19/05/2026
ໃນຕອນເຊົ້າຂອງວັນທີ 19 ພຶດສະພາ 2026, ທີ່ຫ້ອງປະຊຸມຊັ້ນ 4, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມຄະນະກຳມະການຜູ້ຊົງຄຸນວຸດທິ ເພື່ອດຳເນີນການປະເມີນແບບຟອມຄໍາຮ້ອງສະເໜີຂໍຕຳແໜ່ງວິຊາການຄູແບບປະຈຳ ຊຸດທີ 1 ໂດຍການເປັນປະທານຂອງ ທ່ານ ປອ. ປະດັບໄຊ ໄຊຍະໂຄດ, ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ພ້ອມດ້ວຍຄະນະກຳມະການຜູ້ຊົງຄຸນວຸດທິ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ດຳເນີນການກວດກາ ແລະ ປະເມີນຜົນງານວິຊາການ ຂອງຜູ້ທີ່ສົ່ງແບບຟອມຂໍຮັບການປະເມີນທັງໝົດ ຈຳນວນ 15 ຊຸດ. ໃນນີ້, ມີຜູ້ສະເໜີຂໍຕຳແໜ່ງຂັ້ນອາຈານ ຈຳນວນ 2 ຊຸດ ແລະ ຂັ້ນຜູ້ຊ່ວຍອາຈານ ຈຳນວນ 13 ຊຸດ. ການປະເມີນດັ່ງກ່າວ ແມ່ນໄດ້ອີງໃສ່ຜົນງານທາງດ້ານວິຊາການຂອງຜູ້ສະເໜີເປັນຫຼັກ ໂດຍພິຈາລະນາພາຍໃຕ້ມາດຕະຖານ ແລະ ເງື່ອນໄຂ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກຢ່າງເຂັ້ມງວດ, ບໍລິສຸດຜຸດຜ່ອງ ແລະ ມີຄວາມໂປ່ງໃສ.

ກອງປະຊຸມຄັ້ງນີ້, ບໍ່ພຽງແຕ່ເປັນການຢັ້ງຢືນເຖິງຄວາມຮູ້ຄວາມສາມາດຂອງຄູ-ອາຈານເທົ່ານັ້ນ, ແຕ່ຍັງເປັນຂີດໝາຍສຳຄັນໃນການຮອງຮັບບົດບາດອັນຍິ່ງໃຫຍ່ຂອງບຸກຄະລາກອນຄູ ຜູ້ທີ່ຈະເປັນ "ສະຖາປານິກ" ໃນການສ້າງອານາຄົດຂອງຊາດ. ຍ້ອນວ່າໃນປັດຈຸບັນ, ສປປ ລາວ ກຳລັງເລັ່ງຊຸກຍູ້ການຫັນເປັນດິຈິຕອນຢ່າງຮອບດ້ານ. ດັ່ງນັ້ນ, ຄູ-ອາຈານ ຈຶ່ງເປັນກຳລັງແຮງຫຼັກ ແລະ ເປັນຂົວຕໍ່ທີ່ສຳຄັນໃນການຖ່າຍທອດຄວາມຮູ້, ບົ່ມສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ໃຫ້ມີທັກສະແຫ່ງສະຕະວັດທີ 21 ໂດຍສະເພາະແມ່ນທັກສະດ້ານເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ໆ. ສິ່ງເຫຼົ່ານີ້ຈະເປັນພື້ນຖານອັນໜັກແໜ້ນໃນການຂັບເຄື່ອນ ວິໄສທັດການສ້າງ ສປປ ລາວ ໃຫ້ກ້າວໄປສູ່ການເປັນ ລັດຖະບານດິຈິຕອນ (Digital Government), ເສດຖະກິດດິຈິຕອນ (Digital Economy) ແລະ ສັງຄົມດິຈິຕອນ (Digital Society) ຢ່າງເຕັມຮູບແບບໃນອານາຄົດ.
:
ການປະເມີນ ແລະ ມອບຕຳແໜ່ງວິຊາການຄູຄັ້ງນີ້, ຈຶ່ງຖືເປັນການຊຸກຍູ້, ສົ່ງເສີມ ແລະ ພັດທະນາຍົກລະດັບຂີດຄວາມສາມາດຂອງຄູ-ອາຈານ ທັງດ້ານຄຸນສົມບັດສິນທຳປະຕິວັດ, ດ້ານການສິດສອນ ແລະ ດ້ານວິຊາການ ໃຫ້ມີຄວາມທັນສະໄໝ ແລະ ໜັກແໜ້ນ ເພື່ອໃຫ້ສົມກັບພາລະບົດບາດໃນການສ້າງບຸກຄະລາກອນທີ່ມີຄຸນນະພາບສູງ ເຂົ້າຮ່ວມໃນພາລະກິດການຫັນເປັນດິຈິຕອນຂອງຊາດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.
ພາບ ແລະ ຂ່າວ: ສຕສ

