ນັກສຶກສາລາວ ຊຸດທຳອິດ ພາຍໃຕ້ໂຄງການຮ່ວມມືລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ມະຫາວິທະຍາໄລຢຸນນານ ສປ ຈີນ ສໍາເລັດຫຼັກສູດກຽມພາສາ

11/06/2026

ນັກສຶກສາລາວ ຊຸດທຳອິດ ພາຍໃຕ້ໂຄງການຮ່ວມມືລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ມະຫາວິທະຍາໄລຢຸນນານ ສປ ຈີນ ສໍາເລັດຫຼັກສູດກຽມພາສາ

         ໃນບັນຍາກາດອັນເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມພາກພູມໃຈ, ໃນວັນທີ 11 ມິຖຸນາ 2026 ທີ່ຜ່ານມາ, ມະຫາວິທະຍາໄລຢຸນນານ, ສາທາລະນະລັດ ປະຊາຊົນຈີນ ໄດ້ຈັດພິທີມອບໃບຢັ້ງຢືນຈົບຫຼັກສູດກຽມພາສາ (Foundation Course) ໃຫ້ແກ່ນັກສຶກສານານາຊາດ ໃນສົກຮຽນນີ້. ໃນນັ້ນ, ມີນັກສຶກສາລາວຈຳນວນ 13 ທ່ານ, ຍິງ 4 ທ່ານ ທີ່ໄດ້ຮັບທຶນການສຶກສາພາຍໃຕ້ໂຄງການຮ່ວມມືລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແຫ່ງ ສປປ ລາວ ແລະ ມະຫາວິທະຍາໄລຢຸນນານ ໄດ້ເຂົ້າຮ່ວມພິທີຢ່າງສົມກຽດ.

         ໃນໂອກາດອັນສະຫງ່າລາສີ, ທ່ານ ຈັນທະຈັກ ຫຼວງລາດ (姜伟, Jiāng Wěi) ນັກສຶກສາລະດັບປະລິນຍາເອກ, ຕົວແທນນັກສຶກສາລາວ ໄດ້ຮັບກຽດຂຶ້ນກ່າວປາໄສໃນນາມຕົວແທນນັກສຶກສານານາຊາດທັງໝົດ. ຕາງໜ້າໃຫ້ເພື່ອນນັກສຶກສາ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກຊຶ່ງມາຍັງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ຄວາມສຳຄັນ ແລະ ເຫັນໄດ້ເຖິງຄວາມຈຳເປັນໃນການພັດທະນາຊັບພະຍາກອນມະນຸດ, ພ້ອມທັງມອບໂອກາດອັນລ້ຳຄ່າໃຫ້ແກ່ນັກສຶກສາລາວ ໄດ້ມາສຶກສາຫາຄວາມຮູ້ຢູ່ສະຖາບັນການສຶກສາທີ່ມີຊື່ສຽງລະດັບສາກົນແຫ່ງນີ້.

         ສຳລັບນັກສຶກສາລາວທັງ 13 ທ່ານນີ້ ເປັນນັກສຶກສາກຸ່ມທໍາອິດພາຍໃຕ້ໂຄງການຮ່ວມມືດັ່ງກ່າວ ຊຶ່ງເປັນການຍົກລະດັບຄວາມຮູ້ທາງດ້ານເຕັກໂນໂລຊີ-ດິຈິຕອນ ໃຫ້ແກ່ບຸກຄະລາກອນລາວ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ພາຍຫຼັງສຳເລັດຫຼັກສູດກຽມພາສານີ້, ນັກສຶກສາທັງໝົດຈະໄດ້ສືບຕໍ່ສຶກສາໃນລະດັບປະລິນຍາໂທ ແລະ ລະດັບປະລິນຍາເອກ ຊຶ່ງຈະເລີ່ມເຂົ້າຮຽນຢ່າງເປັນທາງການໃນເດືອນກັນຍາ 2026 ທີ່ຈະມາເຖິງນີ້.

         ຜົນສຳເລັດໃນຄັ້ງນີ້ ບໍ່ພຽງແຕ່ເປັນຂີດໝາຍອັນສຳຄັນໃນການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງເທົ່ານັ້ນ, ແຕ່ຍັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງເຕັກໂນໂລຊີ ແລະ ການສື່ສານຂອງ ສປປ ລາວ, ທັງເປັນການຮັດແໜ້ນສາຍພົວພັນມິດຕະພາບແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ລາວ-ຈີນ ໃຫ້ຈະເລີນງອກງາມ ແລະ ໝັ້ນຄົງຍືນຍົງຕະຫຼອດໄປ.

ຮູບພາບ: ມະຫາວິທະຍາໄລຢຸນນານ (云南大学)
ຂ່າວ: ທ່ານ ຈັນທະຈັກ ຫຼວງລາດ (姜伟)


 

老挝技术与通信部与中国云南大学合作项目首批老挝留学生圆满结业

2026年6月11日,在充满喜悦与自豪的氛围中,中国云南大学隆重举行本学年国际学生预科班结业典礼。其中,荣获老挝人民民主共和国技术与通信部(MTC)与中国云南大学双边合作项目奖学金的13名老挝留学生顺利结业,并光荣出席了本次典礼。

典礼上,老挝留学生代表、博士研究生姜伟(Chanthachak Luangrath)荣幸地作为全体国际结业生代表上台致辞。他代表全体同学向老挝技术与通信部致以最深切的谢意,感谢其高度重视人力资源建设,并为老挝学子提供在国际知名学府深造的宝贵机遇。

这13名老挝学子是该合作项目的首批留学生。该项目旨在提升老挝人才的数字与技术专业水平,从而积极服务于老挝国家经济社会的发展。圆满完成预科阶段学业后,全体学生将分别进入硕士与博士学位阶段继续深造,正式课程将于2026年9月全面开启。

此次首批留学生顺利结业,不仅是老挝在培养高素质人力资源方面取得的重大成果,更是加强老挝技术与通信领域建设的重要体现。同时,这一项目的成功实施,进一步巩固和深化了中老两国长期以来的全面战略合作伙伴关系,为双方未来的持续繁荣与长久合作奠定了坚实基础。

图片: 云南大学
报道: 姜伟 (Chanthachak Luangrath)

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ