ຄະນະຜູ້ແທນ ກຕສ ເຂົ້າຮ່ວມກອງປະຊຸມຮ່ວມ ສະພາບໍລິຫານ ຄັ້ງທີ 54 ແລະ ຄະນະກຳມະການປະຕິບັດ ຄັ້ງທີ 29

10/06/2026

ຄະນະຜູ້ແທນ ກຕສ ເຂົ້າຮ່ວມກອງປະຊຸມຮ່ວມ ສະພາບໍລິຫານ ຄັ້ງທີ 54 ແລະ ຄະນະກຳມະການປະຕິບັດ ຄັ້ງທີ 29

ໃນລະຫວ່າງວັນທີ 9-11 ມິຖຸນາ 2026 ນີ້, ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ນຳໂດຍ ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກຕສ, ໃນນາມປະທານສະພາບໍລິຫານ ຂອງອົງການສື່ສານອາວະກາດສາກົນ ອິນເຕີສະປຸດນິກ (Intersputnik) ຄັ້ງທີ 53 ໄດ້ເຂົ້າຮ່ວມກອງປະຊຸມຮ່ວມ ສະພາບໍລິຫານ ຄັ້ງທີ 54 ແລະ ຄະນະກຳມະການຈັດຕັ້ງປະຕິບັດງານ ຄັ້ງທີ 29 ທີ່ ສາທາລະນະລັດ ກຽກກິດສະຖານ ມີຜູ້ຕາງໜ້າຈາກປະເທດສະມາຊິກ ແລະ ຄູ່ຮ່ວມມືຂອງ Intersputnik ເຂົ້າຮ່ວມທັງໝົດ 15 ປະເທດ ລວມທັງໝົດຫຼາຍກວ່າ 60 ທ່ານ.  ການເຂົ້າຮ່ວມຄັ້ງນີ້ ເພື່ອເປັນຕົວແທນໃຫ້ແກ່ ສປປ ລາວ ໃນນາມສະມາຊີກ ຮ່ວມຕັດສິນໃຈກ່ຽວກັບ ການວາງນະໂຍບາຍທົ່ວໄປ, ການກຳນົດເປົ້າໝາຍ ແລະ ກິດຈະກຳແຜນເຄື່ອນໄຫວການພັດທະນາ ເຕັກໂນໂລຊີການສື່ສານຜ່ານດາວທຽມສາກົນ ຂອງ Intersputnik.

ໃນພິທີເປີດກອງປະຊຸມ ວັນທີ 9 ມິຖຸນາ 2026, ທ່ານ ໄຊລືຊາ ອິນສີຊຽງໃໝ່ ໄດ້ຮັບກຽດເປັນປະທານຮ່ວມກັບ ທ່ານນາງ Ksenia Drozdova, ອຳນວຍການໃຫຍ່ ອົງການສື່ສານອາວະກາດສາກົນ ອິນເຕີສະປຸດນິກ ແລະ ທ່ານ Altynbek Toktorbaev, ປະທານຄະນະກຳມະການຄຸ້ມຄອງ ແລະ ກວດກາ ຂະແໜງການສື່ສານ ແຫ່ງ ສາທາລະນະລັດ ກຽກກິດສະຖານ. ຫຼັງຈາກກ່າວເປີດກອງປະຊຸມຢ່າງເປັນທາງການ, ທ່ານ ໄຊລືຊາ ອິນສີຊຽງໃໝ່ ໄດ້ອຳລາໜ້າທີ່ການເປັນປະທານສະພາບໍລິຫານ ຄັ້ງທີ 53 ແລະ ມອບ-ຮັບໜ້າທີ່ໃຫ້ແກ່ທ່ານ Altynbek Toktorbaev ເພື່ອດຳລົງຕຳແໜ່ງເປັນປະທານສະພາບໍລິຫານ ຄັ້ງທີ 54 ຕໍ່ໄປ.

:

ໂອກາດດັ່ງກ່າວ ຍັງຖືເປັນວາລະພິເສດ ເນື່ອງໃນໂອກາດຄົບຮອບ 55 ປີ ແຫ່ງການສ້າງຕັ້ງອົງການສື່ສານອາວະກາດສາກົນ ອິນເຕີສະປຸດນິກ, ເຊິ່ງພາຍໃນງານໄດ້ມີການມອບຫຼຽນກຽດຕິຍົດ “Intersputnik Veteran” ເພື່ອຍ້ອງຍໍໃຫ້ແກ່ຜູ້ມີຜົນງານດີເດັ່ນ. ໂດຍຕະຫຼອດໄລຍະ 10 ປີຜ່ານມາ, ທ່ານ ໄຊລືຊາ ອິນສີຊຽງໃໝ່ ໄດ້ປະກອບສ່ວນທາງດ້ານ ສະຕິປັນຍາ, ຄວາມຮູ້-ຄວາມສາມາດ ແລະ ອຸທິດຕົນເຂົ້າໃນການຊີ້ນຳ-ນຳພາວຽກງານ ແລະ ເຂົ້າຮ່ວມເຄື່ອນໄຫວນຳ Intersputnik ຢ່າງຕັ້ງໜ້າ ເຊິ່ງໝາກຜົນແຫ່ງຄວາມພະຍາຍາມດັ່ງກ່າວ ເຮັດໃຫ້ທ່ານໄດ້ຮັບກຽດອັນສູງສົ່ງ ໃນການຮັບຫຼຽນກຽດຕິຍົດໃນຄັ້ງນີ້. ພ້ອມນີ້, ທ່ານ ປອ. Cosmas Luckyson Zavazava, ຫົວໜ້າຫ້ອງການພັດທະນາໂທລະຄົມມະນາຄົມ ຂອງສະຫະພາບໂທລະຄົມມະນາຄົມສາກົນ (ITU) ໄດ້ໃຫ້ກຽດເຂົ້າຮ່ວມຜ່ານລະບົບອອນລາຍ ເພື່ອກ່າວຕ້ອນຮັບ ແລະ ຊົມເຊີຍ, ພ້ອມທັງເນັ້ນໜັກເຖິງຄວາມສຳເລັດໃນການຮ່ວມມືລະຫວ່າງ ອົງການອິນເຕີສະປຸດນິກ ແລະ ITU ໃນການສ້າງຄວາມອາດສາມາດ ໃຫ້ແກ່ອຸດສາຫະກຳການສື່ສານຜ່ານດາວທຽມ.

ກອງປະຊຸມໃນຄັ້ງນີ້, ໄດ້ຮັບຮອງເອົາຫຼາຍວາລະທີ່ສຳຄັນ, ທີ່ໄດ້ຮ່ວມກັນພິຈາລະນາ ແລະ ຮັບຮອງເອົາ: (1)ບົດລາຍງານການປະຕິບັດງານ ຂອງ Intersputnik ປະຈຳປີ 2025 ໂດຍປະທານຄະນະກໍາມະການປະຕິບັດງານ, (2)ບົດລາຍງານກິດຈະກຳການເຄື່ອນໄຫວ ຂອງ Intersputnik ປະຈຳປີ 2025 ແລະ ແຜນການປະຈຳປີ 2026 ໂດຍຜູ້ອຳນວຍການໃຫຍ່ Intersputnik ແລະ (3)ບົດລາຍງານແຜນການເງິນ ແລະ ບົດລາຍງານການກວດສອບ ປະຈຳປີ 2025 ຂອງ Intersputnik.

ພ້ອມດຽວກັນນີ້, ທ່ານ Evgeny Buydinov, ປະທານຄະນະກຳມະການປະຕິບັດງານ (ທັງເປັນຮອງຜູ້ອຳນວຍການໃຫຍ່ ດ້ານການພັດທະນາ ແລະ ການປະຕິບັດງານລະບົບການສື່ສານ ຂອງບໍລິສັດການສື່ສານດາວທຽມລັດເຊຍ) ກໍໄດ້ຂຶ້ນລາຍງານກ່ຽວກັບ ສະພາບການ ແລະ ແນວໂນ້ມການພັດທະນາ ຂອງອຸດສາຫະກຳການສື່ສານຜ່ານດາວທຽມ ໃນປັດຈຸບັນ ແລະ ໃນຕໍ່ໜ້າ ໃຫ້ແກ່ສະມາຊິກກອງປະຊຸມຮັບຊາບຕື່ມອີກ. ກອງປະຊຸມ ໄດ້ດຳເນີນໄປດ້ວຍຄວາມສໍາເລັດຢ່າງຈົບງາມ ເຊິ່ງຜົນສໍາເລັດທັງໝົດຈະເປັນບາດກ້າວ ແລະ ເປັນທິດທາງອັນສໍາຄັນ ໃນການຮັດແໜ້ນຄວາມຮ່ວມມື ລະຫວ່າງ ບັນດາປະເທດສະມາຊິກ ກໍຄືການຍົກລະດັບຂີດຄວາມສາມາດ ແລະ ຍູ້ແຮງການພັດທະນາ ພື້ນຖານໂຄງລ່າງເຕັກໂນໂລຊີການສື່ສານຜ່ານດາວທຽມ ໃຫ້ມີຄວາມທັນສະໄໝ ແລະ ຍືນຍົງໃນອະນາຄົດ.

 

 

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ