ສະຫະພັນກໍາມະບານ ກຕສ ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 140 ປີ

30/04/2026

ສະຫະພັນກໍາມະບານ ກຕສ ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 140 ປີ

ໃນວັນທີ 30 ເມສາ 2026, ຢູ່ທີ່ຫ້ອງປະຊຸມຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ສະຫະພັນກຳມະບານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີປາຖະກະຖາວັນກຳມະກອນສາກົນຄົບຮອບ 140 ປີ (01 ພຶດສະພາ 1886-01ພຶດສະພາ 2026) ຂຶ້ນ. ໂດຍການເປັນປະທານຂອງ ສະຫາຍ ແກ້ວວິສຸກ ໂສລະພົມ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະເຕັກໂນໂລຊີ ແລະ ການສື່ສານ. ມີປະທານຄະນະບໍລິຫານງານສະຫະພັນກໍາມະບານກະຊວງ, ມີບັນດາຄະນະໜ່ວຍພັກ, ບັນດາສະຫາຍຄະນະສະຫະພັນກໍາມະບານ, ກຳມະບານຮາກຖານ ແລະ ສະມາຊິກກໍາມະບານ ຈາກບັນດາກົມ/ທຽບເທົ່າ ແລະ ບໍລິສັດອ້ອມຂ້າງກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດພິທີປາຖະກະຖາ ໃນຄັ້ງນີ້, ເປັນກຽດຢ່າງຍິ່ງທີ່ໄດ້ຮັບກຽດໃນການເລົ່າຫວນຄືນມູນເຊື້ອຈາກ ສະຫາຍ ສຸດໃຈ ພິມມະສີ, ປະທານ ຄະນະບໍລິຫານງານ ສະຫະພັນກຳມະບານ ກຕສ. ຊຶ່ງໄດ້ດຳເນີນໄປດ້ວຍ ບັນຍາກາດທີ່ເບີກບານມ່ວນຊື່ນ, ຄຶກຄື້ນເປັນຢ່າງຍິ່ງ ແລະ ຍົກລະດັບການກໍາແໜ້ນມູນເຊື້ອ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ຕະຫຼອດໄລຍະ 140 ປີທີ່ຜ່ານມາ ກໍຄືຂະບວນການເຕີບໃຫຍ່ຂະຫຍາຍຕົວຂອງຖັນແຖວກໍາມະກອນ ແລະ ຊາວຜູ້ອອກແຮງງານລາວ ພາຍໃຕ້ການນໍາພາຂອງພັກ ແລະ ຍັງໄດ້ເປັນການປຸກລະດົມກໍາລັງໃຈ, ເປັນການປັບປຸງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຍົກສູງຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຄວາມເຊື່ອໝັ້ນຕໍ່ບົດບາດ, ກຳລັງແຮງຂອງຖັນແຖວກໍາມະກອນ ແລະ ຊາວຜູ້ອອກແຮງງານທີ່ມີຕໍ່ປະເທດຊາດ.
ຕອນທ້າຍ, ສະຫາຍ ສະຫາຍ ແກ້ວວິສຸກ ໂສລະພົມ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະເຕັກໂນໂລຊີ ແລະ ການສື່ສານ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ເພື່ອເປັນທິດເຍືອງທາງ ທີ່ມີຄວາມໝາຍຄວາມສຳຄັນ ໃນການຮັກສາມູນເຊື້ອ ສ້າງຜົນງານ ໃນການຈັດຕັ້ງປະຕິບັດວຽກງານກຳມະບານໃນຕໍ່ໜ້າ ໃຫ້ໄດ້ຮັບຜົນຄືດັ່ງທີ່ຜ່ານມາ. ໂດຍທ່ານໄດ້ເນັ້ນໜັກໃຫ້ ເພີ່ມທະວີໂຄສະນາສຶກສາອົບຮົມການເມືອງແນວຄິດຂອງສະມາຊິກກຳມະບານ, ຊຸກຍູ້ ຕິດຕາມສະມາຊິກກຳມະບານພາຍໃນຂອງຕົນ ຢ່າງເປັນປົກກະຕິ; ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃຕ້ການນໍາພາຂອງພັກ-ລັດ, ພ້ອມທັງເຄື່ອນໄຫວວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ຕົນຮັບຜິດຊອບໃຫ້ໄດ້ຮັບປະສິດທິຜົນສູງສຸດ.
 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ