ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ອົງການສະຫະປະຊາຊາດ ຈັດເວທີສົນທະນາ ເພື່ອຮັບມືກັບຄວາມຮຸນແຮງບົນພື້ນຖານທາງເພດ ຜ່ານລະບົບເຕັກໂນໂລຊີ (TFGBV)

21/04/2026

ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ອົງການສະຫະປະຊາຊາດ ຈັດເວທີສົນທະນາ ເພື່ອຮັບມືກັບຄວາມຮຸນແຮງບົນພື້ນຖານທາງເພດ ຜ່ານລະບົບເຕັກໂນໂລຊີ (TFGBV)

ໃນວັນທີ 07 ເມສາ 2026 ທີ່ຜ່ານມາ, ທີ່ນະຄອນຫຼວງວຽງຈັນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP), ອົງການກອງທຶນປະຊາກອນແຫ່ງສະຫະປະຊາຊາດ (UNFPA) ແລະ ອົງການຢູນິເຊັບ (UNICEF) ປະຈຳ ສປປ ລາວ ໄດ້ຈັດເວທີສົນທະນາ ໃນຫົວຂໍ້: “ຄວາມຮຸນແຮງບົນພື້ນຖານທາງເພດ ໂດຍການນໍາໃຊ້ເຕັກໂນໂລຊີ (Technology-Facilitated Gender-Based Violence - TFGBV) ໃນ ສປປ ລາວ” ຂຶ້ນທີ່ສຳນັກງານສະຫະປະຊາຊາດ (UN House).

ເວທີສົນທະນາໃນຄັ້ງນີ້, ໄດ້ຮັບກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ບາໂຄດີຣ໌ ບຣູຄານອບ, ຜູ້ປະສາງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ແລະ ທ່ານ ນາງ ມາຕິນ ເທເລີ, ຜູ້ຕາງໜ້າປະຈຳໂຄງການພັດທະນາສະຫະປະຊາຊາດ (UNDP) ປະຈຳ ສປປ ລາວ.

ໃນໂອກາດທີ່ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກຕສ ໄດ້ກ່າວມີຄຳເຫັນ ແລະ ໄດ້ເນັ້ນໜັກບາງບັນຫາສຳຄັນຄື:  ເພື່ອແກ້ໄຂບັນຫາດັ່ງກ່າວ, ຂໍໃຫ້ບັນດາທ່ານຈົ່ງມີສະຕິໃນການນຳໃຊ້ສື່ສັງຄົມດິຈິຕອນຢ່າງຖືກຕ້ອງ ແລະ ສ້າງສັນ, ຮູ້ຈໍາແນກຂໍ້ມູນຂ່າວສານຕ່າງໆໃຫ້ຖືກຕ້ອງ ແລະ ໜ້າເຊື່ອຖື ເພຶ່ອບໍ່ໃຫ້ເປັນໂທດແກ່ຕົນເອງ, ເພາະຖ້າມີການກະທຳຜິດ ແລະ ເກີດເປັນຄະດີ ອາດສ້າງຄວາມເສຍຫາຍທາງດ້ານຊັບສິນ ຫຼື ເຖິງຂັ້ນເສຍອິດສະລະພາບໄດ້. ນອກຈາກນີ້, ເຮົາທຸກຄົນຕ້ອງເປັນເຈົ້າການຊ່ວຍສຶກສາອົບຮົມ, ແນະນໍາຄອບຄົວ ແລະ ໝູ່ເພື່ອນໃຫ້ພິຈາລະນາການນໍາໃຊ້ສື່ດິຈິຕອນຢ່າງມີສະຕິ, ຖືກຕ້ອງ ແລະ ຖີ່ຖ້ວນ.

ເວທີສົນທະນາ ໄດ້ສຸມໃສ່ການສ້າງຄວາມຕື່ນຕົວ ແລະ ຊອກຫາວິທີທາງໃນການປ້ອງກັນ, ຮັບມືກັບບັນຫາຄວາມຮຸນແຮງທີ່ເກີດຂຶ້ນໃນໂລກອອນລາຍ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ແມ່ຍິງ ແລະ ເດັກ. ພາຍໃນງານ ໄດ້ມີບັນດານັກວິທະຍາກອນ ທີ່ມາຈາກຫຼາຍຂະແໜງ ໂດຍສະເພາະ: ຫ້ອງການກະຊວງ ແລະ ກົມຄວາມປອດໄພໄຊເບີ (ກຕສ), ຫ້ອງການຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ, ຕົວແທນຈາກໄວໜຸ່ມ ເປັນຕົ້ນ. ພ້ອມນີ້, ຍັງໄດ້ມີການແລກປ່ຽນບົດຮຽນ ກ່ຽວກັບຄວາມສ່ຽງຂອງຄວາມຮຸນແຮງບົນພື້ນຖານທາງເພດ ຜ່ານລະບົບເຕັກໂນໂລຊີ ໃນ ສປປ ລາວ ຫຼື TFGBV ມາດຕະການທາງເຕັກນິກໃນການປ້ອງກັນຕົວເອງ ແລະ ການຮ່ວມມືລະຫວ່າງພາກລັດ ແລະ ສາກົນ ເພື່ອສ້າງສະພາບແວດລ້ອມດີຈິຕອນທີ່ປອດໄພ.

:

ການຈັດງານຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການຮັດແໜ້ນຄວາມຮ່ວມມື ເພື່ອປົກປ້ອງສິດທິ ແລະ ຄວາມປອດໄພຂອງປະຊາຊົນລາວ ໃນການນຳໃຊ້ເຄື່ອງມືດີຈິຕອນຢ່າງສ້າງສັນ ແລະ ປາສະຈາກຄວາມຮຸນແຮງທຸກຮູບແບບ.

  • ບົດຂ່າວ: ພະແນກ ຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ
  • ຮູບພາບ: ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP)

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ