ຮອງລັດຖະມົນຕີ ກຕສ ຕ້ອນຮັບການພົບປະ ປະທານຄະນະຜູ້ແທນການພົວພັນ ກັບອາຊຽນ ຂອງລັດຖະສະພາ ອີຢູ

26/05/2026

ຮອງລັດຖະມົນຕີ ກຕສ ຕ້ອນຮັບການພົບປະ ປະທານຄະນະຜູ້ແທນການພົວພັນ ກັບອາຊຽນ ຂອງລັດຖະສະພາ ອີຢູ

ໃນວັນທີ 26 ພຶດສະພາ 2026, ທີ່ຫ້ອງຮັບແຂກ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກຕສ ໄດ້ຕ້ອນຮັບການພົບປະ ຂອງທ່ານ Wouter BEKE, ປະທານຄະນະຜູ້ແທນການພົວພັນກັບອາຊຽນ ຂອງລັດຖະສະພາ ອີຢູ ພ້ອມຄະນະຜູ້ແທນຈາກລັດຖະສະພາ ອີຢູ. ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ການເຂົ້າພົບປະຂອງທ່ານ Wouter BEKE, ປະທານຄະນະຜູ້ແທນການພົວພັນ ກັບອາຊຽນ ຂອງລັດຖະສະພາ ອີຢູ. ໂດຍສະເພາະ ການໃຫ້ຄວາມສຳຄັນ ຕໍ່ວຽກງານການຫັນເປັນດິຈິຕອນ ກໍຄື 3 ເສົ້າຄ້ຳ: ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ. ພ້ອມນີ້, ສອງຝ່າຍໄດ້ປຶກສາຫາລື ແລກປ່ຽນຄໍາຄິດເຫັນ ສຳລັບທິດທາງການຮ່ວມມືໃນຕໍ່ໜ້າ ເຊັ່ນ: ການຮ່ວມມື ແລະ ການຊ່ວຍເຫຼືອດ້ານວິຊາການຈາກສະຫະພາບເອີຣົບ ໃນການເສີມສ້າງຂີດຄວາມສາມາດດ້ານຄວາມປອດໄພໄຊເບີ ແລະ ການພັດທະນາຊັບພະຍາກອນມະນຸດ. ສປປ ລາວ ຕ້ອງການຍົກລະດັບການຮ່ວມມືກັບ EU ໃນການແລກປ່ຽນຂ່າວສານໄພຄຸກຄາມທາງໄຊເບີ ແລະ ການຮ່ວມດຳເນີນງານລະຫວ່າງ CERTs/CSIRTs, ສ້າງຄວາມເຂັ້ມແຂງດ້ານການປົກປ້ອງໂຄງລ່າງພື້ນຖານຂໍ້ມູນຂ່າວສານທີ່ສຳຄັນ (CII), ຂົງເຂດການຮ່ວມມື ການພັດທະນາກອບວຽກການປົກປ້ອງ CII, ໃຫ້ການພັດທະນາ ແລະ ການຈັດຕັ້ງປະຕິບັດນະໂຍບາຍ, ກອບວຽກກົດໝາຍ ແລະ ກົນໄກລະບຽບການດ້ານຄວາມປອດໄພໄຊເບີ. ການແລກປ່ຽນປະສົບການທີ່ກ່ຽວຂ້ອງກັບກົດໝາຍຄວາມປອດ ໄພໄຊເບີ, ການປ້ອງກັນອາດຊະຍາກຳໄຊເບີ, ການຄຸ້ມຄອງຂໍ້ມູນສ່ວນຕົວ, ການຄຸ້ມຄອງຄວາມປອດໄພໄຊເບີ ແລະ ການປະຕິບັດ ທີ່ໄດ້ຮັບຜົນສຳເລັດສຸງໃນລະດັບສາກົນ. ຕອນທ້າຍ, ທ່ານຮອງ ລມຕ ກໍອວຍພອນໄຊໃຫ້ ທ່ານ Wouter BEKE ພ້ອມດ້ວຍຄະນະ ປະສົບຜົນສຳເລັດຢ່າງຈົບງາມ ໃນການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ມີສຸຂະພາບແຂງແຮງ ມີຄວາມສຸກຕະຫຼອດໄລຍະເວລາການພຳນັກ ຢູ່ ສປປ ລາວ.

ຂ່າວ ພະແນກຮ່ວມມືສາກົນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ