ສຊປລ ຮ່ວມກັບ ກຕສ ຮ່ວມລົງນາມຮ່ວມມືດ້ານເຕັກໂນໂລຊີ ແລະ ການສື່ສານ ໃນຂົງເຂດຊາວໜຸ່ມ-ເຍົາວະຊົນ ໄລຍະ 2026-2031

06/05/2026

ສຊປລ ຮ່ວມກັບ ກຕສ ຮ່ວມລົງນາມຮ່ວມມືດ້ານເຕັກໂນໂລຊີ ແລະ ການສື່ສານ ໃນຂົງເຂດຊາວໜຸ່ມ-ເຍົາວະຊົນ ໄລຍະ 2026-2031

ໃນວັນທີ 5 ພຶດສະພາ 2026, ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ), ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານເຕັກໂນໂລຊີ ແລະ ການສື່ສານ ໃນຂົງເຂດຊາວໜຸ່ມ-ເຍົາວະຊົນ ໄລຍະ 2026-2031 ລະຫວ່າງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ).

ເຂົ້າຮ່ວມເປັນປະທານ ແລະ ລົງນາມໃນຄັ້ງນີ້ໂດຍ ສະຫາຍ ທອງລີ ສີສຸລິດ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍຮອງລັດຖະມົນຕີ, ຮອງເລຂາຄະນະບລິຫານງານ ສຊປລ, ຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະນໍາ, ພ້ອມດ້ວຍພະນັກງານຈາກທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

✅ຈຸດປະສົງ ແລະ ຄວາມສຳຄັນຂອງການຮ່ວມມື

ການຮ່ວມມືໃນຄັ້ງນີ້ ມີຈຸດປະສົງເພື່ອສ້າງກົນໄກປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວສານ ໂດຍຫັນໄປສູ່ຄວາມທັນສະໄໝ ເພື່ອໃຫ້ສາມາດເຊື່ອມໂຍງຂໍ້ມູນຕ່າງໆ ພາຍໃນອົງການຈັດຕັ້ງຊາວໜຸ່ມທົ່ວປະເທດ ຢ່າງວ່ອງໄວ. ນອກນີ້ ຍັງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ທີ່ສຸມໃສ່ການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້ຄວາມສາມາດດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ປັນຍາປະດິດ (AI) ໃນຍຸກດິຈິຕອນ.

✅ຂອບເຂດ ແລະ ຮູບແບບການຈັດຕັ້ງປະຕິບັດ

ໃນໄລຍະ 5 ປີຕໍ່ໜ້າ (2026-2031), ທັງສອງຝ່າຍຈະສຸມໃສ່ການຈັດຕັ້ງປະຕິບັດວຽກງານຕົວຈິງໃນຫຼາຍດ້ານ:

• ການຫັນເປັນດິຈິຕອນ: ປັບປຸງວຽກງານຄຸ້ມຄອງ-ບໍລິຫານຫ້ອງການຂອງ ສຊປລ ໃຫ້ມີຄວາມທັນສະໄໝ.

• ການສ້າງສູນບົ່ມເພາະ: ຊຸກຍູ້ການສ້າງສູນບົ່ມເພາະນັກທຸລະກິດໜຸ່ມ (Digital Startup) ເພື່ອເປັນບ່ອນສ້າງນະວັດຕະກຳ ແລະ ໃຫ້ຄຳປຶກສາດ້ານທຸລະກິດເຕັກໂນໂລຊີ.

• ການພັດທະນາບຸກຄະລາກອນ: ຍົກລະດັບຄວາມຮູ້ດ້ານໄອທີໃຫ້ແກ່ພະນັກງານ-ລັດຖະກອນ ຜ່ານການຝຶກອົບຮົມ ແລະ ສຳມະນາ.

• ການສ້າງຖານຂໍ້ມູນ: ພັດທະນາລະບົບຖານຂໍ້ມູນຊາວໜຸ່ມ-ເຍົາວະຊົນ ແບບດິຈິຕອນໃນຂອບເຂດທົ່ວປະເທດ.

• ການໂຄສະນາອົບຮົມ: ນຳໃຊ້ເຄື່ອງມືດິຈິຕອນເຂົ້າໃນການເຜີຍແຜ່ນະໂຍບາຍ, ກົດໝາຍ ແລະ ຂໍ້ມູນຂ່າວສານຕ່າງໆ ຂອງອົງການຈັດຕັ້ງລັດ.

ບົດບັນທຶກຄວາມເຂົ້າໃຈສະບັບນີ້ ມີຜົນສັກສິດບັງຄັບໃຊ້ເປັນເວລາ 5 ປີ ແລະ ສາມາດຕໍ່ອາຍຸໄດ້ຕາມການຕົກລົງເຫັນດີຂອງທັງສອງຝ່າຍ. ນີ້ຖືເປັນບາດກ້າວສຳຄັນໃນການຍົກລະດັບບົດບາດຂອງຊາວໜຸ່ມລາວ ໃຫ້ກາຍເປັນກຳລັງແຮງທີ່ທັນສະໄໝ ໃນການປະກອບສ່ວນເຂົ້າໃນການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ