ບົດປາໄສຕາງໜ້ານັກສຶກສານານາຊາດ ໃນພິທີປິດສົກຮຽນ ຫຼັກສູດກຽມພາສາ ພາຍໃຕ້ໂຄງການຮ່ວມມື ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ມະຫາວິທະຍາໄລຢຸນນານ ສປ ຈີນ

11/06/2026

ບົດປາໄສຕາງໜ້ານັກສຶກສານານາຊາດ ໃນພິທີປິດສົກຮຽນ ຫຼັກສູດກຽມພາສາ ພາຍໃຕ້ໂຄງການຮ່ວມມື ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ມະຫາວິທະຍາໄລຢຸນນານ ສປ ຈີນ

ຜູ້ກ່າວ: ຈຽງ ເຫວີຍ (姜伟)
ຄະນະ: ຄະນະການສຶກສານານາຊາດ ມະຫາວິທະຍາໄລຢຸນນານ
ສະຖານທີ່: ວິທະຍາເຂດຕົງລູ່
ວັນທີ: 11 ມິຖຸນາ 2026
ລະດັບພາສາ: HSK 5–6
ເວລາກ່າວ: ປະມານ 4–5 ນາທີ

ຄຳສຳຄັນ: ການເຕີບໃຫຍ່, ຄວາມໄວ້ວາງໃຈ, ຄວາມຮັບຜິດຊອບ, ອະນາຄົດ


ຮຽນ ບັນດາທ່ານຄະນະນຳ, ຄູອາຈານທີ່ເຄົາລົບຮັກ ແລະ ເພື່ອນນັກສຶກສາທີ່ຮັກແພງທຸກຄົນ

ສະບາຍດີຕອນບ່າຍ

ມື້ນີ້, ຂ້າພະເຈົ້າຮູ້ສຶກເປັນກຽດຫຼາຍທີ່ໄດ້ມາຢືນຢູ່ທີ່ນີ້ ເພື່ອກ່າວປາໄສໃນນາມຕາງໜ້ານັກສຶກສາກຽມພາສາ.

ຖ້າມີຄົນຖາມຂ້າພະເຈົ້າວ່າ ສິ່ງທີ່ໄດ້ຮັບຫຼາຍທີ່ສຸດຈາກການຮຽນກຽມພາສາໃນໜຶ່ງປີມານີ້ແມ່ນຫຍັງ ຂ້າພະເຈົ້າຄິດວ່າ ຄຳຕອບມີພຽງປະໂຫຍກດຽວຄື ເລີ່ມຕົ້ນຈາກຄວາມໄວ້ວາງໃຈ.”

ໜຶ່ງປີກ່ອນ, ພວກເຮົາໄດ້ພົກພາເອົາຄວາມໄຝ່ຝັນທີ່ແຕກຕ່າງກັນ ເດີນທາງມາຈາກຫຼາຍປະເທດ ເພື່ອມາຮຽນຢູ່ ມະຫາວິທະຍາໄລຢຸນນານ. ເຖິງວ່າອາຍຸ, ປະສົບການ ແລະ ພື້ນຖານວັດທະນະທຳຂອງພວກເຮົາຈະແຕກຕ່າງກັນ ແຕ່ນັບຕັ້ງແຕ່ມື້ທຳອິດທີ່ກ້າວເຂົ້າມາໃນມະຫາວິທະຍາໄລແຫ່ງນີ້ ພວກເຮົາກໍມີສະຖານະພາບໜຶ່ງຮ່ວມກັນ ຊຶ່ງນັ້ນກໍຄື ນັກສຶກສາກຽມພາສາ.

ສຳລັບຂ້າພະເຈົ້າ, ການທີ່ໄດ້ຮັບການຄັດເລືອກຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ໃຫ້ມາຮຽນຢູ່ທີ່ນີ້ ມັນບໍ່ພຽງແຕ່ເປັນກຽດ ແຕ່ຍັງເປັນຄວາມຮັບຜິດຊອບອັນໃຫຍ່ຫຼວງອີກດ້ວຍ. ສິ່ງທີ່ເຮັດໃຫ້ຮູ້ສຶກພູມໃຈຕື່ມອີກ ກໍຄື ພວກເຮົາທັງ 13 ຄົນ ໄດ້ກາຍເປັນນັກສຶກສາກຸ່ມທຳອິດທີ່ໄດ້ມາຮຽນຢູ່ ມະຫາວິທະຍາໄລຢຸນນານ ແລະ ພວກເຮົາຮຸ່ນນີ້ ກໍໄດ້ກາຍເປັນຈຸດເລີ່ມຕົ້ນໜຶ່ງ ຂອງໄລຍະການແລກປ່ຽນ ແລະ ຮ່ວມມືກັນລະຫວ່າງສອງຝ່າຍ.

ຫຼັງຈາກທີ່ໄດ້ມາຮຽນຢູ່ທີ່ນີ້ ຂ້າພະເຈົ້າກໍຄ່ອຍໆເຂົ້າໃຈວ່າ ທຸກຄວາມຝັນ ແລະ ເປົ້າໝາຍ ລ້ວນແຕ່ຕ້ອງເລີ່ມຈາກຈຸດພື້ນຖານທີ່ສຸດ ແລະ ສຳລັບນັກສຶກສາຕ່າງຊາດທຸກຄົນແລ້ວ ພາສາຈີນ ກໍຄືຈຸດເລີ່ມຕົ້ນນັ້ນເອງ.

ການຮຽນກຽມພາສາໃນໜຶ່ງປີມານີ້ ບໍ່ແມ່ນເລື່ອງງ່າຍເລີຍ, ອາທິດໜຶ່ງມີຮຽນຫຼາຍສິບຊົ່ວໂມງ, ມີການສອບເສັງ ແລະ ຝຶກເຮັດບົດຝຶກຫັດຢູ່ຕະຫຼອດ. ພວກເຮົາເຄີຍກັງວົນ, ເຄີຍຮູ້ສຶກກົດດັນ ແລະ ບາງຄັ້ງກໍເຄີຍສົງໄສໃນຄວາມສາມາດຂອງຕົວເອງ. ແຕ່ເມື່ອຫຼຽວຄືນຫຼັງ ພວກເຮົາຈຶ່ງເຫັນວ່າ ຕົນເອງຍ່າງມາໄກຂະໜາດນີ້ແລ້ວ.

ຕະຫຼອດໄລຍະເວລາໜຶ່ງປີທີ່ຜ່ານມາ, ມະຫາວິທະຍາໄລແຫ່ງນີ້ບໍ່ໄດ້ໃຫ້ພວກເຮົາພຽງແຕ່ເລື່ອງພາສາເທົ່ານັ້ນ ແຕ່ຍັງສອນໃຫ້ພວກເຮົາຮູ້ຈັກອົດທົນ, ຮູ້ຈັກກຸ້ມຕົນເອງ, ຮູ້ຈັກເຕີບໃຫຍ່ ແລະ ເຮັດໃຫ້ພວກເຮົາເຂົ້າໃຈວ່າ ສິ່ງທີ່ສຳຄັນແທ້ໆໃນຊີວິດ ລ້ວນແຕ່ຕ້ອງໃຊ້ເວລາໃນການສະສົມ.

ນອກຈາກການຮຽນແລ້ວ, ໃນປີນີ້ ພວກເຮົາຍັງໄດ້ພົບພໍ້ກັບຜູ້ຄົນ ແລະ ເລື່ອງລາວດີໆຫຼາຍຢ່າງ. ໂດຍມີເພື່ອນນັກສຶກສາທີ່ເດີນທາງມາຈາກຫຼາຍຮາກຖານ ບໍ່ວ່າຈະເປັນ ປະເທດລາວ, ຫວຽດນາມ, ບັງກະລາເທດ, ມັນດີຟ, ຊິມບັບເວ ແລະ ຈາກອີກຫຼາຍປະເທດ ຊຶ່ງທຸກຄົນໄດ້ມາພົບກັນຢູ່ ມະຫາວິທະຍາໄລຢຸນນານ ກໍຍ້ອນພາສາຈີນ. ພວກເຮົາອາດມີວັດທະນະທຳທີ່ຕ່າງກັນ ແຕ່ພວກເຮົາກໍໄດ້ຮຽນຮູ້ທີ່ຈະເຂົ້າໃຈ, ເຄົາລົບ ແລະ ຍອມຮັບຊຶ່ງກັນແລະກັນ ຢູ່ທີ່ນີ້.

ໃນໂອກາດນີ້, ບຸກຄົນທີ່ຂ້າພະເຈົ້າຢາກຂອບໃຈທີ່ສຸດກໍຄື ຄູອາຈານທຸກທ່ານທີ່ເຄີຍສັ່ງສອນພວກເຮົາ. ຂອບໃຈສຳລັບຄວາມຮູ້, ຂອບໃຈສຳລັບຄວາມອົດທົນ ແລະ ທີ່ສຳຄັນທີ່ສຸດແມ່ນ ຂອບໃຈສຳລັບຄວາມໄວ້ວາງໃຈ ທີ່ພວກທ່ານໄດ້ມອບໃຫ້ແກ່ພວກເຮົາ.

ແນ່ນອນວ່າ ເຖິງເວລາຈະປ່ຽນໄປ ແລະ ນັກສຶກສາຈະປ່ຽນຮຸ່ນໃໝ່ເຂົ້າມາ ແຕ່ການສືບທອດທາງດ້ານການສຶກສານັ້ນ ຈະບໍ່ມີວັນສິ້ນສຸດ.

ມື້ນີ້, ພວກເຮົາກຳລັງຈະຈົບການຮຽນກຽມພາສາ ແລະ ກ້າວໄປສູ່ເສັ້ນທາງການຮຽນຮູ້ໃໝ່ໆ.

ປີນີ້ໄດ້ສອນໃຫ້ຂ້າພະເຈົ້າຮູ້ວ່າ ສິ່ງທີ່ສຳຄັນແທ້ໆ ບໍ່ແມ່ນການທີ່ທຸກຢ່າງຕ້ອງເປັນໄປຕາມແຜນສະເໝີ ແຕ່ແມ່ນການຍຶດໝັ້ນໃນອຸດົມການ ແລະ ຄວາມຮັບຜິດຊອບຂອງຕົນເອງ ທ່າມກາງການປ່ຽນແປງ, ເພາະບາງເປົ້າໝາຍ ເຮົາອາດຈະປ່ຽນເສັ້ນທາງ ແຕ່ຈະບໍ່ມີວັນປ່ຽນທິດທາງເດັດຂາດ.

ໃນອະນາຄົດ, ບາງຄົນອາດຈະກາຍເປັນນັກວິທະຍາສາດ, ບາງຄົນອາດຈະກາຍເປັນອາຈານສອນໃນມະຫາວິທະຍາໄລ, ບາງຄົນອາດຈະກາຍເປັນນັກທຸລະກິດ, ຜູ້ນຳປະເທດ ຫຼື ກາຍເປັນກຳລັງສຳຄັນໃນການຊຸກຍູ້ການພັດທະນາຂອງໂລກ. ແຕ່ບໍ່ວ່າອະນາຄົດພວກເຮົາຈະໄປຢູ່ໃສ ຫຼື ເຮັດວຽກຫຍັງ ພວກເຮົາຈະບໍ່ລືມວ່າ ພວກເຮົາເຄີຍໄດ້ອອກເດີນທາງຈາກມະຫາວິທະຍາໄລຢຸນນານ ຈະບໍ່ລືມຜູ້ທີ່ເຄີຍຊ່ວຍເຫຼືອ ແລະ ເຊື່ອໝັ້ນໃນຕົວພວກເຮົາ ພ້ອມທັງຈະບໍ່ລືມພະລັງແຫ່ງການສຶກສາ ແລະ ໂອກາດ ລວມເຖິງຄວາມໄວ້ວາງໃຈ ທີ່ມິດຕະພາບລາວ-ຈີນ ໄດ້ມອບໃຫ້ພວກເຮົາ.

ຂ້າພະເຈົ້າເຊື່ອໝັ້ນຫຼາຍຂຶ້ນເລື້ອຍໆວ່າ ການເຕີບໃຫຍ່ຂອງຄົນເຮົາ ເລີ່ມຕົ້ນຈາກຄວາມໄວ້ວາງໃຈທີ່ຜູ້ອື່ນມອບໃຫ້.

ມື້ນີ້, ພວກເຮົາກຳລັງຈະອຳລາວິທະຍາເຂດຕົງລູ່. ເຖິງວ່າເວລາໜຶ່ງປີຂອງການຮຽນກຽມພາສາຈະສັ້ນ ແຕ່ຂ້າພະເຈົ້າຫວັງວ່າ ພວກເຮົາທຸກຄົນຈະຈື່ຈຳວັນເວລາທີ່ເຄີຍສູ້ຊົນມາຮ່ວມກັນ ແລະ ຫວັງເປັນຢ່າງຍິ່ງວ່າ ໃນມື້ໜ້າເວລານັກສຶກສາຮຸ່ນຕໍ່ໄປມາຮຽນຢູ່ທີ່ນີ້ ພວກເຮົາຈະສາມາດສືບຕໍ່ ສົ່ງຕໍ່ຄວາມດຸໝັ່ນ, ຄວາມອົບອຸ່ນ, ຄວາມຮັບຜິດຊອບ ແລະ ຄວາມໄວ້ວາງໃຈນີ້ຕໍ່ໆໄປ.

ມື້ໜຶ່ງອາດຈະມີຄົນຖາມພວກເຮົາວ່າ: “ເຈົ້າມາຮອດຈຸດນີ້ໄດ້ແນວໃດ?”
ແລະ ຄຳຕອບຂອງຂ້າພະເຈົ້າ ກໍຍັງຄົງເປັນຄຳເດີມຄື ເລີ່ມຕົ້ນຈາກຄວາມໄວ້ວາງໃຈ.”

ສຸດທ້າຍນີ້, ຂໍອະນຸຍາດຕາງໜ້ານັກສຶກສາທຸກຄົນ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງບັນດາທ່ານຄະນະນຳ, ຄູອາຈານ ແລະ ພະນັກງານທຸກທ່ານ ທີ່ເປັນຫ່ວງເປັນໃຍ ແລະ ຊ່ວຍເຫຼືອພວກເຮົາຕະຫຼອດມາ.

ຂອບໃຈມະຫາວິທະຍາໄລຢຸນນານ ທີ່ມອບເວທີໃຫ້ພວກເຮົາໄດ້ເຕີບໃຫຍ່
ຂອບໃຈຄູອາຈານທຸກທ່ານ ສຳລັບການສັ່ງສອນ ແລະ ຄວາມເອົາໃຈໃສ່
ຂອບໃຈໝູ່ເພື່ອນນັກສຶກສາທຸກຄົນ ສຳລັບມິດຕະພາບ ແລະ ການຮ່ວມເດີນທາງໃນຄັ້ງນີ້

ຂໍອວຍພອນໃຫ້ຄູອາຈານທຸກທ່ານ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານ
ຂໍອວຍພອນໃຫ້ເພື່ອນນັກສຶກສາທຸກຄົນ ຈົ່ງກ້າວໜ້າໃນການຮຽນ ແລະ ມີອະນາຄົດທີ່ສົດໃສ
ຂໍອວຍພອນໃຫ້ ມະຫາວິທະຍາໄລຢຸນນານ ແລະ ຄະນະການສຶກສານານາຊາດ ຈົ່ງຈະເລີນກ້າວໜ້າຍິ່ງໆຂຶ້ນໄປ.

ຂ້າພະເຈົ້າ ຈຽງ ເຫວີຍ ຕົວແທນນັກສຶກສາກຽມພາສາ.
ຂໍຂອບໃຈ.

ຕົວແທນນັກສຶກສາກຽມພາສາ: ທ່ານ ຈັນທະຈັກ ຫຼວງລາດ(姜伟)
ວັນທີ: 11 ມິຖຸນາ 2026


 

预科结业典礼学生代表发言稿

作者:姜伟
学院:云南大学国际教育学院
地点:东陆校区
时间:2026年6月11日
语言水平:HSK 5–6
演讲时长:约 4–5 分钟

关键词:成长、信任、责任、未来


尊敬的各位领导、老师们,亲爱的同学们:

大家下午好!

今天能够站在这里,作为预科学生代表发言,我深感荣幸。

如果有人问我,预科这一年最大的收获是什么,我想我的答案只有一句话:

从一份信任开始。

一年前,我们带着不同的梦想,从不同的国家来到云南大学。虽然年龄不同、经历不同、文化背景不同,但从踏入云南大学的那一天开始,我们拥有了一个共同的身份——预科学生。

对于我而言,能够作为老挝技术与通信部选派的学生之一来到云南大学学习,不仅是一份荣誉,更是一份责任。更让我感到荣幸的是,我们十三位来自老挝技术与通信部的学生,成为首批来到云南大学学习的学生。而我们这一届,也成为了这段交流与合作历程中的一个起点。

来到这里以后,我渐渐明白,所有梦想与目标,都需要从最基础的地方开始。对于每一位国际学生来说,汉语,就是这个起点。

预科这一年并不轻松。每周数十节课,一次又一次的测验和练习。我们焦虑过,紧张过,也怀疑过自己。但当我们回过头的时候才发现,原来自己已经走了这么远。

而这一年带给我们的,也从来不只是语言本身。它让我们学会坚持,学会独立,学会成长,也让我们明白,所有真正重要的事情,都需要时间去积累。

这一年里,我们还收获了许多珍贵的人和事。来自老挝、越南、孟加拉国、马尔代夫、津巴布韦以及其他国家和地区的同学,因为汉语相聚在云南大学。我们拥有不同的文化背景,却在这里学会了理解、尊重与包容。

在这里,我最想感谢的,是所有教导过我们的老师。感谢你们的知识,感谢你们的耐心,更感谢你们给予我们的信任。

时间在改变,学生在改变,

但教育的传承从未停止。

今天,我们即将结束预科阶段,也将走向新的学习旅程。

这一年让我明白,

真正重要的并不是所有事情都按照计划发生,

而是在变化之中依然坚持自己的理想与责任。

因为有些目标或许会改变路径,

但不会改变方向。

也许未来的我们,会成为科学家、大学教授、企业家、国家领导人,或成为推动世界发展的重要力量。

无论未来身在何处,从事什么工作,我们都不会忘记自己曾经从云南大学出发,也不会忘记那些帮助过我们、相信过我们的人,以及教育给予我们的力量和中老友谊给予我们的机会与信任。

因为我越来越相信:

一个人的成长,

往往从别人的信任开始。

今天,我们即将告别东陆校区。

虽然预科这一年很短,

但我希望大家能够记住那些一起奋斗的日子。

更希望未来当下一届同学来到这里的时候,我们能够把这份努力、这份温暖、这份责任与信任继续传递下去。

因为总有一天,

也许会有人问我们:

“你是怎么走到今天的?”

而我的答案依然是:

从一份信任开始。

最后,请允许我代表全体同学,向所有关心和帮助过我们的领导、老师以及工作人员表示最诚挚的感谢!

谢谢云南大学给予我们成长的平台!

谢谢老师们给予我们的教导与关怀!

谢谢同学们给予我们的陪伴与友谊!

祝愿老师们身体健康、工作顺利!

祝愿同学们学业进步、前程似锦!

祝愿云南大学,云南大学国际教育学院,越办越好!

我是预科生代表姜伟。

谢谢大家!

预科生代表:姜伟
二〇二六年六月十一日

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ