, ທ່ານ ປອ. ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Alexander Shoitov, ຮອງລັດຖະມົນຕີກະຊວງພັດທະນາດິຈິຕອນ, ການສື່ສານ ແລະ ສື່ມວນຊົນ ສ. ຣັດເຊຍ ເນື່ອງໃນໂອກາດ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 02-05 ເມສາ 2026.

ໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທ່ານ Alexander Shoitov ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຮັດວຽກ ແລະ ຢ້ຽມຢາມ ໃນຄັ້ງນີ້, ຊຶ່ງສອງຝ່າຍແມ່ນຢູ່ໃນທ່າມກາງບັນຍາກາດທີ່ຮ່ວມກັນສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 66 ປີ, ໃນໄລຍະຜ່ານມາ, ການຮ່ວມມືລະຫວ່າງ ສປປ ລາວ ແລະ ສ.ຣັດເຊຍ ມີສະພາບອັນພົ້ນເດັ່ນຫຼາຍດ້ານ ໂດຍສະເພາະການຢ້ຽມຢາມ ແລະ ການພົບປະຂອງຜູ້ນຳຂັ້ນສູງຂອງສອງປະເທດໃນຫຼາຍລະດັບ ເຊັ່ນ: ການຢ້ຽມຢາມຢ່າງເປັນທາງການ ສ.ຣັດເຊຍ ຄັ້ງທຳອິດ ຂອງທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ, ການພົບປະຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກັບ ທ່ານ ວາລາດິເມຍບູຕິນ, ປະທານນາທິບໍດີ ແຫ່ງ ສ.ຣັດເຊຍ ທີ່ນະຄອນມົດສະກູ. ອີກສິ່ງໜຶ່ງທີ່ສຳຄັນ, ສອງຝ່າຍໄດ້ຈັດກອງປະຊຸມຄະນະກຳມາທິການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກນິກລາວ-ຣັດເຊຍ ແລະ ຣັດເຊຍ-ລາວຄັ້ງທີ 18 ທີ່ທັງສອງຝ່າຍໄດ້ຮ່ວມມືກັນຊຸກຍູ້ ຜັນຂະຫຍາຍການຮ່ວມມືໃນຫຼາຍໆຂົງເຂດ.
:
ການເດີນທາງມາ ທ່ານ Alexander Shoitov ພ້ອມດ້ວຍຄະນະໃນຄັ້ງນີ້ ແມ່ນໂອກາດດີ ໃນການສືືບຕໍ່ແລກປ່ຽນບົດຮຽນ ຂອງສອງປະເທດ ໂດຍສະເພາະເພື່ອສືບຕໍ່ຮັດແໜ້ນ ການຮ່ວມມື ແລະ ຊ່ວຍກັນພັດທະນາວຽກງານດ້ານເຕັກໂນໂລຊີ ການສື່ສານ ຂໍ້ມູນຂ່າວສານ ແລະ ຫັນເປັນ ດິຈິຕອນ ຂອງສອງປະເທດ.

ໃນຊຸມປີຕໍ່ໜ້ານີ້ ລັດຖະບານໄດ້ເອົາໃຈໃສ່ໃນການພັດທະນາລັດດິຈິຕອນ, ວຽກງານໃນຂົງເຂດຄວາມປອດໄພໄຊເບີ, AI ແລະ ອື່ນໆ. ພ້ອມກັນນັ້ນ, ການສ້າງບຸກຄະລາກອນ ກໍມີຄວາມສຳຄັນທີ່ສຸດ ໂດຍສະເພາະ ບຸກຄະລະກອນ ທາງດ້ານເຕັກໂນໂລຊີ ແລະ ການສື່ສານ ສຳຫຼັບພະນັກງານລັດ ທັງສູນກາງ ແລະທ້ອງຖິ່ນ. ສະນັ້ນ, ຈຶ່ງສະເໜີ ໃຫ້ທ່ານຊ່ວຍຊຸກຍູ້ສົ່ງເສີມ.
:
ຕອນທ້າຍ, ທ່ານລັດຖະມົນຕີ ໄດ້ອວຍພອນໃຫ້ການເດີນທາງມາເຮັດວຽກຂອງທ່ານ Alexander Shoitov ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ໄດ້ຮັບຜົນສຳເລັດໃນໜ້າທີ່ອັນມີກຽດ ຂອງທ່ານ ແລະ ຂໍໃຫ້ທ່ານ ພ້ອມດ້ວຍຄະນະ ຈົ່ງເດີນທາງກັບປະເທດດ້ວຍຄວາມປອດໄພ.


