ປາຖະກະຖາ ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທີ່ທົງໄຫຫີນ ຊຽງຂວາງ ຄົບຮອບ 67 ປີ ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາຂອງພັກ ຄົບຮອບ 66 ປີ

29/05/2026

ປາຖະກະຖາ ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທີ່ທົງໄຫຫີນ ຊຽງຂວາງ ຄົບຮອບ 67 ປີ ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາຂອງພັກ ຄົບຮອບ 66 ປີ

ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2026​, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 05 ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ຄະນະພັກກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີປາຖະກະຖາວັນສໍາຄັນຂອງພັກຂອງຊາດກໍ່ຄື: ວັນຜ່າວົງປິດລ້ອມ ຂອງກອງພັນທີ່ສອງ ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 67 ປີ​ (18/05/1959-18/05/2026) ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາ ຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ ( 24/05/1960-24/05/2026 ) ພ້ອມກັບ ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII. ພາຍໃຕ້ການເປັນ ປະທານຂອງ ສະຫາຍ ປອ.ສັນຕິສຸກ ສີມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຊຶ່ງມີບັນດາຄະນະພັກ-ຄະນະນຳກະຊວງ, ກົມ/ທຽບເທົ່າ, ບັນດາບໍລິສັດ ພ້ອມດ້ວຍສະມາຊິກພັກ-ພະນັກງານຫຼັກແຫຼ່ງ ທົ່ວກະຊວງ ເຂົ້າຮ່ວມ 355 ກວ່າສະຫາຍ.

ຈຸດປະສົງ ແລະ ເປົ້າໝາຍ ກໍ່ເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ກໍາແໜ້ນກ່ຽວກັບບັນດາແນວທາງຜົນງານຂອງຜູ້ນຳພັກ-ລັດ ຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ ໃນການຕໍ່ສູ້ກັບພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່; ທັງເປັນການສຶກສາອົບຮົມ, ການຮໍ່າຮຽນເອົາມູນເຊື້ອຮັກຊາດ, ຄວາມສາມັກຄີ, ນ້ຳໃຈຕໍ່ສູ້ກູ້ຊາດບໍ່ຍອມຈຳນົນອັນພິລະອາດຫານ, ນ້ຳໃຈເສຍສະຫຼະອັນສູງສົ່ງຂອງຜູ້ນຳພັກ-ລັດ ທີ່ມີຕໍ່ປະເທດຊາດ ແລະ ເປັນການໂຄສະນາປຸກລະດົມນໍ້າໃຈຮັກຊາດ ຮັກລະບອບໃໝ່, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ປາກົດຜົນເປັນຈິງ ແລະ ເພື່ອລະນຶກຄືນມູນເຊື້ອເຫດການໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາໄປສູ່ເຂດທີໜັ້ນ ເຊີ່ງເປັນເຫດການໜື່ງທີ່ມີຄວາມໝາຍຄວາມສໍາຄັນໃນການຕໍ່ສູ້ປະຕິວັດຕ້ານການຮຸກຮານຂອງພວກລາເມືອງຂື້ນທັງແບບເກົ່າ ແລະ ແບບໃໝ່, ເປັນໝາກຜົນແຫ່ງການຕໍ່ສູ້ກູ້ຊາດ ພາຍໃຕ້ການນໍາພາຂອງພັກ ແລະ ແນວລາວຮັກຊາດ. ໃນໂອກາດດັ່ງກ່າວກໍ່ໄດ້ສາຍຮູບເງົາ ຫວນຄືນຊີວິດການເຄື່ອນໄຫວ ແລະ ຜົນງານທີ່ພົ້ນເດັ່ນຂອງ ບັນດາສະຫາຍຜູ້ນໍາພັກໃຫ້ແກ່ຜູ້ເຂົ້າຮ່ວມໄດ້ຮັບຊົມ ໂດຍຫຍໍ້ ໄດ້ຍົກໃຫ້​ເຫັນເຖິງ ​ສະພາບ​ ການ​ຖືກ​ປິດ​ລ້ອມ​ ແລະ ວິລະກຳການຜ່າວົງປິດລ້ອມ ​ຂອງ​ກອງພັນ​ທີ 2 ​ແຕ່ວັນ​ທີ 18/5-2/6/1959, ຄວາມໝາຍ ຄວາມ​ສຳຄັນ ​ແລະ ປັດ​​ໄຈ​ພື້ນຖານ ​ການຜ່າ​ ວົງປິດ​ລ້ອມ ​ຂອງ​ກອງ​ພັນ​ທີ 2 ​ເຊິ່ງໃນຄໍ່າຄືນວັນທີ 18 ພຶດ ສະພາ 1959 ຄະນະບັນຊາກອງພັນທີ 2 ພາຍໃຕ້ການຊີ້ນໍາ ຂອງສູນກາງພັກ.

ໃນໂອກາດດຽວກັນກໍໄດ້ມີພິທີປະກາດການຈັດຕັ້ງ ແລະ ຊັບຊ້ອນພະນັກງານ ນໍາພາ-ຄຸ້ມຄອງ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງ ສະຫາຍ ນາງ ວຽງທອງ ທິບພະວົງພັນ ຮອງຫົວໜ້າກົມຈັດຕັ້ງ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງ ຊຶ່ງບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງລ້ວນແລ້ວແຕ່ເປັນບຸກຄົນທີ່ມີຄວາມຮູ້ຄວາມສາມາດ, ມີປະສົບການ, ມີຜົນງານໃນຫຼາຍດ້ານ,ຜ່ານການບຸກບືນ-ຝຶກຝົນຫລໍ່ຫຼອມຕົນເອງເຮັດໃຫ້ມີການເຕີບໃຫຍ່ເຂັ້ມແຂງຂຶ້ນເປັນແຕ່ລະບາດກ້າວ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກການຈັດຕັ້ງເປັນຢ່າງດີ.

ໃນຕອນທ້າຍພິທີ ສະຫາຍ ປອ.ສັນຕິສຸກ ສີມມາລາວົງ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ກ່າວສະແດງຄວາມຍິນດີ ແລະ ຍ້ອງຍໍຊົມເຊີຍຜູ້ທີ່ໄດ້ຮັບການແຕ່ງຕັ້ງ, ທ່ານໄດ້ກ່າວເນັ້ນໜັກ ໃຫ້ຜູ້ຮັບໜ້າທີ່ໃໝ່ ແລະ ສະມາຊິກພັກ-ພະນັກງານ ຈົ່ງເອົາໃຈໃສ່ໃນການປະຕິບັດ ໜ້າທີ່ວຽກງາຂອງຕົນດ້ວຍຄວາມຮັບຜິດຊອບສູງ ນຳໃຊ້ຄວາມຮູ້ປະສົບການທີ່ມີ ເຂົ້າໃນການປະຕິບັດໜ້າທີ່ຂອງຕົນຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເພື່ອສຸມໃສ່ພັດທະນາວຽກງານໃນຂົງເຂດທີ່ຮັບຜິດຊອບໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ເຮັດໃຫ້ບັນລຸໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

ຂ່າວໂດຍ: ສິນທະນູ ພະຜົນໄຊ

ຮູບພາບ: ທ່ານ ພຸດດາວອນ ພາສຸວັນ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ