ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສຶກສາຄວາມເປັນໄປໄດ້ ພັດທະນາ ສູນນະວັດຕະກໍາປັນຍາປະດິດ ແລະ ວຽກງານກ່ຽວຂ້ອງ

05/05/2026

ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສຶກສາຄວາມເປັນໄປໄດ້ ພັດທະນາ ສູນນະວັດຕະກໍາປັນຍາປະດິດ ແລະ ວຽກງານກ່ຽວຂ້ອງ

ໃນວັນທີ 30 ເມສາ 2026 ຜ່ານມາ, ທີ່ ໂຮງແຮມ ອາມາຣີ, ນະຄອນຫຼວງວຽງຈັນ, ສປປ ລາວ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ມີພິທີ ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສຶກສາຄວາມເປັນໄປໄດ້ ພັດທະນາ ສູນນະວັດຕະກໍາປັນຍາປະດິດ ແລະ ວຽກງານກ່ຽວຂ້ອງ ຮ່ວມກັບ ບໍ​ລິ​ສັດ ເອັສ ເອັກ ກຣຸບ ຈຳກັດ.

ການສຶກສາຄວາມເປັນໄປໄດ້ ພັດທະນາ ສູນນະວັດຕະກໍາປັນຍາປະດິດ ແລະ ວຽກງານກ່ຽວຂ້ອງກັບ ບໍລິສັດ ເອັສ ເອັກ ກຣຸບ ຈຳກັດ ໃນຄັ້ງນີ້ ຈະເປັນສູນກາງເຕັກໂນໂລຊີປັນຍາປະດິດ ໃນການໃຫ້ບໍລິການ AI, ການຄົ້ນຄວ້າສ້າງນະວັດຕະກຳ AI, ການຝຶກ AI, ການປະມວນຜົນ AI ເພື່ອຜັນຂະຫຍາຍວຽກງານປັນຍາປະດິດໄປສູ່ພາກລັດ ແລະ ປະຊາຊົນ ຢູ່ ສປປ ລາວ. ແນ່ໃສ່ ການສົ່ງເສີມເຕັກໂນໂລຊີປັນຍາປະດິດ, ການພັດທະນາບຸກຄະລາກອນ ແລະ ເພື່ອຊຸກຍູ້ການຫັນເປັນເສດຖະກິດດິຈິຕອນຂອງ ສປປ ລາວ ຢ່າງຍືນຍົງ ໃນໄລຍະຍາວ.

ພິທີລົງນາມ ຕາງໜ້າກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍ ທ່ານ ພວງປະເສີດ ແກ້ວສຸວັນ, ຫົວໜ້າຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຕາງໜ້າ ບໍລິສັດ ເອັສ ເອກ ກຣຸບ ຈຳກັດ ໂດຍ ທ່ານ ນາງ ສຸລິນ ຊະນະໄຊ ປະທານ ບໍລິສັດ ເອັສ ເອັກ ກຣຸບ ຈຳກັດ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ ຂອງ ທ່ານ ໄຊຊະນະ ສິດທະພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ແຂກທີ່ຖືກເຊີນ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຄະນະຜູ້ບໍລິຫານ ຂອງ ບໍລິສັດ ເຂົ້າຮ່ວມ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ