26/05/2026
ກົມຄວາມປອດໄພທາງໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມທາບທາມ ປັບປຸງ ກ່ຽວກັບຮ່າງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ (ສະບັບປັບປຸງ), ຂຶ້ນທີ່ໂຮງແຮມ ອາມາລີ, ໃນວັນທີ 26 ພຶດສະພາ 2026. ໂດຍການເປັນປະທານຂອງ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ ກຕສ ມີບັນດາຫົວໜ້າກົມ, ຮອງກົມ, ບັນດາກົມທຽບເທົ່າ, ບັນດາກະຊວງອ້ອມຂ້າງກະຊວງ ແລະ ບັນດາບໍລິສັດຕ່າງໆ ເຂົ້າຮ່ວມຈຳນວນ 50 ກວ່າທ່ານ.
ໃນທີ່ປະຊຸມ ທ່ານ ແກ້ວວີສຸກ ໂສລະພົມ ໄດ້ກ່າວວ່າ: ເພື່ອສ້າງຂອບເຂດນິຕິກຳທີ່ຮັດກຸມຂຶ້ນ, ເພື່ອເປັນບ່ອນອີງໃນການຕິດຕາມ, ກວດກາ ແລະ ດຳເນີນຄະດີຕໍ່ຜູ້ກະທຳຜິດຢ່າງເຂັ້ມງວດ, ຕ້ານ ແລະ ສະກັດກັ້ນ ເພື່ອຈຳກັດ ແລະ ກໍາຈັດທຸກອາຊະຍາກຳ, ປົກປ້ອງ ລະບົບຖານຂໍ້ມູນ, ລະບົບເຊີເວີ, ຂໍ້ມູນທາງລະບົບຄອມພິວເຕີ ກຽດສັກສີຂອງບຸກຄົນ ແລະ ຮັບປະກັນຄວາມໝັ້ນຄົງຂອງຊາດ, ເຊື່ອມໂຍງກັບສາກົນ ເພື່ອໃຫ້ສອດຄ່ອງກັບສົນທິສັນຍາ (United Nations Convention against Cybercrime) ແລະ ມາດຕະຖານສາກົນ ວ່າດ້ວຍການຮ່ວມມືຕ້ານອາຊະຍາກຳທາງໄຊເບີ. ກົດໝາຍສະບັບນີ້, ບໍ່ພຽງແຕ່ຈະເປັນເຄື່ອງມືຂອງລັດຖະບານເທົ່ານັ້ນ, ແຕ່ຍັງແມ່ນກົນໄກສຳຄັນໃນການສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ ແລະ ການພັດທະນາເສດຖະກິດດິຈິຕອນໃນ ສປປ ລາວ ໃຫ້ມີຄວາມຍືນຍົງ.
ພ້ອມນີ້, ທ່ານ ສຸເນດໂຕ ຊາພັກດີ ຮອງຫົວໜ້າກົມຄວາມປອດໄພທາງໄຊເບີ, ກຕສ ໄດ້ຂຶ້ນລາຍງານສະພາບການຄົ້ນຄວ້າ ປັບປຸງ ກົດໝາຍ ວ່າດ້ວຍ ການຕ້ານ ແລະ ສະກັດກັັ້ນອາຊະຍາກໍາທາງລະບົບຄອມພິວເຕີ ສະບັບປີ 2015 ທີ່ນໍາໃຊ້ໃນປັດຈຸບັນ ເຫັນວ່າມີເນື້ອໃນບາງສ່ວນ ຍັງບໍ່ທັນສອດຄ່ອງກັບສະພາບການກໍາອາສະຍາກໍາທາງໄຊເບີໃນປະຈຸບັນ ກໍຄື: ໄພຂົ່ມຂູ່ ຫຼື ໄພຄຸກຄາມ ຫຼື ຮູບແບບການໂຈມຕີທາງໄຊເບີ. ດັ່ງນັ້ນ, ລັດຖະບານ ຈຶ່ງໄດ້ມອບໝາຍໃຫ້ຂະແໜງການກ່ຽວຂ້ອງ ກໍ່ຄື ກະຊວງເຕັກໂນໂລຊີ ແລະ ການສື່ສານ ອອກຂໍ້ຕົກລົງສະບັບເລກທີ 2693/ກຕສ, ລົງວັນທີ 19 ສິງຫາ 2025 ວ່າດ້ວຍການແຕ່ງຕັ້ງຄະນະປັບປຸງ ຊື່ງປະກອບມີຕາງໜ້າຈາກ ກະຊວງ ປ້ອງກັນຄວາມສະຫງົບ, ກະຊວງຍຸຕິທຳ, ຫສນຍ, ສະພາແຫ່ງຊາດ ແລະ ກຕສ ຄົ້ນຄວ້າ ແລະ ປະຊຸມຊ່ອງໜ້າ ຜ່ານມາຈໍານວນ 09 ຄັ້ງ ແລະ ໄດ້ຄົ້ນຄວ້າເພີ່ມ ແລະ ຕັດພາກ, ໝວດ, ມາດຕາ, ເນື້ອໃນບາງຈຸດອອກ. ນອກນີ້, ກໍ່ຍັງໄດ້ຈັດກອງປະຊຸມທາບທາມປະກອບຄຳຄິດ ຄຳເຫັນຈາກບັນດາກົມ/ທຽບເທົ່າພາຍໃນກະຊວງ ຕສ 01 ຄັ້ງ, ຈຶ່ງໄດ້ໂຄງຮ່າງກົດໝາຍສະບັບປັບປຸງ ຊຶ່ງປະກອບມີ 09 ພາກ, 05 ໝວດ 68, ມາດຕາ ໂດຍຕັດອອກ 4 ມາດຕາຈາກສະບັບເກົ່າ ແລະ ໃນສະບັບໃຫມ່ໄດ້ເພີ່ມ 10 ມາດຕາ, ຮັກສາເດີມ 05 ມາດ, ປັບປຸງ 53 ມາດຕາ, ຈາກສະບັບເກົ່າທີ່ມີ 09 ພາກ, 05 ໝວດ ແລະ 64 ມາດຕາ. ໂດຍການຄົ້ນຄວ້າອີງໃສ່ ບັນດາກົດໝາຍຂອງ ສສ ຫວຽດນາມ, ສປ ຈີນ, ໄທ, Budapest Convention, ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍກ້ານຕ້ານອາດຊະຍາກໍາທາງໄຊເບີ (United Nations Convention against Cybercrime). ໃນໂອກາດດຽວກັນ, ບັນດາຜູ້ເຂົ້າຮ່ວມ ໄດ້ມີການຕັ້ງຄຳຖາມເຈາະຈີ້ມ ແລະ ຕອບຄຳຖາມຢ່າງຟົດຟື້ນ ເພື່ອເຮັດໃຫ້ເນື້ອໃນຂອງກົດໝາຍສະບັບນີ້ ມີຄວາມສົມບູນຄົບຖ້ວນ, ຊັດເຈນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ.
ຂ່າວ ກົມຄວາມປອດໄພທາງໄຊເບີ
ຮູບພາບ ທ່ານ ພຸດດວອນ ພາສຸວັນ

