ກອງປະຊຸມ ເພື່ອນຳສະເໜີຜົນການສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາສູນຂໍ້ມູນແຫ່ງຊາດ

07/05/2026

ກອງປະຊຸມ ເພື່ອນຳສະເໜີຜົນການສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາສູນຂໍ້ມູນແຫ່ງຊາດ

           ໃນວັນທີ 05 ພຶດສະພາ 2026 ຜ່ານມາ, ທີ່ຫ້ອງປະຊຸມຊັ້ນ 02, ສູນຂໍ້ມູນແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ມີກອງປະຊຸມ ເພື່ອນຳສະເໜີຜົນການສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາສູນຂໍ້ມູນແຫ່ງຊາດ  (Conference on Feasibility Study for National Data Center development to Lao PDR ຮ່ວມກັບ ບໍລິສັດ ພູນຜົນນະຄອນ ຈໍາກັດ. ໂດຍການເປັນ ປະທານຂອງ ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີທ່ານ ພູທອງສີສະຫວັດ ຫົວໜ້າສູນຂໍ້ມູນແຫ່ງຊາດ ແລະ ທ່ານ ປອ ສອນເພັດ ອິນທະວົງ ຜູ້ອຳນວຍການໃຫຍ່ ບໍລິສັດ ພູນຜົນນະຄອນ ຈໍາກັດ ພ້ອມດ້ວຍຮອງສູນ, ຄະນະພະແນກ ແລະ ພະນັກງານບໍລິສັດ ຈຳນວນ 30 ກວ່າທ່ານເຂົ້າຮ່ວມ.

ການສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາສູນຂໍ້ມູນແຫ່ງຊາດ ຈະເປັນ​ຂີດ​ໝາຍທີ່​ສຳ​ຄັນ ​ຕໍ່ກັບ​ຄວາມ​ພະ​ຍາ​ຍາມ​ຢ່າງ​ຕໍ່​ເນື່ອງ ​ຂອງ​ກະຊວງເຕັກໂນໂລຊີ ແລະ ການສື່ສານ ​ ເພື່ອແນໃສ່ການ​ ການຜັນຂະຫຍາຍນະໂຍບາຍ, ຍຸດທະສາດ ການຫັນເປັນດິຈິຕອນ ເປັນຮູບປະທໍາ ໃນການພັດທະນາໂຄງລ່າງພື້ນຖານສູນຂໍ້ມູນແຫ່ງຊາດ ໃຫ້ສາມາດກ້າວໄປສູ່ການນໍາໃຊ້, ການບໍລິການສູນ ໃຫ້ເກີດປະໂຫຍດສູງສຸດ ເຂົ້າໃນວຽກງານການພັດທະນາ ເສດຖະກິດ-ສັງຄົມ ດິຈິຕອນ.ໃນບົດສຶກສາຄວາມເປັນໄປໄດ້ໃນການພັດທະນາສູນຂໍ້ມູນແຫ່ງຊາດ ໂດຍການບັນຍາຍ ແລະ ສາທິດຈາກ ທາງບໍລິສັດ ພູນຜົນນະຄອນ ຈໍາກັດ ແລະ ຊ່ຽວຊານ ຈາກ ສສ ຫວຽດນາມ ໂດຍສະເພາະແມ່ນ ບໍລິສັດ VNPT-I ທີ່ມີປະສົບການຫຼາຍປີໃນການພັດທະນາວຽກງານຂະແໜງການນີ້. ພາຍຫຼັງທີ່ບັນດາທ່ານ ໄດ້ຮັບຟັງການນໍາສະເໜີຈາກຊ່ຽວຊານ ແລ້ວ ມີການແລກປ່ຽນຄໍາຄິດຄໍາເຫັນ ແລະ ຂໍ້ມູນອັນຈໍາເປັນ  ເພື່ອນໍາໄປເປັນຂໍ້ມູນສຶກສາ ປັບປຸງ ວຽກງານໃຫ້ອຸດົມສົມບູນ ແລະ ເຮັດໃຫ້ການພັດທະນາສູນຂໍ້ມູນແຫ່ງຊາດ ສອດຄ່ອງກັບສະພາບຕົວຈິງ ຂອງ ສປປ ລາວ ແລະ ສະພາບການ ພັດທະນາຂອງພາກພື້ນ ແລະ ສາກົນ.

ຂ່າວ ແລະ ພາບ ສູນຂໍ້ມູນແຫ່ງຊາດ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ