ພິທີເປີດການນຳໃຊ້ລະບົບ G-Chat v2 + LaoAI ເພື່ອຍົກລະດັບການສື່ສານພາກລັດແບບດິຈິຕອນ ໃຫ້ມີຄວາມປອດໄພ ແລະ ທັນສະໄໝ.

07/04/2026

ພິທີເປີດການນຳໃຊ້ລະບົບ G-Chat v2 + LaoAI ເພື່ອຍົກລະດັບການສື່ສານພາກລັດແບບດິຈິຕອນ ໃຫ້ມີຄວາມປອດໄພ ແລະ ທັນສະໄໝ.

ໃນວັນທີ 06 ເມສາ 2026, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີເປີດນຳໃຊ້ “ລະບົບການສື່ສານຂອງພາກລັດເວີຊັນໃໝ່ ຫຼື G-Chat v2 + LaoAI” ຢ່າງເປັນທາງການ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການ, ພ້ອມດ້ວຍບັນດາທ່ານການນຳພັກ-ລັດ ແລະ ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ
ການເປີດນໍາໃຊ້ລະບົບ G-Chat v2 + LaoAI ໃນຄັ້ງນີ້, ຖືເປັນບາດກ້າວບຸກທະລຸທີ່ສຳຄັນ ໃນການຫັນເປັນດິຈິຕອນ (Digital Transformation) ຂອງພາກລັດ ເພື່ອສ້າງເຄື່ອງມືສື່ສານທີ່ເປັນເອກະພາບ ແລະ ມີຄວາມປອດໄພສູງ ສຳລັບພະນັກງານ-ລັດຖະກອນໃນທົ່ວປະເທດ. ໃນໂອກາດດັ່ງກ່າວ, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເນັ້ນໜັກເຖິງຈຸດປະສົງ ແລະ ຄວາມຈໍາເປັນຂອງການພັດທະນາລະບົບດັ່ງກ່າວ ຊຶ່ງປະກອບມີ 3 ເປົ້າໝາຍຫຼັກ ຄື: 1) ຍົກລະດັບຄວາມປອດໄພທາງໄຊເບີ ເພື່ອປົກປ້ອງຂໍ້ມູນຂ່າວສານທີ່ສຳຄັນຂອງຊາດ ໃຫ້ມີຄວາມປອດໄພສູງສຸດ, ປ້ອງກັນການເຂົ້າເຖິງທີ່ບໍ່ໄດ້ຮັບອະນຸຍາດ ແລະ ສະກັດກັ້ນບັນຫາຂໍ້ມູນຮົ່ວໄຫຼ, 2) ສ້າງຄວາມເຂັ້ມແຂງ ແລະ ເປັນເອກະລາດທາງດ້ານເຕັກໂນໂລຊີ ເພື່ອຫຼຸດຜ່ອນການເພິ່ງພາສື່ສັງຄົມອອນລາຍຈາກຕ່າງປະເທດ ໃນການຮັບ-ສົ່ງເອກະສານທາງລັດຖະການ ທີ່ມີຄວາມສ່ຽງຕໍ່ຄວາມໝັ້ນຄົງຂອງຂໍ້ມູນ, 3) ການບໍລິຫານລັດທີ່ທັນສະໄໝ ເພື່ອເພີ່ມປະສິດທິພາບ, ຄວາມວ່ອງໄວ, ໂປ່ງໃສ ແລະ ຫຼຸດຜ່ອນຂັ້ນຕອນການປະສານງານລະຫວ່າງພາກສ່ວນຕ່າງໆ.
ຈຸດເດັ່ນທີ່ສຳຄັນຂອງ G-Chat v2 + LaoAI ແມ່ນການເຊື່ອມໂຍງເຂົ້າກັບລະບົບປັນຍາປະດິດລາວ (LaoAI) ເຊິ່ງເປັນລະບົບປັນຍາປະດິດແຫ່ງຊາດ ທີ່ຈະເຮັດໜ້າທີ່ເປັນ ຜູ້ຊ່ວຍອັດສະລິຍະ ໃຫ້ແກ່ລັດຖະກອນ ເພື່ອ ຊ່ວຍສະຫຼຸບເນື້ອໃນເອກະສານທີ່ຍາວໃຫ້ມີຄວາມກະທັດຮັດ, ຊ່ວຍຮ່າງເອກະສານທາງການ, ຕອບຄຳຖາມກ່ຽວກັບລະບຽບການຕ່າງໆ ແລະ ສາມາດແປພາສາໄດ້ຢ່າງຊຳນານ. ການນຳ LaoAI ເຂົ້າມາຊ່ວຍນີ້ ຈະຊ່ວຍ ຫຼຸດຜ່ອນຂັ້ນຕອນການເຮັດວຽກທີ່ຊ້ຳຊ້ອນ ແລະ ປະຢັດເວລາໃນການເຮັດວຽກວິຊາສະເພາະໄດ້ຢ່າງຫຼວງຫຼາຍ.
ຕອນທ້າຍຂອງພິທີ, ທ່ານລັດຖະມົນຕີ ກຕສ ໄດ້ຮຽກຮ້ອງມາຍັງທຸກກະຊວງ ອົງການ ແລະ ພາກສ່ວນຕ່າງໆ ຈົ່ງພ້ອມກັນນຳໃຊ້ລະບົບ G-Chat v2 + LaoAI ນີ້ ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ ຢ່າງຈິງຈັງ ເພື່ອກ້າວໄປສູ່ການສ້າງລັດຖະບານດິຈິຕອນ ທີ່ທັນສະໄໝ, ປອດໄພ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝ ຢ່າງແທ້ຈິງ.
ພິທີດັ່ງກ່າວໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມພ້ອມກັບການປະກາດເປີດນຳໃຊ້ລະບົບຢ່າງເປັນທາງການ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ