ພິທີເປີດໂຕສະແຕມໄປສະນີ ຄົບຮອບ 70 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ອິນເດຍ
20/05/2026
ກົມໄປສະນີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບສະຖານທູດອິນເດຍ ປະຈຳ ສປປ ລາວ ໄດ້ມີພິທີເປີດໂຕສະແຕມໄປສະນີ “ຄົບຮອບ 70 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ອິນເດຍ”, ໃນວັນທີ 20 ພຶດສະພາ 2026, ທີ່ໂຮງແຮມດັບໂບທີ, ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມເປີດພິທີ ຂອງ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍບັນດາກົມ/ທຽບເທົ່າ, ສູນ, ສະຖາບັນ, ທ່ານຜູ້ຕາງໜ້າຈາກກະຊວງອ້ອມຂ້າງ ແລະ ຂະແໜງການທີ່ກ່ຽວຂ້ອງ, ຕະຫຼອດຮອດແຂກທຸກທ່ານຂອງກົມໄປສະນີ, ບໍລິສັດ ໄປສະນີລາວ ແລະ ແຂກຕ່າງໆຈາກພະນັກງານສະຖານທູດອິນເດຍ ຈຳນວນ 80 ກວ່າທ່ານ ເຂົ້າຮ່ວມ.
ພິທີເປີດໂຕໃນຄັ້ງນີ້, ກໍເພື່ອເປັນການປະກອບສ່ວນໃນການສະເຫຼີມສະຫຼອງ ໃຫ້ແກ່ມິດຕະພາບອັນຍາວນານ ແລະ ສະໜິດແໜ້ນ ຕະຫຼອດໄລຍະ 40 ປີ. ສະນັ້ນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈຶ່ງໄດ້ຮ່ວມກັບສະຖານທູດອິນເດຍ ແລະ ບໍລິສັດ ໄປສະນີລາວ ຈຳກັດ ສ້າງສະແຕມໄປສະນີນີ້ຂຶ້ນມາ. ສະແຕມໄປສະນີຊຸດນີ້, ທັງສອງປະເທດ ໄດ້ເຫັນດີເປັນເອກະພາບກັນກຳນົດເອົາໜຶ່ງຮູບພາບ ທີ່ມີເນື້ອໃນສື່ເຖິງຄວາມໝາຍແຫ່ງສາຍພົວພັນ ແລະ ການຮ່ວມມືເຊິ່ງກັນ ແລະ ກັນ ໂດຍໄດ້ພ້ອມໃຈກັນຕົກລົງເອົາ “ວັດພູຈຳປາສັກ” ເປັນຮູບສະແຕມໄປສະນີ ເນື່ອງມາຈາກລັດຖະບານອິນເດຍ ໄດ້ໃຫ້ການສະໜັບສະໜູນການບູລະນະ ແລະ ອະນຸລັກໂຄງສ້າງຫີນຂອງວັດພູຈໍາປາສັກ ໃຫ້ກັບຄືນມາສວຍງາມ. ພ້ອມກັນນັ້ນ, ກໍເປັນການເຜີຍແຜ່ມໍລະດົກໂລກ ແລະ ສົ່ງເສີມການທ່ອງທ່ຽວຂອງ ສປປ ລາວ. ບໍ່ໍ່ພຽງແຕ່ສະແດງໃຫ້ເຫັນເຖິງສັນຍາລັກແຫ່ງສາຍພົວພັນທາງການທູດ ພາຍໃນ ລາວ ແລະ ອິນເດຍ ເທົ່ານັ້ນ, ແຕ່ສະແຕມຊຸດນີ້ຍັງຈະໄດ້ເດີນທາງໄປທົ່ວໂລກ ພ້ອມກັບຊອງຈົດໝາຍ, ໂພສກາດ ແລະ ພັດສະດຸຕ່າງໆ, ເຊິ່ງສະແດງໃຫ້ສາກົນໄດ້ເຫັນວ່າ ລາວ ແລະ ອິນເດຍ ຄືປະເທດເພື່ອນມິດທີ່ສະໜັບສະໜູນສົ່ງເສີມກັນມາຢ່າງຍາວນານ.
ໃຫ້ກຽດຂຶ້ນເປີດໂຕສະແຕມ ໂດຍ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ຈັນທະວີພອນ ເຄືອບຄຳວອນ ຫົວໜ້າກົມໄປສະນີ ແລະ ທ່ານ ໂລຫິດ ບັບບາ (Mr. Rohit Babbar) ຜູ້ຮັກສາການແທນເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ.
ຕອນທ້າຍ ທ່ານຮອງລັດຖະມົນຕີ ໄດ້ຂຶ້ນກ່າວຕໍ່ພິທີວ່າ: ຕະຫຼອດໄລຍະ 7 ທົດສະວັດຜ່ານມາ, ເຊິ່ງເປັນໄລຍະເວລາທີ່ຍາວນານ ສາຍພົວພັນລະຫວ່າງ ສອງປະເທດ ລາວ ແລະ ອິນເດຍ ໄດ້ຮັບການພັດທະນາມາຢ່າງຕໍ່ເນື່ອງ ແລະ ແໜ້ນແຟ້ນ. ອິນເດຍ ເປັນໜຶ່ງໃນປະເທດທີ່ໄດ້ໃຫ້ການສະໜັບສະໜູນແກ່ ສປປ ລາວ ມາໂດຍຕະຫຼອດ, ບໍ່ວ່າຈະເປັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ເຕັກໂນໂລຊີ, ການສຶກສາ, ການແພດ ແລະ ອື່ນໆ. ໂດຍສະເພາະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄລຍະຜ່ານມາທາງລັດຖະບານອິນເດຍ ກໍ່ໄດ້ຝຶກອົບຮົມບຸກຄະລາກອນດ້ານນີ້ ແລະ ໄດ້ສ້າງສູນຝຶກອົບຮົມຊັອບແວ. ສາຍພົວພັນແຫ່ງມິດຕະພາບອັນດີງາມນີ້ ຖືກສ້າງຂຶ້ນບົນພື້ນຖານ ຄວາມເຊື່ອໝັ້ນ ແລະ ເຄົາລົບ ເຊິ່ງກັນ ແລະ ກັນ, ພ້ອມໃຈກັນພັດທະນາ ແລະ ສ້າງຄວາມຈະເລີນຮຸ່ງເຮືອງມາສູ່ປະຊາຊົນສອງຊາດ ລາວ-ອິນເດຍ.
ຂ່າວ: ກົມໄປສະນີ
ຮູບພາບ ພຸດດາວອນ ພາສຸວັນ

