ຄະນະນຳ ກຕສ ເຄື່ອນໄຫວເຮັດວຽກ ແລະ ຖອດຖອນບົດຮຽນ ກ່ຽວກັບການພັດທະນາ ເຂດເສດຖະກິດພິເສດທາງປັນຍາປະດິດ AI Special Economic Zone ທີ່ຣາຊະອານາຈັກໄທ.

19/05/2026

ຄະນະນຳ ກຕສ ເຄື່ອນໄຫວເຮັດວຽກ ແລະ ຖອດຖອນບົດຮຽນ ກ່ຽວກັບການພັດທະນາ ເຂດເສດຖະກິດພິເສດທາງປັນຍາປະດິດ AI Special Economic Zone ທີ່ຣາຊະອານາຈັກໄທ.

ໃນລະຫວ່າງວັນທີ 11-13 ພຶດສະພາ 2026 ທີ່ຜ່ານມາ, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ນຳພາຄະນະຜູ້ແທນ ກຕສ ເດີນທາງໄປຢ້ຽມຢາມ ແລະ ຖອດຖອນບົດຮຽນ ກ່ຽວກັບການພັດທະນາ ສູນຂໍ້ມູນປັນຍາປະດິດຂະໜາດໃຫຍ່ (Hyper AI Data Center) ແລະ ເຂດເສດຖະກິດພິເສດປັນຍາປະດີດ (AI Special Economic Zone: SEZ) ທີ່ຣາຊະອານາຈັກໄທ.

ການເຄື່ອນໄຫວຄັ້ງນີ້ ໄດ້ມີການສຶກສາ ແລະ ແລກປ່ຽນບົດຮຽນ ໂດຍສຸມໃສ່ 5 ຂົງເຂດສຳຄັນ ຄື: (1) ການວາງແຜນ, ອອກແບບ, ພັດທະນາ, ກໍ່ສ້າງຕິດຕັ້ງສູນປະມວນຜົນດ້ານປັນຍາປະດິດຂະໜາດໃຫຍ່; (2) ການວາງແຜນ, ຄຸ້ມຄອງ ແລະ ຍຸດທະສາດສົ່ງເສີມການລົງທຶນ ໃນເຂດເສດຖະກິດ ພິເສດປັນຍາປະດິດ (AI SEZ); (3) ການວິໄຈ, ພັດທະນາ ແລະ ປະຍຸກໃຊ້ AI; (4) ການແລກປ່ຽນ ແນວທາງຮ່ວມມືດ້ານເຕັກໂນໂລຊີ AI; ແລະ (5) ການວາງແຜນຈັດຫາພະລັງງານສີຂຽວ ຫຼື ພະລັງງານສະອາດ, ພະລັງງານໝຸນວຽນ ສຳລັບ AI SEZ.

:

ໃນໄລຍະ ຂອງການເຄື່ອນໄຫວຢ້ຽມຢາມເຮັດວຽກ, ຄະນະຜູ້ແທນໄດ້ເຂົ້າຮັບຟັງການບັນຍາຍ, ກອງປະຊຸມສໍາມະນາ ແລະ ລົງຢ້ຽມຊົມສະຖານທີ່ຕ່າງໆ ເປັນຕົ້ນ: ເຂົ້າຢ້ຽມຊົມ ແລະ ເຮັດວຽກກັບໜ່ວຍງານນິຕິກໍາໃນການນຳໃຊ້ AI ທີ່ເປັນເຄື່ອງມືຊ່ວຍອໍານວຍຄວາມສະດວກໃນການເຂົ້າເຖິງກົດໝາຍ, ເດີນທາງໄປຢ້ຽມຊົມການດຳເນີນໂຄງການກໍ່ສ້າງ AI Data Center ຂະໜາດ 200 MW ມູນຄ່າການລົງທຶນ 2 ຕື້ ໂດລາສະຫະລັດ ແລະ ຕ້ອງໄດ້ໃຊ້ບຸກຄະລາກອນປະມານ 800-1000 ຄົນ ໃນການຄຸ້ມຄອງ ບໍລິຫານໂຄງການດັ່ງກ່າວພາຍຫຼັງໂຄງການສຳເລັດ, ເຂດເສດຖະກິດພິເສດ ພາກຕາເວັນອອກ (EEC), ແຂວງຣະຍອງ ແລະ ໄດ້ສໍາມະນາແລກປ່ຽນຫຼາຍບັນຫາ ກ່ຽວກັບນະໂຍບາຍຂອງລັດໃນການສົ່ງເສີມ, ພັດທະນາ ສ້າງເຂດເສດຖະກິດພິເສດປັນຍາປະດິດ, ການວາງແຜນລົງທຶນ ແລະ ຈັດຫາພະລັງງານສະອາດ ໃຫ້ແກ່ AI SEZ.

ການເຄື່ອນໄຫວຄັ້ງນີ້, ບໍ່ພຽງແຕ່ເປັນການຢ້ຽມຊົມເຕັກໂນໂລຊີທີ່ທັນສະໄໝ, ແຕ່ຍັງເປັນການຖອດຖອນບົດຮຽນຈາກຕົວແບບຄວາມສຳເລັດຂອງປະເທດເພື່ອນບ້ານ ໂດຍສະເພາະແມ່ນຮູບແບບການຮ່ວມມື ລະຫວ່າງ ພາກລັດ ແລະ ເອກະຊົນ (PPP) ໃນເຂດ EEC ເຊິ່ງຊີ້ໃຫ້ເຫັນວ່າ ຢາກພັດທະນາ AI ໃຫ້ປະສົບຜົນສຳເລັດ ຈຳເປັນຕ້ອງມີນະໂຍບາຍສົ່ງເສີມການລົງທຶນທີ່ຊັດເຈນ ແລະ ການສະໜອງພະລັງງານທີ່ໝັ້ນຄົງ.

ປະຈຸບັນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກຳລັງຢູ່ໃນຂັ້ນຕອນສືກສາຄວາມເປັນໄປໄດ້ຮ່ວມກັບພາກທຸລະກິດຄື: ບໍລິສັດ Silicon Tech Park Lao ຈໍາກັດ ກ່ຽວກັບການພັດທະນາໂຄງການ “Lao Green AI Data Center” ທີ່ໃຊ້ພະລັງງານສະອາດຂະໜາດ 1 GW ເຊິ່ງເປັນໂຄງການຍຸດທະສາດທາງດ້ານປັນຍາປະດິດ ທີ່ຈະພັດທະນາເປັນເຂດເຕັກໂນໂລຊີລະດັບສູງ ເພື່ອໃຫ້ມີການລົງທຶນມະຫາສານເຂົ້າໃນການສ້າງ ແລະ ພັດທະນາປັນຍາປະດິດ ເລີ່ມຈາກການກໍ່ສ້າງໂຄງລ່າງພື້ນຖານ, ສິ່ງອໍານວຍຄວາມສະດວກຕ່າງໆ ເພື່ອຮັບປະກັນດ້ານມາດຕະຖານສູງສຸດ (Tier III) ແລະ ຄວາມຕ້ອງການທີ່ຈໍາເປັນ, ການສືກສາຄວາມເປັນໄປໄດ້ຂອງໂຄງການດັ່ງກ່າວ ໄດ້ເລິ່ມຕົ້ນແຕ່ເດືອນ ພຶດສະພາ 2025 ເປັນຕົ້ນມາ. ຖ້າຫາກວ່າການຮ່ວມມືພັດທະນາໃນຄັ້ງນີ້ ມີຜົນສໍາເລັດ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຈະເປັນບາດກ້າວສຳຄັນ ໃນການສ້າງໃບໜ້າໃໝ່ ຂອງການດຶງດູດການລົງທຶນ ດ້ານເຕັກໂນໂລຊີ ປັນຍາປະດິດ ເຮັດໃຫ້ ຕ່າງປະເທດຫັນມາສົນໃຈເຂົ້າມາລົງທຶນ ເນື່ອງຈາກ ສປປ ລາວ ເຮົາ ມີທ່າແຮງສາມາດສະໜອງດ້ານພະລັງງານສີຂຽວໄດ້ ເກືອບ 100%. ນອກຈາກນັ້ນ, ຍັງເປັນການສ້າງລາຍຮັບອັນມະຫາສານ ຈາກພະລັງງານ, ການນຳເຂົ້າເຕັກໂນໂລຊີລະດັບສູງ, ການສົ່ງເສີມວຽກເຮັດງານທໍາ, ການພັດທະນາຊັບພະຍາກອນມະນຸດ ທີ່ມີທັກສະເຕັກໂນໂລຊີ ທີ່ທັນສະໄໝທີ່ສຸດຂອງໂລກ ແລະ ເຮັດໃຫ້ ສປປ ລາວ ກ້າວສູ່ເວທີເສດຖະກິດດິຈິຕອນ ໃນລະດັບພາກພື້ນ ແລະ ສາກົນ ຢ່າງເຂັ້ມແຂງ ແລະ ຍືນຍົງ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ