ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ອະທິການບໍດີ ມະຫາວິທະຍາໄລ ກິ່ວລອງ, ສສ. ຫວຽດນາມ

10/06/2026

ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ອະທິການບໍດີ ມະຫາວິທະຍາໄລ ກິ່ວລອງ, ສສ. ຫວຽດນາມ

ໃນວັນທີ 08 ມີຖຸນາ 2026 ຜ່ານມາ, ທີ່ ຫ້ອງຮັບແຂກ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ຮສ.ປອ. ເລື່ອງ ມິນກື້, ອະທິການບໍດີ ມະຫາວິທະຍາໄລ ກິ່ວລອງ, ສສ. ຫວຽດນາມ ພ້ອມຄະນະ 04 ທ່ານ ໃນໂອກາດທີ່່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ການມາຢ້ຽມຢາມ ແລະ ພົບປະລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ມະຫາວິທະຍາໄລ ກິວລອງ ຂອງ ສສ.ຫວຽດນາມ ໃນຄັ້ງນີ້, ເປັນນິມິດໝາຍທີ່ດີ ແລະ ສໍາຄັນ ເພື່ອເປັນການສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມື ມິດຕະພາບ ແລະ ຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈຮ່ວມມື ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ມະຫາວິທະຍາໄລ ກິວລອງ ຂອງ ສສ. ຫວຽດນາມ ໃນວັນທີ 29 ກັນຍາ 2022. ພ້ອມກັນນີ້, ກໍເພື່ອປຶກສາຫາລືການຮ່ວມມື ລະຫວ່າງສອງພາກສ່ວນໃນຕໍ່ໜ້າ.
:

ການພົວພັນຮ່ວມມື ລະຫວ່າງ ສອງພາກສ່ວນ ນັບຈາກມື້ທີ່ໄດ້ເຊັນບົດບັນທຶກການຮ່ວມມືຮ່ວມກັນ ຊຶ່ງມີໄລຍະເວລາ 3 ປີ (ເດືອນກັນຍາ 2022 ເຖິງປັດຈຸບັນ) ຕະຫຼອດໄລຍະເວລາຜ່ານມາ ສອງຝ່າຍໄດ້ປຶກສາຫາລື ແລະ ຊອກຫາຊ່ອງທາງ ເພື່ອເພີ່ມທະວີການຮ່ວມມືໃຫ້ເປັນຮູບປະທໍາຂຶ້ນ. ໂດຍການຈັດຕັ້ງຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ຮ່ວມກັນໃນການເປີດສູນຝຶກອົບຮົມພາສາຫວຽດນາມ ຮຸ່ນທີ 01, ຫຼັກສູດ B1, ທີ່ສູນພາສາຫວຽດນາມມິດຕະພາບ UCL-IICT ໂດຍອາຈານຈາກ ມະຫາວິທະຍາໄລ ກິວລອງ ສສ. ຫວຽດນາມ ເຊິ່ງມີທັງໝົດ 03 ຫ້ອງຮຽນ, ມີຈຳນວນນັກສຶກສາທັງໝົດ 51 ທ່ານ, ຍິງ 22 ທ່ານ. ຜ່ານການຝຶກອົບຮົມ ແລະ ຜົນຂອງການສອບເສັງ ມີນັກສຶກສາສາມາດ ສອບເສັງຕົວຈິງທັງໝົດ 37 ທ່ານ (ຂາດສອບເສັງ 14 ທ່ານ) ແລະ ສາມາດສອບເສັງຜ່ານ ແລະ ໄດ້ຮັບໃບຢັ້ງຢືນທັງໝົດ 34 ທ່ານ, ບໍ່ຜ່ານ 03 ທ່ານ.

ຕອນທ້າຍ ທ່ານຮອງລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ, ເວົ້າສະເພາະ ກໍແມ່ນ ສະຫາຍ ຮສ.ປອ. ເລື່ອງມິນກື້, ອະທິການບໍດີ ມະຫາວິທະຍາໄລ ກິ່ວລອງ ສສ. ຫວຽດນາມ, ບັນດາພະນັກງານ-ຄູອາຈານ ໝົດທຸກທ່ານ ຂອງມະຫາວິທະຍາໄລ ກິ່ວລອງ ສສ. ຫວຽດນາມ ຕໍ່ການສະໜັບສະໜູນຊ່ວຍເຫຼືອ ແລະ ຕໍ່ໄມຕີຈິດມິດຕະພາບ ຖານສະຫາຍອ້າຍນ້ອງຕະຫຼອດໄລຍະຜ່ານມາ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ