ກະຊວງເຕັກໂນໂລຊີ ແລະ ການສື່ສານ ລົງຊຸກຍູ້ການຮ່ວມມືດ້ານດິຈິຕອນ ທີ່ແຂວງສະຫວັນນະເຂດ ວັນທີ 09 ມິຖຸນາ 2026 ກະຊວງເຕັກໂນໂລຊີ ແລະ ການສື່ສານ ລົງເຄື່ອນໄຫວວຽກທີ່ແຂວງສະຫວັນນະເຂດ ເພື່ອເກັບກຳຂໍ້ມູນຕະຫຼາດແຮງງານ ແລະ ຈັດກິດຈະກຳຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ

12/06/2026

ກະຊວງເຕັກໂນໂລຊີ ແລະ ການສື່ສານ ລົງຊຸກຍູ້ການຮ່ວມມືດ້ານດິຈິຕອນ ທີ່ແຂວງສະຫວັນນະເຂດ  ວັນທີ 09 ມິຖຸນາ 2026 ກະຊວງເຕັກໂນໂລຊີ ແລະ ການສື່ສານ ລົງເຄື່ອນໄຫວວຽກທີ່ແຂວງສະຫວັນນະເຂດ ເພື່ອເກັບກຳຂໍ້ມູນຕະຫຼາດແຮງງານ ແລະ ຈັດກິດຈະກຳຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ

ທ່ານ ປອ. ນາງ ໃຈມາລີ ພະກະຊຸມ, ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ພ້ອມດ້ວຍຄະນະ, ໄດ້ລົງເຄື່ອນໄຫວເຮັດວຽກກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ, ພະແນກສຶກສາທິການ ແລະ ກິລາ, ແລະ ມະຫາວິທະຍາໄລ ແຂວງສະຫວັນນະເຂດ. ໃນການເຄື່ອນໄຫວຄັ້ງນີ້ ໄດ້ຮ່ວມມືຈາກພາກສ່ວນດັ່ງກ່າວ ໃນການລົງສຳຫຼວດຄວາມຕ້ອງການຂອງຕະຫຼາດແຮງງານ ໂດຍນຳໃຊ້ແບບສອບຖາມທີ່ຄະນະຮັບຜິດຊອບໄດ້ກະກຽມໄວ້ຢ່າງເປັນລະບົບ. ການຮ່ວມມືດັ່ງກ່າວ ແມ່ນເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ແລະ ສະເໜີແຜນການຮ່ວມມືກັນໃນຕໍ່ໜ້າ ໂດຍສຸມໃສ່ການຍົກລະດັບການສິດສອນ, ການຄົ້ນຄວ້າວິທະຍາສາດ ແລະ ການຝຶກອົບຮົມບຸກຄະລາກອນຮ່ວມກັນ.

ພາຍໃນກິດຈະກຳການເຄື່ອນໄຫວ, ຄະນະຮັບຜິດຊອບໄດ້ຈັດການຝຶກອົບຮົມໃຫ້ແກ່ຜູ້ເຂົ້າຮ່ວມ ເພື່ອໃຫ້ມີຄວາມຮູ້ຄວາມເຂົ້າໃຈພື້ນຖານທີ່ສຳຄັນ ໃນ 4 ຂົງເຂດ ຄື: ວິສະວະກຳຊອບແວ (Software Engineering), ໄອຊີທີ (ICT), ປັນຍາປະດິດ (AI) ແລະ ຄວາມປອດໄພທາງໄຊເບີ (Cyber-Security). ນອກຈາກນີ້, ຍັງໄດ້ຖືໂອກາດເຜີຍແຜ່ບັນດາຜົນງານການເຄື່ອນໄຫວ, ພ້ອມທັງແນະນຳຫຼັກສູດການຮຽນ-ການສອນ ລະດັບປະລິນຍາຕີ ສາຂາໄອຊີທີ ແລະ ສາຂາຊອບແວ ທີ່ເປັນຫຼັກສູດຮ່ວມມືກັບມະຫາວິທະຍາໄລຍຸນນານ (ສປ ຈີນ) ໃນຮູບແບບ 1+2+1 ເພື່ອເປັນທາງເລືອກໃໝ່ໃຫ້ແກ່ນັກຮຽນ-ນັກສຶກສາໃນແຂວງສະຫວັນນະເຂດ. ພ້ອມກັນນັ້ນ, ຍັງໄດ້ນຳສະເໜີບັນດາຫຼັກສູດຝຶກອົບຮົມໄລຍະສັ້ນທີ່ທັນສະໄໝ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານໃນຍຸກດິຈິຕອນ

ການເຄື່ອນໄຫວໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການເຊື່ອມໂຍງລະຫວ່າງສູນກາງ ແລະ ທ້ອງຖິ່ນ ເພື່ອພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຊຳນານງານໃນຂົງເຂດເຕັກໂນໂລຊີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຜັນຂະຫຍາຍແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ໃຫ້ປະກົດຜົນເປັນຈິງ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ