ທ່ານຮອງລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເຜີຍແຜ່ຍຸດທະສາດ ແລະ ແຜນພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາແຫ່ງຊາດ 2026-2040 ແລະ ນະໂຍບາຍຄູແຫ່ງຊາດ

08/06/2026

ທ່ານຮອງລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເຜີຍແຜ່ຍຸດທະສາດ ແລະ ແຜນພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາແຫ່ງຊາດ 2026-2040 ແລະ ນະໂຍບາຍຄູແຫ່ງຊາດ

 

ໃນວັນທີ 5 ມິຖຸນາ 2026 ຜ່ານມາ, ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເຂົ້າຮ່ວມກອງປະຊຸມ ເຜີຍແຜ່ຍຸດທະສາດ ແລະ ແຜນພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາແຫ່ງຊາດ 2026-2040 ແລະ ນະໂຍບາຍຄູແຫ່ງຊາດ ທີ່ສະໂມສອນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ (ມຊ), ຊຶ່ງຈັດໂດຍກະຊວງສຶກສາທິການ ແລະ ກິລາ (ສສກ). ພາຍໃຕ້ການເປັນປະທານ ແລະ ເປັນກຽດເຂົ້າຮ່ວມຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມີທ່ານ ຮສ. ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ໂຊຢຸນ ກິມ ຫົວໜ້າອົງການອຸຍແນັດໂກ ພາກພື້ນປະຈໍາບາງກອກ (Ms. Soohyun Kim, Regional Director, UNESCO Regional Office in Bangkok), ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີ, ອະດີດການນໍາຊັ້ນສູງ, ຜູ້ອຳນວຍການໃຫຍ່-ຮອງຜູ້ອຳນວຍການ ມຊ, ຄູ່ຮ່ວມພັດທະນາ, ຫົວໜ້າຫ້ອງການ, ກົມ, ສະຖາບັນ, ຜູ້ອໍານວຍການ, ຄູ-ອາຈານ, ນັກຄົ້ນຄວ້າ, ແລະ ຕາງໜ້າຈາກອົງການຈັດຕັ້ງສາກົນ, ສະຖານທູດ ແລະ ນັກສຶກສາເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ຮສ. ປອ ທອງສະລິດ ມັງໜໍ່ເມກ ໄດ້ລາຍງານໂດຍສັງເຂບກ່ຽວກັບຄວາມເປັນມາ ແລະ ສາລະສໍາຄັນຂອງຍຸດທະສາດ ໂດຍເນັ້ນໜັກວ່າ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ແມ່ນຕົວຂັບເຄື່ອນອັນແຮງກ້າໃຫ້ແກ່ການເຕີບໂຕເສດຖະກິດ-ສັງຄົມ, ການຕັດສິນຄວາມໝັ້ນຄົງຂອງຊາດ, ຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ຊ່ວຍແກ້ໄຂສະພາບແວດລ້ອມທີ່ໂລກປະເຊີນຢູ່ ແລະ ຊ່ວຍສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ການບໍລິຫານລັດ, ເອກະສານຍຸດທະສາດດັ່ງກ່າວໄດ້ຮັບການສະໜັບສະໜູນການຮ່າງຈາກອົງການ UNESCO ແລະ ໄດ້ຮັບການອະນຸມັດຈາກລັດຖະບານໃນທ້າຍປີ 2025 ເພື່ອຜັນຂະຫຍາຍເຂົ້າສູ່ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ສະບັບທີ 10 (2026-2030). ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາແຫ່ງຊາດ 2026-2040 ໄດ້ກໍານົດເປົ້າໝາຍ, ທິດທາງ, ຂົງເຂດບູລິມະສິດຢ່າງຊັດເຈນ ເພື່ອເປັນບ່ອນອີງໃຫ້ແກ່ຂະແໜງການທັງພາກລັດ ແລະ ເອກະຊົນ ປະກອບມີ 5 ຍຸດທະສາດສໍາຄັນ ຄື: ຍຸດທະສາດ 1: ພັດທະນາລະບົບການຄຸ້ມຄອງ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ຍຸດທະສາດ 2 ພັດທະນາຊັບພະຍາກອນມະນຸດ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ຍຸດທະສາດ 3 ພັດທະນາພື້ນຖານໂຄງລ່າງການຄົ້ນຄວ້າ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ຍຸດທະສາດ 4 ຄົ້ນຄວ້າ ແລະ ພັດທະນາ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ແລະ ຍຸດທະສາດ 5 ສົ່ງເສີມການຮ່ວມມື ພາຍໃນ, ພາກພື້ນ ແລະ ສາກົນ. ຊຶ່ງແຜນການນີ້ປະກອບດ້ວຍ 17 ແຜນງານ ແລະ 85 ໂຄງການ ເພື່ອແນໃສ່ຍົກສູງປະສິດທິພາບການຜະລິດ, ສ້າງມູນຄ່າເພີ່ມ ແລະ ຫັນໄປສູ່ການພັດທະນາຕາມທິດຍືນຍົງ, ເປັນເຈົ້າຕົນເອງ ແລະ ເຊື່ອມໂຍງກັບສາກົນ. ໂດຍສະເພາະ ເພື່ອຮັບປະກັນການພັດທະນາການສຶກສາຂອງຊາດໃຫ້ມີຄຸນນະພາບ, ລັດຖະບານຈຶ່ງໄດ້ອອກຂໍ້ຕົກລົງມະຕິນະໂຍບາຍຄູແຫ່ງຊາດ ໃນວັນທີ 17 ມັງກອນ 2025 ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ ຄູ-ອາຈານ ແລະ ວິຊາຊີບຄູ ເຊິ່ງນະໂຍບາຍຄູແຫ່ງຊາດ ປະກອບມີ 10 ດ້ານ ຄື: ການບັນຈຸ ແລະ ການຮັກສາຄູ, ການສັບຊ້ອນຄູ ແລະ ຈັດສັນຄູ,ວຽກງານການສຶກສາຄູ, ໂຄງສ້າງ ແລະ ຄວາມກ້າວໜ້າໃນອາຊີບຄູ, ການຄຸ້ມຄອງ ແລະ ການນໍາໃຊ້ຄູ, ຄ່າຕອບແທນໃຫ້ແກ່ຄູ, ມາດຕະຖານຂອງຄູ, ຄວາມຮັບຜິດຊອບ ແລະ ການປະຕິບັດໜ້າທີ່ຂອງຄູ, ການຄຸ້ມຄອງບໍລິຫານໂຮງຮຽນ ແລະ ການບໍລິຫານໃນພາວະສຸກເສີນ.

          ແຫຼ່ງຂໍ້ມູນ: ບົວລະພາ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ