ກອງປະຊຸມເປີດກວ້າງ ກ່ຽວກັບການປັບປຸງ ດໍາລັດ ວ່າດ້ວຍສູນຂໍ້ມູນຂ່າວສານຜ່ານອິນເຕີເນັດ

12/05/2026

ກອງປະຊຸມເປີດກວ້າງ  ກ່ຽວກັບການປັບປຸງ ດໍາລັດ ວ່າດ້ວຍສູນຂໍ້ມູນຂ່າວສານຜ່ານອິນເຕີເນັດ

            ໃນວັນທີ 07 ພຶດສະພາ 2026, ສູນຂໍ້ມູນແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມເປີດກວ້າງ  ກ່ຽວກັບການປັບປຸງ ດໍາລັດວ່າດ້ວຍສູນຂໍ້ມູນຂ່າວສານຜ່ານອິນເຕີເນັດ ຂຶ້ນທີ່ຫ້ອງປະຊຸມຊັ້ນ 02, ສູນອິນເຕີເນັດແຫ່ງຊາດ. ໂດຍການເປັນປະທານ ຂອງ ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີຫົວໜ້າສູນ, ຮອງສູນ, ຜູ້ຕາງໜ້າຈາກກະຊວງ, ອົງການລັດ/ທຽບເທົ່າກະຊວງ, ອົງການປົກຄອງແຂວງ, ນະຄອນຫຼວງ, ບັນດາຂະແໜງການ ແລະ ຫົວໜ່ວຍທຸລະກິດ ເຂົ້າຮ່ວມທັງໝົດ 60 ທ່ານ ແລະ ພະແນກ ຕສ ແຂວງເຂົ້າຮ່ວມປະຊຸມອອນລາຍ 17 ແຂວງ, ລວມທັງໝົດ 85 ທ່ານ.

ຈຸດປະສົງກອງປະຊຸມໃນຄັ້ງນີ້, ແມ່ນເພື່ອທົບທວນຄືນ ແລະ ປັບປຸງ ດໍາລັດວ່າດ້ວຍສູນຂໍ້ມູນຂ່າວສານຜ່ານອິນເຕີເນັດ ສະບັບເລກທີ 412/ລບ, ລົງວັນທີ 10 ພະຈິກ 2016. ຊຶ່ງດໍາລັດສະບັບດັ່ງກ່າວນີ້ ໄດ້ຖືກສ້າງຂຶ້ນໃນປີ 2016 ເພື່ອວາງພື້ນຖານການຄຸ້ມຄອງສູນຂໍ້ມູນ (Data Center) ໃຫ້ເປັນລະບົບ. ຫຼັງຈາກການຈັດຕັ້ງປະຕິບັດມາເປັນເວລາ 9 ປີ, ເຫັນວ່າມີຄວາມຈໍາເປັນຮີບດ່ວນ ທີ່ຕ້ອງໄດ້ປັບປຸງ ທີ່ປະກອບດ້ວຍຫຼາຍປັດໃຈ ເປັນຕົ້ນ: ການປ່ຽນແປງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງເຕັກໂນໂລຊີ ຢ່າງໄວວາ. ຊຶ່ງໃນປີ 2016 ການບໍລິການສ່ວນຫຼາຍແມ່ນອີງໃສ່ໂຄງລ່າງພື້ນຖານທາງກາຍະພາບ. ປັດຈຸບັນ, ເຕັກໂນໂລຊີໄດ້ກ້າວໄປສູ່ຍຸກຂອງ Cloud Computing, Big Data, ແລະ Artificial Intelligence (AI) ດໍາລັດສະບັບເກົ່າ ບໍ່ສາມາດກວມເອົາການບໍລິການໃໝ່ໆເຫຼົ່ານີ້ໄດ້ຢ່າງຄົບຖ້ວນ ແລະ ປອດໄພ, ດ້ານມາດຕະຖານເຕັກນິກ, ກຳນົດປະເພດສູນຂໍ້ມູນ ແລະ  ປະເພດຂອງຂໍ້ມູນ ຍັງບໍ່ຊັດເຈນ, ເຮັດໃຫ້ການພັດທະນາ ສ້າງສູນຂໍ້ມູນຍັງຂາດມາດຕະຖານສາກົນ, ບໍ່ໄດ້ຮັບຄວາມເຊື່ອໝັ້ນຈາກຜູ້ຊົມໃຊ້, ກໍໃຫ້ເກີດຄວາມສ່ຽງໃນການໃຫ້ບໍລິການສູນຂໍ້ມູນ. ສະນັ້ນ, ເພື່ອສ້າງເງື່ອນໄຂທີ່ເອື້ອຍອຳນວຍຄວາມສະດວກ ແນ່ໃສ່ດຶງດູດການລົງທຶນຈາກພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໃນການພັດທະນາ ແລະ ໃຫ້ບໍລິການສູນຂໍ້ມູນ ສາມາດຮອງຮັບການຫັນເປັນດິຈິຕອນ. ໂດຍການປັບປຸງຄັ້ງນີ້ ໄດ້ມີການປັບປຸງຊື່ຂອງກະຊວງ, ພາລະບົດບາດ ແລະ ຂອບເຂດສິດອໍານາດໃຫ້ສອດຄ່ອງກັບໂຄງປະກອບການຈັດຕັ້ງໃໝ່ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

ຕອນທ້າຍກອງປະຊຸມ ບັນດາຜູ້ເຂົ້າຮ່ວມໄດ້ມີການຖາມ-ຕອບ ແລະ ແລກປ່ຽນຄວາມຄິດເຫັນຢ່າງຟົດຟື້ນ ສ້າງໃຫ້ມີຜົນສໍາເລັດ ໂດຍການປັບປຸງເນື້ອໃນດໍາລັດ ໃຫ້ມີຄວາມທັນສະໄໝ, ມີຄວາມຢືດຢຸ່ນ ແລະ ສອດຄ່ອງກັບມາດຕະຖານສາກົນ, ສ້າງຄວາມຊັດເຈນຂອງເນື້ອໃນ ໂດຍການກໍານົດນິຍາມ, ຂັ້ນຕອນການອະນຸຍາດ ແລະ ມາດຕະຖານດ້ານຄວາມປອດໄພ (Cybersecurity) ໃຫ້ມີຄວາມຊັດເຈນ ແລະ ເປັນລະບົບຫຼາຍຂຶ້ນ, ເພີ່ມຂໍ້ກໍານົດທີ່ເຂັ້ມງວດໃນການປົກປ້ອງຂໍ້ມູນຜູ້ຊົມໃຊ້ ແລະ ຂໍ້ມູນທີ່ສໍາຄັນຂອງຊາດ.

ຂ່າວ: ສູນຂໍ້ມູນແຫ່ງຊາດ

ພາບ: ທ່ານ ພຸດດາວອນ ພາສຸວັນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ