ງານສຳມະນາພາຍໃຕ້ຫົວຂໍ້: “ໂອກາດແຫ່ງອານາຄົດ: ການປ່ຽນຜ່ານຈາກ Web2 ສູ່ Web3” (Seize the Future: Web2 to Web3 Transformation) ເພື່ອຊຸກຍູ້ເສດຖະກິດດິຈິຕອນໃນລາວ.
07/04/2026
ໃນວັນທີ 6 ເມສາ 2026 ກົມເຕັກໂນໂລຊີດິຈິີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຮ່ວມກັບ ບໍລິສັດ RWA Co., Ltd. ຈາກປະເທດ ສ. ເກົາຫຼີ ຈັດງານສຳມະນາຄັ້ງສຳຄັນພາຍໃຕ້ຫົວຂໍ້ “ໂອກາດແຫ່ງອານາຄົດ: ການປ່ຽນຜ່ານຈາກ Web2 ສູ່ Web3” (Seize the Future: Web2 to Web3 Transformation) ຂຶ້ນທີ່ ອຸທິຍານດິຈິຕອນ (Lao Digital Park). ງານໃນຄັ້ງນີ້ໄດ້ຮັບກຽດເປັນປະທານໂດຍ ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ.
ງານສຳມະນາດັ່ງກ່າວມີຈຸດປະສົງເພື່ອສ້າງຄວາມຮັບຮູ້ ແລະ ຖ່າຍທອດຄວາມຮູ້ກ່ຽວກັບວິວັດທະນາການຂອງເຕັກໂນໂລຊີເວັບ (Web Evolution) ຈາກຍຸກຂອງການອ່ານ ແລະ ຂຽນຂໍ້ມູນ (Web2) ໄປສູ່ຍຸກແຫ່ງການເປັນເຈົ້າຂອງຂໍ້ມູນ ແລະ ຊັບສິນດິຈິຕອນ (Web3) ໂດຍນຳໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain).
ໃນບົດກ່າວເປີດ, ທ່ານ ໄຊຊະນະ ສິດທິພອນ ໄດ້ເນັ້ນໜັກວ່າ: “ການຫັນປ່ຽນສູ່ Web3 ບໍ່ແມ່ນພຽງແຕ່ການປ່ຽນແປງທາງເຕັກໂນໂລຊີ, ແຕ່ແມ່ນໂອກາດອັນມະຫາສານໃນການສ້າງລະບົບການເງິນຮູບແບບໃໝ່ ແລະ ເພີ່ມປະສິດທິພາບໃນຂະແໜງການຕ່າງໆ ເຊັ່ນ: ກະສິກຳ, ການຜະລິດ ແລະ ການຂົນສົ່ງ ເພື່ອຊຸກຍູ້ເສດຖະກິດດີຈີຕອນຂອງ ສປປ ລາວ ໃຫ້ທັນກັບລະດັບສາກົນ.”
ເນື້ອໃນສຳຄັນຂອງງານແມ່ນການນຳສະເໜີເຕັກໂນໂລຊີ Xphere Mainnet ເຊິ່ງເປັນໂຄງລ່າງພື້ນຖານ Blockchain ທີ່ທັນສະໄໝ ຈາກທີມຊ່ຽວຊານຂອງບໍລິສັດ RWA Co., Ltd. ເຊິ່ງເປັນຜູ້ທີ່ມີປະສົບການຕົວຈິງ. ສິ່ງທີ່ພິເສດແມ່ນ ບໍລິສັດຍັງໄດ້ປະກາດໂອກາດໃໝ່ໃນການຮ່ວມມື ແລະ ການສະໜອງທຶນຮ່ວມລົງທຶນໂດຍກົງ (Direct Investment) ໃຫ້ແກ່ບັນດາບໍລິສັດ Start-up ແລະ ວິສາຫະກິດເຕັກໂນໂລຊີໃນລາວທີ່ມີທ່າແຮງ ເພື່ອຊຸກຍູ້ການພັດທະນາຜະລິດຕະພັນ ແລະ ບໍລິການດີຈີຕອນພາຍໃນປະເທດ.
ໃນຊ່ວງການສົນທະນາ, ທ່ານ ປະສິດທິເດດ ຫຼວງວິໄລ, ຮັກສາການຫົວໜ້າກົມເຕັກໂນໂລຊີດິຈິຕອນ ໄດ້ນຳພາດຳເນີນການແລກປ່ຽນຄຳຄິດເຫັນ ແລະ ເນັ້ນເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນໃນການສ້າງລະບົບນິເວດ Web 3 ໃຫ້ເຂັ້ມແຂງ. ງານສຳມະນາຄັ້ງນີ້ ຖືເປັນບາດກ້າວທຳອິດທີ່ສຳຄັນໃນການທາບທາມຄວາມສົນໃຈ ແລະ ກຽມຄວາມພ້ອມໃຫ້ແກ່ບຸກຄະລາກອນດ້ານເຕັກໂນໂລຊີຂອງລາວ ໃນການກ້າວເຂົ້າສູ່ຍຸກດີຈີຕອນໃໝ່ຢ່າງໝັ້ນຄົງ.
ງານຄັ້ງນີ້ມີຜູ້ເຂົ້າຮ່ວມຫຼາຍກວ່າ 30 ພາກສ່ວນ ລວມມີ ຕາງໜ້າຈາກພາກລັດ, ທະນາຄານທຸລະກິດ, ສະຖາບັນການເງິນ, ສະມາຄົມໄອຊີທີ, ສະມາຄົມນັກທຸລະກິດໜຸ່ມ ແລະ ຜູ້ປະກອບການ Start-up ທີ່ໄດ້ຮ່ວມກັນປຶກສາຫາລືແບບຕົວຕໍ່ຕົວ (Individual Consultation) ຢ່າງກົງໄປກົງມາ ແລະ ສ້າງສັນ.
ຂ່າວ: ກົມເຕັກໂນໂລຊີດິຈິຕອນ
ພາບ: ທ່ານ ພຸດດາວອນ ພາສຸວັນ

