ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ

21/04/2026

ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ໃນຕອນເຊົ້າຂອງວັນທີ 21 ເມສາ 2026, ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ກົມ, ສູນ, ສະຖາບັນ, ອົງການ ອ້ອມຂ້າງກະຊວງຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ຮອງນາຍົກລັດຖະມົນຕີ ທີ່ໄດ້ໃຫ້ກຽດມາຊີ້ນໍາວຽກງານ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງລາຍງານໂດຍຫຍໍ້ການຈັດຕັ້ງປະຕິບັດວຽກງານຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ ໄລຍະ 5 ປີ (2026-2030) ຕໍ່ທ່ານຮອງນາຍົກລັດຖະມົນຕີຊາບ ຊຶ່ງສະແດງອອກແຕ່ລະດ້ານ ຄື: ດ້ານກົງຈັກການຈັດຕັ້ງ ມີ ລັດຖະມົນຕີ 01 ທ່ານ, ຮອງລັດຖະມົນຕີ 03 ທ່ານ, ມີ 17 ກົມ/ທຽບເທົ່າ, ຂັ້ນທ້ອງຖິ່ນປະກອບມີ 18 ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ ແລະ ຫ້ອງການ ເຕັກໂນໂລຊີ ແລະ ການສື່ສານ ເມືອງ ມີທັງໝົດ 56 ເມືອງ; ດ້ານບຸກຄະລະກອນໃນທົ່ວຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ມີພະນັກງານ-ລັດຖະກອນ ທັງໝົດ 1,343 ຄົນ, ຍິງ 537 ຄົນ, ຢູ່ຂັ້ນສູນກາງ ມີ 585 ຄົນ (ຍິງ 250 ຄົນ), ຢູ່ຂັ້ນທ້ອງຖິ່ນ ມີ 758 ຄົນ (ຍິງ 287 ຄົນ), ມີຫົວໜ່ວຍວິສາຫະກິດຢູ່ໃນການຄຸ້ມຄອງ 04 ຫົວໜ່ວຍ; ດ້ານວຽກງານວິຊາສະເພາະ ກໍມີຜົນງານພົ້ນເດັ່ນຫຼາຍດ້ານສະແດງອອກ ເຊັ່ນ: ການພັດທະນາລະບົບບໍລິຫານລັດໃຫ້ເປັນທັນສະໄໝ: ລະບົບຫ້ອງການເອເລັກໂຕຣນິກ (E-office) ໄດ້ຂະຫຍາຍໄປ 44 ຫ້ອງການ ມີ 13.2 ພັນກວ່າບັນຊີ, ລະບົບຈົດໝາຍເອເລັກໂຕຣນິກ (Email) ໄດ້ຂະຫຍາຍໄປ 49 ພາກສ່ວນ ມີ 5.5 ພັນກວ່າບັນຊີ, ລະບົບສື່ສານພາກລັດ (G-Chat) ມີການນໍາໃຊ້ 24.2 ພັນກວ່າບັນຊີ, ລະບົບຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນຂອງພາກລັດ (G-Share/G-Drive) ມີການນໍາໃຊ້ 15.2 ພັນກວ່າບັນຊີ, ລະບົບກອງປະຊຸມທາງໄກ (VC) 42 ພາກສ່ວນ ແລະ ມີຜູ້ນຳໃຊ້ທັງໝົດ 20.8 ພັນກວ່າບັນຊີ; ການຄຸ້ມຄອງຄື້ນຄວາມຖີ່ວິທະຍຸສື່ສານ: ຢຶດອຸປະກອນສື່ສານຜ່ານດາວທຽມຕຳແໜງວົງໂຄຈອນຕ່ຳ (LEO) ທີ່ມີການລັກລອບນໍາເຂົ້າ ແລະ ຮື້ຖອນ ອຸປະກອນສື່ສານດັ່ງກ່າວ ທີ່ມີການລັກລອບນຳໃຊ້ ໃນຂົງເຂດຕ່າງໆ; ການຄຸ້ມຄອງອິນເຕີເນັດ ແລະ ຄວາມປອດໄພໄຊເບີ ກໍໄດ້ເປີດໃຊ້ ສູນຕ້ານການຫຼອກລວງທາງອອນລາຍ AOC1533 ໃນວັນທີ 29/12/2025 ມາຮອດປັດຈຸບັນສາມາດຮັບແຈ້ງ 700 ກວ່າຄັ້ງ ແລະ ປິດຄະດີໄດ້ 300 ກວ່າກໍລະນີ ແລະ ວຽກງານອື່ນໆອີກ. ພ້ອມນັ້ນ, ຍັງໄດ້ວາງທິດທາງແຜນການຕໍ່ໜ້າ ໂດຍສະເພາະແມ່ນ ສືບຕໍ່ຍູ້ແຮງການພັດທະນາ ເຕັກໂນໂລຊີ, ການສື່ສານ ແລະ ນະວັດຕະກໍາ ໃຫ້ມີການຂະຫຍາຍຕົວແບບກ້າວກະໂດດ; ສົົ່ງເສີມ  ແລະ ນໍາໃຊ້ ໂທລະຄົມມະນາຄົມ, ເຕັກໂນໂລຊີ ການສື່ສານ ຂໍ້ມູນຂ່າວສານ (ໄອຊີທີ), ປັນຍາປະດິດ ແລະ ດິຈິຕອນ ທີ່ທັນສະໄໝ, ມີຄວາມປອດໄພສູງ ເຂົ້າໃນທຸກຂະແໜງການເສດຖະກິດ-ສັງຄົມ ແຕ່ສູນກາງ ລົງຮອດທ້ອງຖິ່ນ; ເພື່ອຂັບເຄື່ອນການພັດທະນາ ເສດຖະກິດ-ສັງຄົມ ເຂົ້າສູ່ຍຸກອຸດສາຫະກໍາ 4.0, ຫັນເປັນລັດຖະບານດິຈິຕອນ ແລະ ສ້າງເສດຖະກິດ-ສັງຄົມດິຈິຕອນ. ສືບຕໍ່ຜັນຂະຫຍາຍ 8 ຍຸດທະສາດ ແລະ 14 ແຜນງານ ທີ່ໄດ້ກໍານົດໃນແຜນພັດທະນາເສດຖະ ກິດດິຈິຕອນເປັນອັນລະອຽດ. ກອງປະຊຸມດັ່ງກ່າວ ຍັງໄດ້ຮັບຟັງການປະກອບຄໍາເຫັນເຈະຈີ້ມ ແລະ ການສະເໜີລາຍງານຂອງບັນດາຜູ້ເຂົ້າຮ່ວມຢ່າງກົງໄປກົງມາ ເພື່ອປຶກສາຫາລືການເຄື່ອນໄຫວວຽກງານຂອງ ຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໃນຕໍ່ໜ້າ.

ຕອນທ້າຍຂອງກອງປະຊຸມ ຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງ ທ່ານຮອງນາຍົກລັດຖະມົນຕີ ຊຶ່ງເຕັມໄປດ້ວຍຄວາມໝາຍສໍາຄັນຢ່າງຍິ່ງ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ການປະຕິບັດວຽກງານ ຂອງ ຂະແໜງການໃຫ້ເກີດດອກອອກຜົນ. ພາຍຫຼັງສໍາເລັດກອງປະຊຸມ, ຄະນະຍັງໄດ້ຢ້ຽມຊົມ ຫ້ອງປະຕິບັດການ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ເຊັ່ນ: ສູນຕ້ານການຫຼອກລວງທາງອອນລາຍ ສາຍດ່ວນ 1533; ຈຸດເຊື່ອມຕໍ່ພິເສດ ປກຊ ປກສ, ລະບົບຄຸ້ມຄອງ (NOC) ແລະ ສູນປະຕິບັດການຄວາມປອດໄພທາງໄຊເບີ (SOC).

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ