ກອງປະຊຸມເຜີຍແຜ່ຫົວຂໍ້: “ຄວາມສໍາຄັນຂອງວຽກງານການຫັນເປັນດິຈິຕອນ ແລະ ການນຳໃຊ້ສື່ສັງຄົມອອນລາຍໃຫ້ມີຄວາມປອດໄພ”

16/06/2026

ກອງປະຊຸມເຜີຍແຜ່ຫົວຂໍ້: “ຄວາມສໍາຄັນຂອງວຽກງານການຫັນເປັນດິຈິຕອນ ແລະ ການນຳໃຊ້ສື່ສັງຄົມອອນລາຍໃຫ້ມີຄວາມປອດໄພ”

ໃນຕອນເຊົ້າ ຂອງວັນທີ   16 ມີຖຸນາ 2026, ທີ່ຫ້ອງປະຊຸມໃຫຍ່ ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ, ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປີດກອງປະຊຸມເຜີຍແຜ່ ໃນຫົວຂໍ້: “ຄວາມສໍາຄັນຂອງວຽກງານການຫັນເປັນດິຈິຕອນ ແລະ ການນຳໃຊ້ສື່ສັງຄົມອອນລາຍໃຫ້ມີຄວາມປອດໄພ ໃຫ້ແກ່ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ”. ໃຫ້ກຽດເປັນປະທານກ່າວເປີດ ໂດຍ ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມ ແລະ ກ່າວປິດ ໂດຍ ທ່ານ ພົ/ທ ສຈ.ປອ ວົງຄໍາ ພົມມະກອນ, ຮອງປະທານສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ມີ ທ່ານ ນ. ເກສອນ ສຸລິວົງ, ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ພ້ອມດ້ວຍຄະນະ, ຄະນະວິທະຍາກອນ ຈາກສູນອິນເຕີເນັດແຫ່ງຊາດ, ສູນບໍລິຫານລັດດິຈິຕອນ ແລະ ນັກສຳມານາກອນ ຈາກສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ເຂົ້າຮ່ວມທັງໝົດ ຈຳນວນ 100 ກວ່າທ່ານ.

ຈຸດປະສົງຂອງກອງປະຊຸມເຜີຍແຜ່ໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈໃຫ້ເລິກເຊິ່ງ, ຍົກລະດັບຄວາມຮັບຮູ້ ແລະ ແລກປ່ຽນປະສົບການ ກ່ຽວກັບການຊຸກຍູ້, ສົ່ງເສີມ, ເພີ່ມຂີດຄວາມສາມາດ ໃຫ້ແກ່ພະນັກງານ-ລັດຖະກອນ ໂດຍສະເພາະພະນັກງານນໍາພາ-ຄຸ້ມຄອງ ໃຫ້ມີຄວາມເຂົ້າໃຈກ່ຽວກັບວຽກງານການຫັນເປັນດິຈິຕອນ ແລະ ການນຳໃຊ້ສື່ສັງຄົມອອນລາຍໃຫ້ມີຄວາມປອດໄພ ພາຍໃນສະຫະພັນນັກຮົບເກົ່າ ແຫ່ງຊາດລາວ. ວຽກງານການຫັນເປັນດິຈິຕອນ ແລະ ວຽກງານຄວາມປອດໄພໄຊເບີ ຖືເປັນວຽກບູລິມະສິດ ແລະ ເປັນເສົາຄໍ້າສຳຄັນ ໃນການຂັບເຄື່ອນ ການຫັນເປັນດິຈິຕອນໃນທຸກຂະແໜງການ, ຊ່ວຍສົ່ງເສີມໃນການບໍລິຫານຈັດການ, ການວິເຄາະຂໍ້ມູນໄດ້ຢ່າງເລິກເຊິ່ງ ຕະຫຼອດຮອດການຮັກສາຄວາມປອດໄພທາງດ້ານດິຈິຕອນ ແລະ ຄວາມເປັນສ່ວນຕົວທາງດ້ານຂໍ້ມູນ ເພື່ອຮັບມືກັບສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນປັດຈຸບັນ.

ກອງປະຊຸມເຜີຍແຜ່ດັ່ງກ່າວ ໄດ້ດຳເນີນໄປເປັນເວລາ 01 ວັນເຕັມ, ຊຶ່ງຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີ ແລະ ລົງເລິກຫຼາຍຫົວຂໍ້ທີ່ສໍາຄັນ ເປັນຕົ້ນແມ່ນ: ສະພາບລວມກ່ຽວກັບການນໍາໃຊ້ສື່ສັງຄົມອອນລາຍ ຢູ່ພາກພື້ນ, ສາກົນ ແລະ ສປປ ລາວ, ການນໍາໃຊ້ປັນຍາປະດິດ (AI) ເພື່ອເພີ່ມປະສິດທິພາບໃນການເຮັດວຽກຂອງພາກລັດ, ການສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານຄວາມປອດໄພທາງໄຊເບີ ໃນຍຸກການຫັນເປັນດິຈິຕອນ, ຄຄອຊ 1533,007 ການຕ້ານສະກັດກັ້ນສະແກມເມີ, ຄວາມສຳຄັນຂອງ 3 ເສົາຄໍ້າ ຄື: ການຫັນເປັນລັດຖະບານດິຈິຕອນ, ການຫັນເປັນເສດຖະກິດດິຈິຕອນ ແລະ ການຫັນເປັນສັງຄົມດິຈິຕອນ ແລະ ຄວາມພ້ອມຂອງການຫັນເປັນດິຈິຕອນ ຂອງສະຫະພັນນັກຮົບເກົ່າ ແຫ່ງຊາດລາວ. ພ້ອມນີ້, ຜູ້ເຂົ້າຮ່ວມ ຍັງໄດ້ຮ່ວມກັນສົນທະນາ ແລະ ຈັດກິດຈະກຳແລກປ່ຽນບົດຮຽນ, ຄວາມຮູ້ ໃນພາກປະຕິບັດຕົວຈິງ ຢ່າງເລິກເຊິ່ງ-ເຖິງຖອງ ແຕ່ຕົ້ນຕະຫຼອດປາຍ. ຊຶ່ງບັນດາຫົວຂໍ້ດັ່ງກ່າວ ລ້ວນແຕ່ມີຄວາມສຳຄັນ ແລະ ຈຳເປັນ ໃນການຊຸກຍູ້ ແລະ ສົ່ງເສີມການຫັນເປັນດິຈິຕອນ ໃຫ້ໄດ້ຮັບຜົນສຳເລັດ ແລະ ສາມາດນຳໄປເປັນເຄື່ອງມືອັນແຫຼມຄົມ ໃນການຈັດຕັ້ງປະຕິບັດວຽກງານ ຂອງຕົນໃຫ້ເປັນລະບົບຕໍ່ເນື່ອງ, ປ່ຽນແປງວິທີການເຮັດວຽກໃຫ້ທັນສະໄໝ ແລະ ເຮັດສຳເລັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.

ພາບ ແລະ ຂ່າວ: ພະແນກສົ່ງເສີມການຫັນເປັນດິຈິຕອນ, ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ