02 ໜ່ວຍພັກ ຈັດພິທີຮັບເອົາສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສົມບູນ

29/04/2026

02 ໜ່ວຍພັກ ຈັດພິທີຮັບເອົາສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສົມບູນ

ໃນຕອນບ່າຍຂອງວັນທີ 28 ເມສາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ສູນອິນເຕີເນັດແຫ່ງຊາດ, ໜ່ວຍພັກຮາກຖານຫ້ອງການ ແລະ ໜ່ວຍພັກກົມແຜນການ ແລະ ການເງິນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີຮັບເອົາສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສົມບູນຂອງພັກປະຊາປະຕິວັດລາວ. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ແກ້ວວີສຸກ ໂສລະພົມ ຮອງເລຂາບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາສະຫາຍເລຂາ, ຮອງເລຂາ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ກົມ/ທຽບເທົ່າ ພ້ອມດ້ວຍສະມາຊິກພັກ ຫ້ອງການ ແລະ ກົມແຜນການແລະການເງິນ ເຂົ້າຮ່ວມຈຳນວນ 40 ກວ່າສະຫາຍ.
 
ໃນພິທີ ສະຫາຍ ພວງປະເສີດ ແກ້ວສຸວັນ, ກຳມະການປະຈຳພັກກະຊວງ, ເລຂາໜ່ວຍພັກຮາກຖານຫ້ອງການ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການເລື່ອນມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 05 ສະຫາຍ, ຍິງ 03 ສະຫາຍ ແລະ ຜ່ານມະຕິຕົກລົງວ່າດ້ວຍການເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຈຳນວນ 02 ສະຫາຍ, ຍິງ 01 ສະຫາຍ ແລະ ສະຫາຍ ນາງ ດາວອນ ສາມະວົງ, ເລຂາໜ່ວຍພັກຮາກຖານ ກົມແຜນການ ແລະ ການເງິນ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຈຳນວນ 01 ສະຫາຍ. ພ້ອມນີ້, ສະຫາຍ ແກ້ວວີສຸກ ໂສລະພົມ ຮອງເລຂາບໍລິຫານງານພັກກະຊວງ ກໍໄດ້ໃຫ້ກຽດຂຶ້ນມອບມະຕິຕົກລົງໃຫ້ບັນດາສະຫາຍ ທີ່ໄດ້ເຂົ້າເປັນສະມາຊິກພັກສໍາຮອງ ແລະ ສະມາຊິກພັກສົມບູນ.
ໃນຕອນທ້າຍ ສະຫາຍ ແກ້ວວີສຸກ ໂສລະພົມ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາສະຫາຍ ທີ່ໄດ້ຮັບເຂົ້າເປັນສະມາຊິກພັກສໍາຮອງແລະ ສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ. ຊຶ່ງບັນດາສະຫາຍໄດ້ມີຄວາມຫ້າວຫັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ຜ່ານຜ່າບັນດາອຸປະສັກຕ່າງໆຈົນສາມາດເຂົ້າເປັນສະມາຊິກພັກສໍາຮອງ ແລະ ສົມບູນ ໃນຄັ້ງນີ້. ພ້ອມນັ້ນ, ສະຫາຍຍັງໄດ້ເນັ້ນໜັກໃຫ້ສະມາຊິກພັກໃໝ່ ແລະ ບັນດາສະມາຊິກພັກທັງໝົດ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ, ຮັກສາມູນເຊື້ອຄຸນສົມບັດສິນທຳປະຕິວັດ, ເອົາໃຈໃສ່ການພັດທະນາຕົນເອງ, ມີແບບແຜນວິທີເຮັດວຽກທີ່ດີ, ຄວາມສາມັກຄີ ແລະ ການຕຳນິຕິຊົມກັນຢ່າງເປັນປົກກະຕິ, ເປັນແບບຢ່າງແກ່ມະຫາຊົນ, ສຸມທຸກສະຕິເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດວຽກງານທີ່ຂັ້ນເທິງມອບໝາຍໃຫ້ ເວົ້າລວມ, ເວົ້າສະເພາະແມ່ນວຽກງານຂະແໜງການເຕັກໂນໂລຊີ ແລະ ການສື່ສານ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດເຮົາໃຫ້ນັບມື້ນັບຈະເລີນກ້າວໜ້າຂຶ້ນເລື້ອຍໆ.
ຂ່າວ ແລະ ພາບ: ພຸດດາວອນ ພາສຸວັນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ