ທ່ານ ໄຊຊະນະ ສິດທິພອນ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການປະດິດສ້າງສື່ມວນຊົນທົ່ວໂລກ ຄັ້ງທີ 5

13/06/2026

ທ່ານ ໄຊຊະນະ ສິດທິພອນ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການປະດິດສ້າງສື່ມວນຊົນທົ່ວໂລກ ຄັ້ງທີ 5

ລະຫວ່າງວັນທີ 8-11 ມິຖຸນາ 2026 ນີ້, ຄະນະຜູ້ແທນຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ສປປ ລາວ ນໍາໂດຍທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກຕສ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການປະດິດສ້າງສື່ມວນຊົນທົ່ວໂລກ ຄັ້ງທີ 5 ທີ່ນະຄອນຊົງຊິ້ງ ສປ ຈີນ.

ໃນໄລຍະເຄື່ອນໄຫວເຮັດວຽກ, ຄະນະຜູ້ແທນລາວໄດ້ຮ່ວມຮັບຟັງ ການລາຍງານຈາກບັນດາແຂກຮັບເຊີນ ທັງພາກລັດ, ອົງການຈັດຕັ້ງສາກົນ, ລວມເຖິງບັນດາວິສາຫະກິດຕ່າງປະເທດ ພາຍໃຕ້ຫົວຂໍ້ ທີ່ກ່ຽວຂ້ອງກັບເຕັກໂນໂລຊີອັດສະລິຍະໃນຍຸກອັດສະລິຍະ, ຢ້ຽມຊົມຫ້ອງວາງສະແດງຜົນງານການພັດທະນາການນໍາໃຊ້ເຕັກໂນໂລຊີທັນສະໄໝ, ການນໍາໃຊ້ປັນຍາປະດິດ (AI) ເຂົ້າໃນລະບົບສື່ມວນຊົນ ຂອງ ສປ ຈີນ.

:

ນອກນີ້ຄະນະໄດ້ໄປຢ້ຽມຢາມ ແລະ ທັດສະນະສຶກສາຢູ່ບັນດາພາກສ່ວນວິທະຍາສາດເຕັກໂນໂລຊີທັນສະໄໝ ເປັນຕົ້ນແມ່ນ ໂຮງງານຜະລິດລົດໄຟຟ້າ AITO, ໂຮງງານຜະລິດຫຸ່ນຍົນ.

ການເຄື່ອນໄຫວເຮັດວຽກຄັ້ງນີ້, ຄະນະຜູ້ແທນ ກຕສ ຂອງລາວໄດ້ສໍາຜັດກັບບັນດາເຕັກໂນໂລຊີອັດສະລິຍະທີ່ໄດ້ຮັບການປະຕິ ບັດຕົວຈິງຢູ່ຈີນ, ຮັບຮູ້ ແລະ ຖອດຖອນບົດຮຽນກ່ຽວກັບໂອກາດການປະຍຸກໃຊ້ ແລະ ທ່າອຽງໃນການຂະຫຍາຍຕົວຂອງເຕັກໂນໂລຊີຕ່າງໆ ເພື່ອເພີ່ມປະສິດທິພາບໃຫ້ແກ່ບັນດາຂະແໜງການ ກໍຄື ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນຕາມທິດ "ນໍາໃຊ້ເຕັກໂນໂລຊີໃນທາງສ້າງສັນ".

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ