ການລົງເຄື່ອນໄຫວວຽກຂອງຄະນະນຳກະຊວງ ທີ່ແຂວງບໍລິຄຳໄຊ

15/06/2026

ການລົງເຄື່ອນໄຫວວຽກຂອງຄະນະນຳກະຊວງ ທີ່ແຂວງບໍລິຄຳໄຊ

ໂດຍປະຕິບັດຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 27/ນຍ, ລົງວັນທີ 20 ເມສາ 2026 ວ່າດ້ວຍ ການແບ່ງຄວາມຮັບຜິດຊອບໃຫ້ກະຊວງ-ອົງການທຽບເທົ່າ ລົງຊ່ວຍນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ. ເຊິ່ງກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຖືກມອບໝາຍໃຫ້ເປັນເຈົ້າການລົງຊຸກຍູ້ ແຂວງບໍລິຄຳໄຊ ອັນເປັນບາດກ້າວອັນສໍາຄັນໃນການຮ່ວມມືດ້ານຍຸດທະສາດ ລະຫວ່າງ ກະຊວງ ແລະ ແຂວງ ບໍລິຄຳໄຊ ເພື່ອຜັນຂະຫຍາຍແນວທາງຂອງພັກ ບົນຈິດໃຈ "ການຫັນເປັນດີຈິຕອນ ແລະ ລົງກໍ່ສ້າງຮາກຖານເພື່ອຫຼຸດພົ້ນຄວາມທຸກຍາກ" ໃຫ້ປະກົດຜົນເປັນຈິງ.

:

ໃນວັນທີ 11 ມິຖຸນາ 2026, ທີ່ສະໂມສອນໃຫຍ່ ຂອງຫ້ອງວ່າການແຂວງບໍລິຄຳໄຊ ຈຶ່ງໄດ້ມີການຈັດກອງປະຊຸມແລກປ່ຽນບົດຮຽນການຫັນເປັນດິຈິຕອນ ທົ່ວແຂວງບໍລິຄຳໄຊ ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ປອ. ສັນຕິສຸກ ສິມມາລາວົງ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ປອ. ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງບໍລິຄຳໄຊ ມີທ່ານ ຄໍາແຫວນ ປັນຍານຸວົງ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງ ແຂວງບໍລິຄຳໄຊ, ທ່ານຫົວໜ້າຫ້ອງການ, ກົມ/ທຽບເທົ່າ, ຕາງໜ້າຈາກບັນດາພະແນກການ ອ້ອມຂ້າງ ແລະ ຫ້ອງການ ຕສ ບັນດາເມືອງ, ບັນດາບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ເຂົ້າຮ່ວມ ລວມຈຳນວນທັງໝົດປະມານ 160 ທ່ານ.

ກອງປະຊຸມໄດ້ຮັບຟັງການລາຍງານຂໍ້ມູນສະພາບລວມໂດຍຫຍໍ້ ຂອງແຂວງບໍລິຄຳໄຊໂດຍ ທ່ານປະທານຄະນະກຳມະການປົກຄອງ ແຂວງບໍລິຄຳໄຊ. ຈາກນັ້ນ, ຄະນະຜູ້ແທນຂອງ ກຕສ ກໍໄດ້ຂຶ້ນບັນຍາຍແລກປ່ຽນບົດຮຽນການຫັນເປັນດິຈິຕອນ ພາຍໃຕ້ຫົວຂໍ້ ດັ່ງນີ້:

ສະພາບລວມການຫັນເປັນດິຈິຕອນ ແລະ ລະບົບການບໍລິການ-ບໍລິຫານລັດແບບດິຈິຕອນ, ການສົ່ງເສີມການຫັນເປັນດິຈິຕອນ ແລະ ການພັດທະນາເສດຖະກິດດິຈິຕອນ, ທ່າອ່ຽງໄພຄຸກຄາມທາງໄຊເບີ ແລະ ວິທີການຮັບມືໃນຕໍ່ໜ້າ, ພາລະບົດບາດ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ແລະ ຄະນະສະເພາະກິດ 007 ແລະ ສາຍດ່ວນ 1533 ກ່ຽວກັບການຕ້ານ ແລະ ສະກັດກັ້ນສະແກມເມີ, ການສ້າງເສດຖະກິດເອກກະລາດ ເປັນເຈົ້າຕົນເອງ (ສອຈ), ການແບ່ງຂັ້ນຄຸ້ມຄອງ ແລະ ການພັດທະນາຊັບພະຍາກອນມະນຸດດ້ານດິຈິຕອນ, ການຂະຫຍາຍເຄືອຂ່າຍສັນຍານໂທລະຄົມມະນາຄົມ ໄປສູ່ເຂດຫ່າງໄກສອກຫຼີກ ແລະ ການຂຶ້ນທະບຽນເລກໝາຍໂທລະສັບ, ການຄຸ້ມຄອງຄື້ນຄວາມຖີ່ວິທະຍຸສື່ສານ ແລະ ການນຳໃຊ້ໂຟນີ, ການຄຸ້ມຄອງ ແລະ ສົ່ງເສີມວຽກງານໄປສະນີ

:

ໃນໂອກາດເດີນທາງລົງມາເຄື່ອນໄຫວວຽກງານໃນຄັ້ງນີ້, ກຕສ ຍັງໄດ້ມອບອຸປະກອນຄອມພິວເຕີ ໂນດບຸກ 3 ເຄື່ອງ ແລະ ປຶ້ມບົດຮຽນຄວາມຮູ້ພື້ນຖານການຫັນເປັນດິຈິຕອນ 3 ຊຸດ ລວມມູນຄ່າ 39.432.000 ກີບ ໃຫ້ແກ່ຫ້ອງວ່າການແຂວງບໍລິຄຳໄຊ ອີກດ້ວຍ.

:

ນອກຈາກນັ້ນ, ຄະນະຈາກ ກຕສ ຍັງໄດ້ພົບປະກັບ ສະຫາຍເລຂາພັກແຂວງ ພ້ອມດ້ວຍ ປະທານຄະນະກຳມະການປົກຄອງແຂວງ ແລະ ໄດ້ຢ້ຽມຢາມ ຫ້ອງການບໍລິການເອກະສານຜ່ານປະຕູດຽວ ຂອງແຂວງບໍລິຄຳໄຊ ເພື່ອແລກປ່ຽນສະພາບການຫັນເປັນດິຈິຕອນຂອງແຂວງ. ພ້ອມນັ້ນ, ຍັງໄດ້ເດີນທາງໄປຢ້ຽມຢາມໂຄງການຜະລິດໄຟຟ້າ ດ້ວຍການນຳໃຊ້ພະລັງງານລົມ, ພົບປະການນຳ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ, ດ່ານປະເພນີ ແທງທຸຍ ຊາຍແດນລາວ-ຫວຽດນາມ ເພື່ອຮັບຟັງການລາຍງານ ຂໍ້ສະດວກ-ຂໍ້ຫຍຸ້ງຍາກ ໃນການຂະຫຍາຍໂຄງລ່າງພື້ນຖານໂທລະຄົມມະນາຄົມ ໃນເຂດຫ່າງໄກສອກຫຼີກ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ