02/06/2026
ໃນຕອນເຊົ້າຂອງວັນທີ 02 ມິຖຸນາ 2026 ນີ້, ຢູ່ທີ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ. ພິທີດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານ ໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍບັນດາທ່ານ ຮອງລັດຖະມົນຕີ, ບັນດາທ່ານ ຄະນະຫ້ອງການ, ກົມ, ສູນ, ສະຖາບັນ, ອົງການອ້ອມຂ້າງກະຊວງ, ພະນັກງານ, ຜູ້ປົກຄອງ ແລະ ນ້ອງໆເດັກນ້ອຍທີ່ເປັນລູກຂອງພະນັກງານ ເຂົ້າຮ່ວມຢ່າງພ້ອມພຽງ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ, ຄວາມອົບອຸ່ນ ແລະ ຮອຍຍິ້ມອັນສົດໃສ ຂອງເດັກໆທຸກຄົນ.
ໃນພິທີ, ທ່ານປະທານ ໄດ້ໃຫ້ກຽດກ່າວມີຄຳເຫັນວ່າ: ວັນເດັກສາກົນ ບໍ່ພຽງແຕ່ເປັນວັນແຫ່ງຄວາມມ່ວນຊື່ນຂອງເດັກນ້ອຍເທົ່ານັ້ນ, ແຕ່ມັນແມ່ນສິ່ງຢຳ້ເຕືອນໃຫ້ຜູ້ໃຫຍ່, ຜູ້ປົກຄອງ ແລະ ສັງຄົມ ໄດ້ຕື່ນຕົວ ແລະ ເຫັນໄດ້ເຖິງໜ້າທີ່ຮັບຜິດຊອບໃນການປົກປ້ອງ, ລ້ຽງດູ ແລະ ພັດທະນາຊັບພະຍາກອນມະນຸດຂອງຊາດ. ຄະນະພັກ, ຄະນະນຳ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ຄວາມສຳຄັນເປັນຢ່າງຍິ່ງ ແລະ ຖືເອົາວຽກງານການພັດທະນາເດັກນ້ອຍ-ເຍົາວະຊົນ ເປັນວຽກງານບູລິມະສິດສະເໝີມາ ໂດຍໄດ້ຊີ້ນຳ-ນຳພາ ຈັດກິດຈະກຳສະເຫຼີມສະຫຼອງວັນເດັກສາກົນ ຢ່າງເປັນຂະບວນຟົດຟື້ນ ແລະ ຕໍ່ເນື່ອງກັນມາທຸກໆປີ ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ ເພື່ອຢືນຢັນເຖິງຄວາມເອົາໃຈໃສ່ຢ່າງບໍ່ຢຸດຢັ້ງ ທີ່ມີຕໍ່ອະນາຄົດຂອງຊາດ. ພ້ອມນີ້, ທ່ານໄດ້ກ່າວຕື່ມວ່າ: ໃນຍຸກປະຈຸບັນ ເຊິ່ງເປັນຍຸກແຫ່ງເຕັກໂນໂລຊີ ແລະ ນະວັດຕະກຳດິຈິຕອນ, ກຕສ ໄດ້ເລັງເຫັນຄວາມສຳຄັນເປັນຢ່າງຍິ່ງ ໃນການສົ່ງເສີມໃຫ້ເດັກນ້ອຍລາວ ໄດ້ມີໂອກາດເຂົ້າເຖິງຄວາມຮູ້, ຂໍ້ມູນຂ່າວສານດິຈິຕອນ ແລະ ເຕັກໂນໂລຊີ ຢ່າງເທົ່າທຽມ. ພວກເຮົາຢາກເຫັນລູກຫຼານ ບໍ່ພຽງແຕ່ນຳໃຊ້ເຕັກໂນໂລຊີເພື່ອຄວາມມ່ວນຊື່ນ, ແຕ່ສາມາດນຳໃຊ້ໃຫ້ເກີດປະໂຫຍດ, ເປັນເຄື່ອງມືໃນການຮຽນຮູ້ ແລະ ພັດທະນາຕົນເອງຢ່າງປອດໄພ ແລະ ສ້າງສັນ. ພ້ອມດຽວກັນນັ້ນ, ການສ້າງສະພາບແວດລ້ອມທາງໄຊເບີ (Cybersecurity) ທີ່ປອດໄພສຳລັບເດັກ ກໍແມ່ນໜຶ່ງໃນພາລະກິດທີ່ ກຕສ ໃຫ້ຄວາມສຳຄັນຢ່າງສຸດກົກສຸດປາຍ ເພື່ອປົກປ້ອງລູກຫຼານຈາກໄພຄຸກຄາມຕ່າງໆໃນໂລກອອນລາຍ.
ນອກຈາກນີ້, ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ທີ່ໝູນວຽນມາບັນຈົບຄົບຮອບໃນວັນດຽວກັນ, ທ່ານປະທານ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍອັນເລິກເຊິ່ງວ່າ: ການປູກຕົ້ນໄມ້ກໍປຽບເໝືອນການບຳລຸງລ້ຽງເດັກນ້ອຍ, ຕົ້ນໄມ້ຕ້ອງການດິນດີ, ນຳ້ ແລະ ການເບິ່ງແຍງ ເພື່ອຈະເຕີບໃຫຍ່ເປັນຮົ່ມເງົາໃຫ້ແກ່ໂລກ, ສ່ວນເດັກນ້ອຍກໍຕ້ອງການຄວາມຮັກ, ຄວາມອົບອຸ່ນ ແລະ ການສຶກສາທີ່ດີ ເພື່ອເຕີບໃຫຍ່ເປັນຄົນດີ ແລະ ເປັນກຳລັງສຳຄັນຂອງສັງຄົມ ເຊັ່ນດຽວກັນ.
:
ໃນຕອນທ້າຍຂອງພິທີ, ທ່ານປະທານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະຈັດຕັ້ງພິທີ, ພະນັກງານທຸກທ່ານ ທີ່ໄດ້ເສຍສະຫຼະທັງແຮງກາຍແຮງໃຈຈັດງານຄັ້ງນີ້ຂຶ້ນມາຢ່າງມີຄວາມໝາຍ. ພ້ອມທັງໄດ້ອວຍພອນໃຫ້ລູກໆ ຫຼານໆ ເດັກນ້ອຍທຸກຄົນ ຈົ່ງມີສຸຂະພາບພົນລະນາໄມທີ່ແຂງແຮງ, ມີຄວາມສຸກໃນວັນເດັກ, ຕັ້ງໃຈສຶກສາຮ່ຳຮຽນ, ເປັນເດັກຄຳຮູ້ ຂອງພໍ່ແມ່ ແລະ ຄູອາຈານ ເພື່ອເຕີບໂຕຂຶ້ນມາເປັນກຳລັງສຳຄັນໃນການນຳພາປະເທດຊາດ ແລະ ເຕັກໂນໂລຊີຂອງລາວໃຫ້ກ້າວໄກ. ຫຼັງຈາກນັ້ນກໍໄດ້ໃຫ້ກຽດປະກາດເປີດ ພິທີສະເຫຼີມສະຫຼອງວັນເດັກສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2026 ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ຢ່າງເປັນທາງການ.
ແຫຼ່ງຂ່າວ:
ບົດຂ່າວ: ນ. ພອຍໄພລິນ ປາບພານ ພະແນກ ຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ
ຮູບພາບ: ພະແນກ ປະຊາສຳພັນ ຂ່າວສານ, ກຕສ.

