29/05/2026
ໃນວັນທີ 29 ພຶດສະພາ 2026, ທີ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຈ. Yu Yimin, ຜູ້ອຳນວຍການສູນຄົ້ນຄວ້າ ແລະ ພັດທະນາຮ່ວມມືການຄ້າ ແລະ ການເງິນຂ້າມຊາຍແດນສາກົນ ແຂວງຢຸນນານ ສປ ຈີນ ພ້ອມດ້ວຍຄະນະຕິດຕາມ 03 ທ່ານ ເພື່ອລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການຂອງຄະນະຊ່ຽວຊານ ຈາກມະຫາວິທະຍາໄລການເງິນ ແລະ ເສດຖະສາດ ຢຸນນານ ສປ ຈີນ.

ໂອກາດດຽວກັນ, ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ທີ່ກົມເຕັກໂນໂລຊີດີຈີຕອນ ໄດ້ຮ່ວມມືກັບ ມະຫາວິທະຍາໄລການເງິນ ແລະ ເສດຖະສາດ ຢຸນນານ ໃນການຄົ້ນຄວ້າໂຄງການສ້າງພື້ນຖານໂຄງລ່າງດີຈີຕອນຂ້າມຊາຍແດນທີ່ໜ້າເຊື່ອຖື ລາວ-ຈີນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການຂົນສົ່ງຂ້າມຊາຍແດນ ໂດຍຜ່ານມາທັງສອງຝ່າຍໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ຢ່າງເປັນທາງການ ຢູ່ທີ່ນະຄອນຄຸນມິງ ແຂວງຢຸນນານ ສປ ຈີນ ໃນປີ 2025. ຫຼັງຈາກນັ້ນ, ສອງຝ່າຍໄດ້ສືບຕໍ່ຮ່ວມກັນຄົ້ນຄວ້າສ້າງແຜນພັດທະນາເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain) ແຫ່ງຊາດ ພ້ອມທັງຈັດກອງປະຊຸມປຶກສາຫາລືຜ່ານລະບົບອອນລາຍຮ່ວມກັນຢ່າງເປັນປົກກະຕິ ເພື່ອແນໃສ່ຊຸກຍູ້ການຫັນເປັນດີຈີຕອນໃນວຽກງານອໍານວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງຂ້າມຊາຍແດນ ລະຫວ່າງສອງປະເທດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ສຳລັບທິດທາງແຜນການຮ່ວມມືໃນຕໍ່ໜ້າ, ທັງສອງຝ່າຍໄດ້ປຶກສາຫາລື ແລະ ເຫັນດີຈະສືບຕໍ່ຊຸກຍູ້ການຮ່ວມມືກັນໃຫ້ເປັນຮູບປະທຳກວ່າເກົ່າ ເປັນຕົ້ນແມ່ນ: ການຈັດກອງປະຊຸມສໍາມະນາຮ່ວມກັນ ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ ໃຫ້ແກ່ສັງຄົມ; ການສຸມໃສ່ຄົ້ນຄວ້າ ແລະ ພັດທະນາໂຄງການສ້າງໂຄງລ່າງພື້ນຖານເຕັກໂນໂລຊີກຸ່ມຂໍ້ມູນຜູກພັນແຫ່ງຊາດ (Lao National Blockchain) ໃຫ້ປາກົດຜົນເປັນຈິງ; ພ້ອມທັງຈະເນັ້ນໃສ່ການພັດທະນາຊັບພະຍາກອນມະນຸດ ໂດຍການໃຫ້ທຶນການສຶກສາໄລຍະຍາວ ແກ່ນັກສຶກສາ ແລະ ບຸກຄະລາກອນລາວທີ່ມີພອນສະຫວັນ ແລະ ຄວາມຮູ້ຄວາມສາມາດ ໃນຂະແໜງການເຕັກໂນໂລຊີດີຈີຕອນ ຢູ່ ສປ ຈີນ ໃນອະນາຄົດ. ຂ່າວ ແລະ ຮູບພາບ: ທ່ານ ພຸດດາວອນ ພາສຸວັນ


