18/06/2026
ກອງປະຊຸມທາບທາມປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ (ສະບັບປັບປຸງ) ຂັ້ນທ້ອງຖິ່ນ ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ 2026, ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ. ໂດຍການເປັນປະທານຂອງທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະການສື່ສານ (ກຕສ) ມີຄະນະນຳພະແນກເຕັກໂນໂລຊີ ແລະການສື່ສານ (ພຕສ), ຜູ້ຕາງໜ້າສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ບັນດາພະແນກການອ້ອມຂ້າງແຂວງ ຈາກ 7 ແຂວງພາກກາງ-ພາກໃຕ້ຄື: ສະຫວັນນະເຂດ, ບໍລິຄຳໄຊ, ຄຳມ່ວນ, ສາລະວັນ, ເຊກອງ, ຈຳປາສັກ, ອັດຕະປື ຕະຫຼອດເຖິງຄະນະຮັບຜິດຊອບປັບປຸງກົດໝາຍເຂົ້າຮ່ວມຢ່າງພ້ອມພຽງ.


ໂອກາດກ່າວເປີດກອງປະຊຸມຂອງທ່ານ ແກ້ວວິສຸກ ໂສລະພົມ ໄດ້ກ່າວວ່າ: ການປັບປຸງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ (ຫຼືອາຊະຍາກຳໄຊເບີ) ສະບັບນີ້ ປະກອບມີ 3 ປະການສຳຄັນຄື: 1. ເພື່ອສ້າງ ແລະປັບປຸງຂອບເຂດນິຕິກຳໃຫ້ມີຄວາມຮັດກຸມ ແລະທັນການ; 2. ເພື່ອປົກປ້ອງຄວາມໝັ້ນຄົງທາງໄຊເບີ ແລະ ຄວາມສະຫງົບຂອງສັງຄົມ; 3. ເພື່ອຍົກລະດັບການຮ່ວມມື ແລະ ເຊື່ອມໂຍງກັບສາກົນ. ກົດໝາຍສະບັບນີ້, ບໍ່ພຽງແຕ່ຈະເປັນເຄື່ອງມືໃນການຄຸ້ມຄອງຂອງລັດຖະບານເທົ່ານັ້ນ, ແຕ່ແມ່ນໝາກຫົວໃຈ ແລະ ເປັນບ່ອນອີງອັນໜັກແໜ້ນ ທີ່ມີຄວາມສຳຄັນທີ່ສຸດໃນການປົກປ້ອງປະຊາຊົນ ແລະ ສັງຄົມລາວ ໃຫ້ມີຄວາມປອດໄພໃນໂລກດິຈິຕອນ, ພ້ອມກັນນັ້ນ, ກົດໝາຍສະບັບນີ້ ຍັງເປັນກົນໄກຍຸດທະສາດໃນການສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນທັງພາຍໃນ ແລະຕ່າງປະເທດ ເພື່ອຂັບເຄື່ອນການພັດທະນາເສດຖະກິດດິຈິຕອນ ຢູ່ ສປປ ລາວ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວຢ່າງໝັ້ນຄົງ ແລະຍືນຍົງ.
:
ທ່ານ ສຸເນດໂຕ ຊາພັກດີ ຮອງຫົວໜ້າກົມຄວາມປອດໄພໄຊເບີ, ກຕສ, ທັງເປັນຫົວໜ້າຄະນະຄົ້ນຄວ້າເນື້ອໃນ ໄດ້ຂຶ້ນຜ່ານບົດລາຍງານກ່ຽວກັບສະພາບການຄົ້ນຄວ້າ ແລະການຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຍະຍາກຳທາງລະບົບຄອມພິວເຕີ ພ້ອມທັງນຳສະເໜີຮ່າງກົດໝາຍສະບັບດັ່ງກ່າວ. ເຊິ່ງກົດໝາຍ ວ່າດ້ວຍການຕ້ານ ແລະສະກັດກັ້ນອາຍະຍາກຳທາງລະບົບຄອມພິວເຕີສະບັບປີ 2015 ທີ່ນຳໃຊ້ໃນປະຈຸບັນ ເຫັນວ່າມີເນື້ອໃນບາງສ່ວນທີ່ບໍ່ທັນສອດຄ່ອງກັບສະພາບໄພຂົ່ມຂູ່ ຫຼື ໄພຄຸກຄາມ ຫຼື ຮູບແບບການໂຈມຕີທາງໄຊເບີ ແລະມາດຕະການສາກົນທີ່ປ່ຽນແປງໄປ. ດັ່ງນັ້ນ, ລັດຖະບານ ຈຶ່ງໄດ້ມອບໝາຍໃຫ້ຂະແໜງການກ່ຽວຂ້ອງ ກໍຄື ກຕສ ແລະທາງກະຊວງ ກໍ່ໄດ້ອອກຂໍ້ຕົກລົງເລກທີ 2693/ກຕສ, ລົງວັນທີ 19/8/2025 ວ່າດ້ວຍການແຕ່ງຕັ້ງຄະນະປັບປຸງ ຊຶ່ງປະກອບມີຕາງໜ້າກະຊວງ ປກຊ-ປກສ, ກະຊວງຍຸຕິທຳ, ຫ້ອງການສຳນັກງານນາຍົກລັດຖະມົນຕີ, ສະພາແຫ່ງຊາດ ແລະ ກຕສ. ຊຶ່ງຄະນະດັ່ງກ່າວ ໄດ້ຄົ້ນຄວ້າ ແລະ ປະຊຸມຊ້ອງໜ້າກັນໄດ້ຈຳນວນ 9 ຄັ້ງ, ໂດຍໄດ້ຄົ້ນຄວ້າເພີ່ມ ແລະຕັດພາກ, ໝວດ, ມາດຕາ, ເນື້ອໃນບາງຈຸດອອກ ໂດຍອີງໃສ່ບັນດາກົດໝາຍຂອງ ສສ ຫວຽດນາມ, ສປ ຈີນ, ໄທ, Budapest Convention, ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີ ແລະສະພາບຕົວຈິງການຂະຫຍາຍຕົວຂອງເຕັກໂນໂລຊີໃນ ສປປ ລາວ, ນອກນີ້ ກໍ່ຍັງໄດ້ຈັດກອງປະຊຸມທາບທາມຄຳຄິດຄຳເຫັນຈາກບັນດາກົມທຽບເທົ່າພາຍໃນກະຊວງ ຕສ 1 ຄັ້ງ ແລະຈັດກອງປະຊຸມເປີດກວ້າງທາບທາມຂັ້ນສູນກາງ 1 ຄັ້ງ, ຈຶ່່ງໄດ້ໂຄງຮ່າງກົດໝາຍສະບັບປັບປຸງ ປະກອບມີ 9 ພາກ, 5 ໝວດ ແລະ 68 ມາດຕາ.


ໂອກາດນີ້, ຜູ້ເຂົ້າຮ່ວມໃນກອງປະຊຸມ ຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາພາວະວິໄສຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນອາຍະຍາກຳທາງລະບົບຄອມພິວເຕີ. ທັງນີ້ກໍ່ເພື່ອສ້າງຄວາມເປັນເອກະພາບ ແລະເຮັດໃຫ້ເນື້ອຂອງຮ່າງກົດໝາຍສະບັບດັ່ງກ່າວ ຄົບຖ້ວນ, ສົມບູນ, ຮັດກຸມ ແລະຖືກຕ້ອງສອດຄ່ອງກັບສະພາບການຕົວຈິງໃນຍຸກປະຈຸບັນ.

ໃນໂອກາດລົງເຄື່ອນໄຫວວຽກງານທີ່ແຂວງສະຫວັນນະເຂດໃນຄັ້ງນີ້, ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກຕສ ພ້ອມຄະນະ ໄດ້ເຂົ້້າພົບປະຢ້ຽມຢາມທ່ານ ຄຳຜຸຍ ສີບຸນເຮືອງ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ. ໂອກາດດັ່ງກ່າວ ທັງສອງທ່ານ ກໍ່ໄດ້ມີການສົນທະນາຮ່ວມກັນໃນບາງບັນຫາສຳຄັນ ເປັນຕົ້ນການຫັນເປັນລັດດິຈິຕອນ ແລະການແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະແມ່ນພວກແກັ້ງສະແກຣມເມີທີ່ຫຼອກລວງທາງອອນລາຍ ເຊິ່ງປະຈຸບັນ ໄດ້ເກີດຂຶ້ນຢ່າງຫຼວງຫຼາຍໃນຂອບເຂດທົ່ວປະເທດ ກໍ່ຄືໃນການແຂວງສະຫວັນນະເຂດ ແລະມີຫຼາຍຮູບແບບ ອັນໄດ້ສ້າງຄວາມເສຍຫາຍຕໍ່ຊັບສິນຂອງປະຊາຊົນບັນດາເຜົ່າພວກເຮົາຢ່າງມະຫາສານ, ຊຶ່ງກະຊວງ ຕສ ແລະແຂວງສະຫວັນນະເຂດ ຈະໄດ້ຮ່ວມມື ແລະປະສານງານກັນເພື່ອແກ້ໄຂບັນຫາດັ່ງກ່າວນີ້ຢ່າງຈິງຈັງ.


ຂໍ້ມູນ: ຂ່າວສະຫວັນນະເຂດ

