ກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນ ໃນການຄຸ້ມຄອງກອງທຶນຂອງລັດ

02/06/2026

ກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນ ໃນການຄຸ້ມຄອງກອງທຶນຂອງລັດ

ໃນຕອນບ່າຍຂອງວັນທີ 02 ມີຖຸນາ 2026, ທີ່ຫ້ອງປະຊຸມ ສູນອິນເຕີເນັດ ແຫ່ງຊາດ, ໄດ້ມີກອງປະຊຸມປຶກສາຫາລື ແລະ ແລກປ່ຽນຖອດຖອນບົດຮຽນໃນການຄຸ້ມຄອງກອງທຶນຂອງລັດ ລະຫວ່າງ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈີຕອນ (ກທດ), ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແລະ ກະຊວງການເງີນ. ພາຍໃຕ້ການເປັນປະທານຂອງ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກຕສ, ຮອງປະທານສະພາບໍລິຫານ, (ຜູ້ປະຈໍາການ) ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ມີບັນດາຄະນະສະພາບໍລິຫານກອງທຶນ, ຄະນະກົມ, ຫ້ອງການ, ສະຖາບັນ, ສູນ ພາຍໃນ ກຕສ ແລະ ຕາງໜ້າຈາກກະຊວງການເງິນ ເຂົ້າຮ່ວມ.

ຈຸດປະສົງໃນກອງປະຊຸມຄັ້ງນີ້, ກໍ່ເພື່ອພົບປະແລກປ່ຽນຄວາມຮູ້, ປະສົບການ ແລະ ບົດຮຽນໃນການປະຕິບັດວຽກງານຕົວຈິງ ໃນການຄຸ້ມຄອງວຽກງານການເງິນຂອງກອງທຶນລັດ ເພື່ອນໍາໄປປັບປຸງ ແລະ ພັດທະນາວຽກງານໃຫ້ມີປະສິດທິພາບ ໂດຍສະເພາະ ການນໍາໃຊ້ລະບົບດິຈິຕອນເຂົ້າໃນວຽກງານການເງິນ, ການເຊື່ອມຕໍ່ລະບົບການຈັດເກັບລາຍຮັບກັບລະບົບອາກອນ ແລະ ການຄຸ້ມຄອງໂຄງການໃຫ້ມີຄວາມໂປ່ງໃສ ພ້ອມທັງເປັນການຍົກລະດັບໃນການຄຸ້ມຄອງ ແລະ ຈັດເກັບລາຍຮັບ ເຂົ້າກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ

ໃນວາລະກອງປະຊຸມ, ທ່ານ ຫັດສະດີ ພະລີຂັນ, ຮອງຫົວໜ້າຫ້ອງການກອງເລຂາ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ, ກຕສ ໄດ້ນໍາສະເໜີບົດລາຍງານຫຍໍ້ ກ່ຽວກັບວຽກງານ ກທດໃນໄລຍະຜ່ານມາ, ຊຶ່ງທ່ານໄດ້ຍົກໃຫ້ເຫັນ ສະພາບກ່ຽວກັບຄວາມເປັນມາ ແລະ ບາງເນື້ອໃນຂອງ ດຳລັດວ່າດ້ວຍກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ, ພ້ອມທັງຂໍສະເໜີບາງປະເດັນສົນທະນາ ເພື່ອແລກປ່ຽນບົດຮຽນຮ່ວມກັບຂະແໜງການເງິນ ເປັນຕົ້ນ: ແລກປ່ຽນຂໍ້ມູນທີ່ຈຳເປັນເພື່ອໃຊ້ໃນການສົມທຽບ ແລະ ກວດສອບຄວາມຖືກຕ້ອງຂອງການມອບພັນທະເຂົ້າກອງທຶນ; ກົນໄກ, ຂັ້ນຕອນ ແລະ ລະບົບເຕັກໂນໂລຊີ ທີ່ກົມສ່ວຍສາອາກອນນຳໃຊ້ໃນການຄຸ້ມຄອງ ແລະ ຈັດເກັບອາກອນໃນປັດຈຸບັນ; ການບໍລິຫານ ແລະ ປະເມີນຜົນໂຄງການ; ການຄຸ້ມຄອງລາຍຈ່າຍ ແລະ ອື່ນໆ.

ກອງປະຊຸມ ໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ບັນດາຜູ້ເຂົ້າຮ່ວມ ໄດ້ປະກອບຄຳເຫັນ ຕໍ່ບົດລາຍງານ ແລະ ແລກປ່ຽນບົດຮຽນຕໍ່ຄໍາຖາມເຈາະຈີ້ມ ຢ່າງກົງໄປກົງມາ ເພື່ອໃຫ້ວຽກງານກອງທຶນ ມີຄວາມຈະແຈ້ງ ໂປ່ງໃສ ຖືກຕ້ອງຕາມລະບຽບການ.

ຕອນທ້າຍທ່ານປະທານ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ຖືເປັນເວທີສໍາຄັນ ທີ່ໄດ້ເປີດໂອກາດໃຫ້ແຕ່ລະພາກສ່ວນ ໄດ້ຮ່ວມກັນຖອດຖອນບົດຮຽນ, ນໍາສະເໜີບັນຫາ ແລະ ແນວທາງແກ້ໄຂ ເພື່ອນໍາໄປປັບປຸງການປະຕິວັດວຽກງານໃນຕໍ່ໜ້າໃຫ້ມີຄວາມທັນສະໄໝ, ໂປ່ງໃສ ແລະ ມີປະສິດທິຜົນຍິ່ງຂື້ນ. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນຫນັກໃຫ້ນໍາເອົາບົດຮຽນ ແລະ ຂໍ້ສະເໜີຕ່າງໆ ຈາກການປຶກສາຫາລືໃນຄັ້ງນີ້ ໄປປັບໃຊ້ໃນການປະຕິບັດໜ້າທີ່ວຽກງານຕົວຈິງ ເພື່ອພັດທະນາວຽກງານກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ໃຫ້ມີຄວາມຍືນຍົງ ສາມາດເປັນກໍາລັງແຮງ ໃນການພັດທະນາ ຕາມເປົ້າໝາຍທີ່ວາງໄວ້.

ຂ່າວ: ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ

ຮຽບຮຽງ ແລະ ພາບ: ເລັກເຊ່ຍ ສຸດທິວົງ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ