18/06/2026
ວັນທີ 17 ມິຖຸນາ 2026, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ໄດ້ຈັດກອງປະຊຸມສ່ອງແສງວຽກງານກວດກາ ປະຈຳ 06 ເດືອນຕົ້ນປີ 2026 ຢ່າງເປັນທາງການ ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 2 ສູນອິນເຕີເນັດແຫ່ງຊາດ. ໃຫ້ກຽດເປັນປະທານໂດຍ ສະຫາຍ ໄຊລືຊາ ອິນສີຊຽງໃໝ່ ຄະນະປະຈຳພັກກະຊວງ, ປະທານ ຄະນະກວດກາພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ.
ເຂົ້າຮ່ວມໃນກອງປະຊຸມ ມີສະຫາຍຄະນະປະຈຳພັກກະຊວງ, ບັນດາສະຫາຍ ຄະນະກວດກາພັກກະຊວງ, ສະຫາຍເລຂາ ແລະ ຮອງເລຂາໜ່ວຍພັກ, ບັນດາປະທານກວດກາ ແລະ ຜູ້ຮັບຜິດຊອບເຮັດວຽກງານກວດກາ ຂອງໜ່ວຍພັກຮາກຖານ ຫ້ອງການ, ບັນດາກົມ, ສູນ, ອົງການ, ສະຖາບັນ ແລະ ຄະນະພັກຮາກຖານ ບັນດາບໍລິສັດ ວິສາຫະກິດ ທີ່ຂຶ້ນກັບອົງຄະນະພັກກະຊວງ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
:
ກອງປະຊຸມ ໄດ້ພ້ອມກັນຕີລາຄາຜົນງານການເຄື່ອນໄຫວ ໃນໄລຍະ 06 ເດືອນຕົ້ນປີ 2026 ທີ່ຜ່ານມາ, ພ້ອມທັງຜ່ານເນື້ອໃນທີ່ສຳຄັນ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດວຍກງານ ໃຫ້ເປັນເອກະພາບ ເຊັ່ນ: ມະຕິຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກວດກາພັກກະຊວງ ສະໄໝທີ III ແລະ ຂໍ້ກຳນົດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງປະທານກວດກາຄະນະພັກຮາກຖານ, ໜ່ວຍພັກຮາກຖານ ແລະ ຜູ້ຮັບຜິດຊອບວຽກງານກວດກາ. ນອກຈາກນີ້, ຍັງໄດ້ສ່ອງແສງລາຍງານກ່ຽວກັບວຽກງານກວດກາ ແລະ ວາງທິດທາງແຜນການ ສຳລັບໄຕມາດ III ປີ 2026 ເພື່ອສືບຕໍ່ນຳພາ-ຊີ້ນຳ ວຽກງານກວດກາ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ບັນລຸຕາມຄາດໝາຍ.
ກອງປະຊຸມ ສະຫາຍ ໄຊລືຊາ ອິນສີຊຽງໃໝ່ ປະທານກອງປະຊຸມ ໄດ້ໃຫ້ທິດຊີ້ນຳອັນສຳຄັນ ທີ່ໃຫ້ບັນດາໜ່ວຍພັກຮາກຖານ ຕ້ອງຍົກສູງຄວາມຮັບຜິດຊອບການເມືອງ, ເປັນເຈົ້າການສຶກສາອົບຮົມ ການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກພັກ; ຜັນຂະຫຍາຍບັນດາມະຕິກອງປະຊຸມໃຫຍ່ ຂອງພັກ, ມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ຫັນເປັນແຜນງານ, ໂຄງການ, ກົນໄກ ອັນລະອຽດ; ເພີ່ມທະວີວຽກງານປັບປຸງ ແລະ ກໍ່ສ້າງພັກ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນນໍາພາ; ເອົາໃຈໃສ່ນໍາພາ-ຊີ້ນຳ ວຽກງານບໍາລຸງ-ກໍ່ສ້າງພະນັກງານ ໃຫ້ມີລະດັບທາງດ້ານທິດສະດີການເມືອງ-ການປົກຄອງ, ວິຊາສະເພາະດ້ານຕ່າງໆ; ເອົາໃຈໃສ່ ນໍາພາວຽກງານປັບປຸງກົງຈັກການຈັດຕັ້ງ ຕາມທິດກະທັດຮັດ, ມີພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ຖືກຕ້ອງ ແລະ ສອດຄ່ອງກັບສະພາບຕົວຈິງ; ໝູນໃຊ້ນິຕິກໍາ ເປັນເຄື່ອງມືທີ່ສໍາຄັນໃນການຄຸ້ມຄອງມະຫາພາກ ແລະ ເພີ່ມທະວີປັບປຸງແບບແຜນການນໍາພາ ແລະ ວິທີເຮັດວຽກ ຂອງຄະນະພັກ ໃຫ້ຖືກຕ້ອງຕາມກົດລະບຽບຂອງພັກ, ຢຶດໝັ້ນ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ ເປັນຫຼັກ.
:
ໃນຕອນທ້າຍ, ສະຫາຍ ໄຊລືຊາ ອິນສີຊຽງໃໝ່ ປະທານກອງປະຊຸມ ໄດ້ເນັ້ນໜັກຕື່ມ ວຽກງານກວດກາ ບໍ່ພຽງແຕ່ເປັນວຽກງານເຕັກນິກວິຊາສະເພາະເທົ່ານັ້ນ, ຫາກແຕ່ເປັນໜ້າທີ່ການເມືອງອັນສຳຄັນຍິ່ງ ຂອງພະນັກງານ ຜູ້ຮັບຜິດຊອບວຽກງານກວດກາ ທຸກໆສະຫາຍ. ຜູ້ເຮັດວຽກງານກວດກາ ຕ້ອງຖືເອົາການປົກປ້ອງແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ລະບຽບການຕ່າງໆ ເປັນບຸລິມະສິດສູງສຸດ. ພ້ອມທັງຮຽກຮ້ອງ ໃຫ້ບັນດາຄະນະກວດກາພັກແຕ່ລະຂັ້ນ ແລະ ທຸກພາກສ່ວນ ຕ້ອງຖືເອົາວຽກງານກວດກາ ເປັນກະດູກສັນຫຼັງ ໃນການປົກປ້ອງຄວາມໂປ່ງໃສ ແລະ ຄວາມເຂັ້ມແຂງ ຂອງການຈັດຕັ້ງພັກ, ເອົາໃຈໃສ່ເພີ່ມທະວີການເຄື່ອນໄຫວຕິດຕາມ ກວດກາ ຢ່າງໃກ້ຊິດ, ມີຄວາມກ້າຫານ ແລະ ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້ ຢ່າງສົມຄູ່ ແລະ ສືບຕໍ່ປະຕິບັດຕາມທິດທາງແຜນການ ໃນໄຕມາດທີ III ທີ່ວາງໄວ້ຢ່າງເຂັ້ມງວດ ເພື່ອຮັບປະກັນ ໃຫ້ການຈັດຕັ້ງປະຕິບັດວຽກງານກວດກາ ພາຍໃນກະຊວງ ໄດ້ຮັບຜົນສຳເລັດຢ່າງຈົບງາມ.
ບົດຂ່າວ: ກົມກວດກາ
ຮູບພາບ: ທ່ານ ພຸດດາວອນ ພາສຸວັນ

