05 ໜ່ວຍພັກ ຈັດພິທີຮັບເອົາສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສົມບູນ.

12/06/2026

05 ໜ່ວຍພັກ ຈັດພິທີຮັບເອົາສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສົມບູນ.

ໃນຕອນເຊົ້າຂອງວັນທີ 10 ມີຖຸນາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ສູນອິນເຕີເນັດແຫ່ງຊາດ, ໜ່ວຍພັກຮາກຖານສູນບໍລິຫານລັດດິຈິຕອນ, ໜ່ວຍພັກກົມເຕັກໂນໂລຊີດິຈິຕອນ, ໜ່ວຍພັກກົມຄື້ນຄວາມຖີ່ວິທະຍຸສື່ສານ, ໜ່ວຍພັກສູນຂໍ້ມູນແຫ່ງຊາດ ແລະ ໜ່ວຍພັກສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີຮັບເອົາສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສົມບູນຂອງພັກປະຊາປະຕິວັດລາວ. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ແກ້ວວີສຸກ ໂສລະພົມ ຮອງເລຂາບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາສະຫາຍເລຂາ, ຮອງເລຂາ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ກົມ/ທຽບເທົ່າ ພ້ອມດ້ວຍສະມາຊິກພັກ 05 ໜ່ວຍພັກ ເຂົ້າຮ່ວມຈຳນວນ 50 ກວ່າສະຫາຍ.
:
ໃນພິທີ ສະຫາຍ ປອ ປະດັບໄຊ ໄຊຍະໂຄດ ເລຂາໜ່ວຍພັກສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການເລື່ອນມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 02 ສະຫາຍ ແລະ ສະຫາຍ ສົມພອນ ສີຫາລາດ, ເລຂາໜ່ວຍພັກຮາກຖານກົມຄື້ນຄວາມຖີ່ວິທະຍຸສື່ສານ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການເລື່ອນມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ ຍິງ 01 ສະຫາຍ, ແລະ ສະຫາຍ ປະສິດທິເດດ ຫຼວງວິໄລ ຮອງເລຂາໜ່ວຍພັກກົມເຕັກໂນໂລຊີດິຈິຕອນ ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການເລື່ອນມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 03 ສະຫາຍ ຍິງ 01 ສະຫາຍ ແລະ ສະຫາຍ ນາງ ວັນນະພາ ພົມມະທັນສີ ຮອງເລຂາໜ່ວຍພັກສູນບໍລິຫານລັດດິຈິຕອນ ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການເລື່ອນມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 02 ສະຫາຍ ຍິງ 01 ສະຫາຍ ແລະ ຜ່ານມະຕິຕົກລົງວ່າດ້ວຍການເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຈຳນວນ ຍິງ 01 ສະຫາຍ ແລະ
ສະຫາຍ ພົມມະທັດ ພູມີນີວົງ ຮອງເລຂາໜ່ວຍພັກສູນຂໍ້ມູນແຫ່ງຊາດ ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການເລື່ອນມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 01 ສະຫາຍ ແລະ ຜ່ານມະຕິຕົກລົງວ່າດ້ວຍການເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຈຳນວນ ຍິງ 01 ສະຫາຍ ລວມທັງໝົດ 11 ສະຫາຍ. ພ້ອມນີ້, ສະຫາຍ ແກ້ວວີສຸກ ໂສລະພົມ ຮອງເລຂາບໍລິຫານງານພັກກະຊວງ ກໍໄດ້ໃຫ້ກຽດຂຶ້ນມອບມະຕິຕົກລົງໃຫ້ບັນດາສະຫາຍ ທີ່ໄດ້ເຂົ້າເປັນສະມາຊິກພັກສໍາຮອງ ແລະ ສະມາຊິກພັກສົມບູນ.
:
ໃນຕອນທ້າຍ ສະຫາຍ ແກ້ວວີສຸກ ໂສລະພົມ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາສະຫາຍ ທີ່ໄດ້ຮັບເຂົ້າເປັນສະມາຊິກພັກສໍາຮອງແລະ ສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ. ຊຶ່ງບັນດາສະຫາຍໄດ້ມີຄວາມຫ້າວຫັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ຜ່ານຜ່າບັນດາອຸປະສັກຕ່າງໆຈົນສາມາດເຂົ້າເປັນສະມາຊິກພັກສໍາຮອງ ແລະ ສົມບູນ ໃນຄັ້ງນີ້. ພ້ອມນັ້ນ, ສະຫາຍຍັງໄດ້ເນັ້ນໜັກໃຫ້ສະມາຊິກພັກໃໝ່ ແລະ ບັນດາສະມາຊິກພັກທັງໝົດ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ, ຮັກສາມູນເຊື້ອຄຸນສົມບັດສິນທຳປະຕິວັດ, ເອົາໃຈໃສ່ການພັດທະນາຕົນເອງ, ມີແບບແຜນວິທີເຮັດວຽກທີ່ດີ, ຄວາມສາມັກຄີ ແລະ ການຕຳນິຕິຊົມກັນຢ່າງເປັນປົກກະຕິ, ເປັນແບບຢ່າງແກ່ມະຫາຊົນ, ສຸມທຸກສະຕິເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດວຽກງານທີ່ຂັ້ນເທິງມອບໝາຍໃຫ້ ເວົ້າລວມ, ເວົ້າສະເພາະແມ່ນວຽກງານຂະແໜງການເຕັກໂນໂລຊີ ແລະ ການສື່ສານ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດເຮົາໃຫ້ນັບມື້ນັບຈະເລີນກ້າວໜ້າຂຶ້ນເລື້ອຍໆ.

ຂ່າວ: ສະຫາຍ ພຸດດາວອນ ພາສຸວັນ
ພາບຈາກ : ສະຫາຍ ນາງ ແສງສຸດາ ລີວົງແສງ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ