15/05/2026
ບົດຄໍາເຫັນ
ຂອງ ທ່ານ ປອ.ສັນຕິສຸກ ສີມມາລາວົງ ກຳມະການສູນກາງພັກ,
ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເນື່ອງໃນວັນໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານ ສາກົນ ຄົບຮອບ 161 ປີ (17 ພຶດສະພາ 1865 - 17 ພຶດສະພາ 2026)
ຂໍຮຽນ: - ບັນດາທ່ານຜູ້ນຳພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ
- ບັນດາທ່ານພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ນັບຖື ແລະ ຮັກແພງ.
ຂ້າພະເຈົ້າ, ຕາງໜ້າກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຄວາມປິຕິຍິນດີ ແລະ ເປັນກຽດຢ່າງສູງທີ່ໄດ້ສະແດງຄຳເຫັນໃນໂອກາດສະເຫຼີມສະຫຼອງວັນໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານສາກົນ (World Telecommunication and Information Society Day - WTISD) ຄົບຮອບ 161 ປີ (17 ພຶດສະພາ 1865 – 17 ພຶດສະພາ 2026). ໃນປີ 2026 ນີ້, ສະຫະພາບໂທລະຄົມມະນາຄົມສາກົນ (ITU) ໄດ້ກຳນົດຄຳຂວັນ: “Digital Lifelines: Strengthening resilience in a connected world” ຫຼື "ສາຍໃຍດິຈິຕອນເພື່ອຊີວິດ: ການສ້າງຄວາມເຂັ້ມແຂງໃນໂລກແຫ່ງການເຊື່ອມໂຍງ" ຫົວຂໍ້ນີ້ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເພາະໃນປັດຈຸບັນ, ໂຄງລ່າງພື້ນຖານດິຈິຕອນ ບໍ່ແມ່ນພຽງແຕ່ເຄື່ອງມືສື່ສານ, ແຕ່ປຽບເໝືອນເສັ້ນເລືອດໃຫຍ່ທີ່ລໍ່ລ້ຽງຊີວິດ, ເສດຖະກິດ ແລະ ຄວາມປອດໄພຂອງຊາດ.
ຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວແມ່ນລະລຶກເຖິງການລົງນາມໃນສົນທິສັນຍາໂທລະສານສາກົນຄັ້ງທຳອິດ ແລະ ການສ້າງຕັ້ງ ITU ໃນປີ 1865. ຊື່ງອົງການດັ່ງກ່າວມີບົດບາດສຳຄັນໃນການຄຸ້ມຄອງຊັບພະຍາກອນຄື້ນຄວາມຖີ່ລະດັບໂລກ, ກຳນົດມາດຕະຖານເຕັກນິກສາກົນ, ພັດທະນາຊັບພະຍາກອນມະນຸດ ແລະ ເປັນເວທີສາກົນສຳລັບການປັບປຸງນິຕິກຳ, ແລກປ່ຽນຂໍ້ມູນ ແລະ ຮັບຮອງເນື້ອໃນສຳຄັນກ່ຽວກັບໂທລະຄົມມະນາຄົມ, ອິນເຕີເນັດ ແລະ ເຕັກໂນໂລຊີດິຈິຕອນ. ສຳລັບ ສປປ ລາວ, ITU ໄດ້ໃຫ້ການສະໜັບສະໜູນຫຼາຍດ້ານ, ລວມທັງການຮ່າງກົດ ໝາຍໂທລະຄົມມະນາຄົມສະບັບທຳອິດ, ການສ້າງແຜນຈັດສັນຄື້ນຄວາມຖີ່ວິທະຍຸ, ການພັດທະນາຍຸດທະສາດໂທລະຄົມມະນາຄົມ ແລະ ອິນເຕີເນັດແຫ່ງຊາດ, ການຝຶກອົບຮົມບຸກຄະລາກອນ ແລະ ການສະໜອງຜູ້ຊ່ຽວຊານດ້ານເຕັກນິກ.
ບັນດາທ່ານທີ່ຮັກແພງ,
ໃນວັນທີ 13 ມີນາ 2026 ຜ່ານມາ ຢູ່ ສປປ ລາວ ກໍ່ໄດ້ມີການຈັດກິດຈະກໍາສະເຫຼີມສະຫຼອງ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ໂດຍໄດ້ກຳນົດຄຳຂວັນ ທີ່ວ່າ “ຍົກສູງການສ້າງໂຄງລ່າງພື້ນຖານໄປສະນີ ແລະ ໂທລະຄົມມະນາຄົມໃຫ້ກາຍເປັນໂຄງລ່າງພື້ນຖານດິຈິຕອນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມ”. ສປປ ລາວ ເຮົາ ພວມຢູ່ໃນໄລຍະການຫັນເປັນດິຈິຕອນຢ່າງແຂງແຮງ ຊື່ງເຫັນວ່າສອດຄ່ອງກັບ ຄຳຂວັນຂອງ ສະຫະພາບໂທລະຄົມມະນາຄົມສາກົນ (ITU) ໃນປີນີ້ . ເຖິງຢ່າງໃດກໍຕາມ, ພວກເຮົາຕ້ອງປະເຊີນກັບສິ່ງທ້າທາຍຈາກໄພທຳມະຊາດ ແລະ ຄວາມບໍ່ແນ່ນອນຂອງສະພາບການໂລກ. ດັ່ງນັ້ນ, ວຽກງານບຸລິມະສິດຂອງພວກເຮົາໃນຕໍ່ໜ້າຄື ສືບຕໍ່ຍູ້ແຮງການພັດທະນາ ເຕັກໂນໂລຊີ, ການສື່ສານ ແລະ ນະວັດຕະກໍາ ໃຫ້ມີການຂະຫຍາຍຕົວແບບກ້າວກະໂດດ; ສົົ່ງເສີມ ແລະ ນໍາໃຊ້ ໂທລະຄົມມະນາຄົມ, ເຕັກໂນໂລຊີ ການສື່ສານ ຂໍ້ມູນຂ່າວສານ (ໄອຊີທີ), ປັນຍາປະດິດ ແລະ ດິຈິຕອນ ທີ່ທັນສະໄໝ, ມີຄວາມປອດໄພສູງ ເຂົ້າໃນທຸກຂະແໜງການເສດຖະກິດ-ສັງຄົມ ແຕ່ສູນກາງ ລົງຮອດທ້ອງຖິ່ນ; ເພື່ອຂັບເຄື່ອນການພັດທະນາ ເສດຖະກິດ-ສັງຄົມ ເຂົ້າສູ່ຍຸກອຸດສາຫະກໍາ 4.0, ຫັນເປັນລັດຖະບານດິຈິຕອນ ແລະ ສ້າງເສດຖະກິດ-ສັງຄົມດິຈິຕອນ. ສືບຕໍ່ຜັນຂະຫຍາຍ 8 ຍຸດທະສາດ ແລະ 14 ແຜນງານ ທີ່ໄດ້ກໍານົດໃນແຜນພັດທະນາເສດຖະ ກິດດິຈິຕອນ ຍຸດທະສາດ ພັດທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດ ແຫ່ງຊາດ ໄລຍະປີ 2026 ຫາ 2040 ໃຫ້ປາກົດຜົນເປັນຈິງ.
ໃນໂອກາດ ວັນໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານ ສາກົນ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກພາກສ່ວນ, ທັງພາກລັດ, ພາກເອກະຊົນ, ຜູ້ປະກອບການ, ຜູ້ໃຊ້ບໍລິການ ແລະ ປະຊາຊົນທຸກຖ້ວນໜ້າ, ຈົ່ງຮ່ວມກັນສົ່ງເສີມການນຳໃຊ້ເຕັກໂນໂລຊີດິຈິຕອນດ້ວຍຄວາມຮັບຜິດຊອບ, ຍົກສູງສະຕິຕໍ່ການຫຼອກລວງທາງອອນລາຍ ແລະ ສະໜັບສະ ໜູນການພັດທະນາທັກສະດິຈີຕອນ ພ້ອມກັນນັ້ນ, ຂໍໃຫ້ຮ່ວມກັນຊຸກຍູ້ນະວັດຕະກຳດິຈິຕອນ, ສ້າງແພລດຟອມດິຈິຕອນທີ່ຮອງຮັບທຸກຄົນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ ແລະ ຍືນຍົງ.
ຂ້າພະເຈົ້າຂໍໃຫ້ຄຳໝັ້ນສັນຍາວ່າ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານຈະສືບຕໍ່ຮ່ວມມືກັບ ITU ແລະ ອົງການສາກົນຕ່າງໆ ພ້ອມທັງພາກສ່ວນພາຍໃນປະເທດ, ເພື່ອຊຸກຍູ້ການຫັນເປັນດິຈິຕອນທີ່ຮອງຮັບສຳລັບທຸກຄົນ, ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເປົ້າໝາຍການພັດທະນາທີ່ຍືນຍົງ.
ໃນໂອກາດອັນສຳຄັນນີ້, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງບັນດາທ່ານຜູ້ນຳພັກ-ລັດ, ອາດີດການນຳອາວຸໂສ, ພະນັກງານ, ທະຫານ, ຕຳຫຼວດ, ຜູ້ປະກອບການ, ນັກຮຽນຮູ້ປັນຍາຊົນ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ, ສຸມທຸກເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຂໍໃຫ້ພວກເຮົາຮ່ວມກັນສ້າງສັງຄົມດິຈິຕອນທີ່ຮອງຮັບທຸກຄົນ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ເພື່ອໃຫ້ປະຊາຊົນມີຄວາມຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ຂໍຂອບໃຈ.

