ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມງານມະຫະກຳເຕັກໂນໂລຊີລະດັບໂລກ Asia Tech x Singapore 2026

22/05/2026

ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມງານມະຫະກຳເຕັກໂນໂລຊີລະດັບໂລກ Asia Tech x Singapore 2026

ໃນລະຫວ່າງວັນທີ 20-21 ພຶດສະພາ 2026, ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ນຳໂດຍ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກຕສ ໄດ້ເຂົ້າຮ່ວມງານມະຫະກຳເຕັກໂນໂລຊີລະດັບພາກພື້ນ ແລະ ສາກົນ Asia Tech x Singapore (ATxSG) 2026 ທີ່ຈັດຂຶ້ນຢ່າງຍິ່ງໃຫຍ່ ຢູ່ປະເທດສິງກະໂປ ເພື່ອແລກປ່ຽນບົດຮຽນ ແລະ ສຶກສາທິດທາງການພັດທະນາເຕັກໂນໂລຊີດິຈິຕອນໃນຍຸກໃໝ່.

ງານ ATxSG 2026 ໃນປີນີ້ ໄດ້ຮວບຮວມເອົາບັນດາຜູ້ນຳດ້ານເຕັກໂນໂລຊີ, ຜູ້ບໍລິຫານລະດັບສູງຈາກບໍລິສັດເຕັກໂນໂລຊີຊັ້ນນຳຂອງໂລກ ແລະ ຜູ້ວາງນະໂຍບາຍຈາກຫຼາຍປະເທດ ເພື່ອປຶກສາຫາລືກ່ຽວກັບທ່າອ່ຽງເຕັກໂນໂລຊີທີ່ທັນສະໄໝ, ໂດຍສະເພາະແມ່ນການນຳໃຊ້ປັນຍາປະດິດ (AI), ໂຄງລ່າງພື້ນຖານດິຈິຕອນທີ່ຍືນຍົງ ແລະ ຄວາມປອດໄພທາງໄຊເບີ. ໃນໂອກາດນີ້, ຄະນະຜູ້ແທນລາວ ໄດ້ຢ້ຽມຊົມບູດວາງສະແດງເຕັກໂນໂລຊີທີ່ທັນສະໄໝ ແລະ ເຂົ້າຮ່ວມກອງປະຊຸມສຳມະນາຫົວຂໍ້ຕ່າງໆ ເພື່ອນຳມາປັບໃຊ້ເຂົ້າໃນວຽກງານພັດທະນາດິຈິຕອນຢູ່ ສປປ ລາວ ໃຫ້ມີປະສິດທິພາບ.

ໃນຂອບເຂດຂອງງານດັ່ງກ່າວ, ຄະນະຜູ້ແທນລາວ ຍັງໄດ້ເປັນກຽດເຂົ້າຮ່ວມກອງປະຊຸມ ASEAN-U.S. AI Ministerial Roundtable ພາຍໃຕ້ຫົວຂໍ້ “The Road to 50 Years of ASEAN-U.S. Relations”. ໃນກອງປະຊຸມນີ້, ທ່ານ ຮອງລັດຖະມົນຕີ ກຕສ ໄດ້ມີບົດບາດສຳຄັນໃນການນຳສະເໜີວິໄສທັດຂອງ ສປປ ລາວ ຕໍ່ການພັດທະນາ AI ໃຫ້ມີຄວາມທົ່ວເຖິງ ໂດຍສະເພາະແມ່ນ:

• ການສ້າງ ແລະ ພັດທະນາຍຸດທະສາດ AI ແຫ່ງຊາດ ເພື່ອສ້າງພື້ນຖານການພັດທະນາ AI ໃຫ້ມີຄວາມໝັ້ນຄົງ ແລະ ທັນສະໄໝ.

• ການສົ່ງເສີມໂຄງລ່າງພື້ນຖານສີຂຽວ ດ້ວຍການນໍາໃຊ້ທ່າແຮງດ້ານພະລັງງານສະອາດຂອງລາວ ເພື່ອດຶງດູດການລົງທຶນໃນການສ້າງ Green AI Data Centers.

• ການພັດທະນາອຸທິຍານດິຈິຕອນ (Digital Park) ເພື່ອສ້າງເປັນສູນກາງບົ່ມເພາະນະວັດຕະກຳ ແລະ ພັດທະນາທັກສະດິຈີຕອນໃຫ້ແກ່ຊາວໜຸ່ມ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs).

• ການພັດທະນາຖານຂໍ້ມູນພາສາລາວ (LAOAI Corpus) ເພື່ອຮັບປະກັນຄວາມສະເໝີພາບໃນການເຂົ້າເຖິງເຕັກໂນໂລຊີ.

ການເຂົ້າຮ່ວມງານໃນຄັ້ງນີ້ ບໍ່ພຽງແຕ່ເປັນການເປີດໂອກາດໃນການເບິ່ງເຫັນທິດທາງການພັດທະນາເຕັກໂນໂລຊີລະດັບສາກົນເທົ່ານັ້ນ, ແຕ່ຍັງເປັນການຢັ້ງຢືນເຖິງຄວາມພ້ອມຂອງ ສປປ ລາວ ໃນການເປັນຄູ່ຮ່ວມມືທາງດ້ານດິຈິຕອນກັບບັນດາປະເທດໃນພາກພື້ນ ແລະ ສາກົນ ເພື່ອນຳພາປະເທດກ້າວໄປສູ່ການຫັນເປັນດິຈິຕອນຢ່າງຍືນຍົງ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ