18/06/2026
ສະມາຊິກສະພາແຫ່ງຊາດຊຸດທີ X, ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ລົງເຄື່ອນໄຫວພົບປະ ແລະ ເຜີຍແຜ່ຜົນສຳເລັດ ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V, ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ໃນຕອນເຊົ້າຂອງວັນທີ 18 ມິຖຸນາ 2026. ໂດຍການນໍາພາຂອງ ທ່ານ ນະຄະເສນ ສີຫາລາດ, ກຳມະການພັກນະຄອນຫຼວງວຽງຈັນ, ຮອງປະທານຄະນະປະຈຳ ສະພາປະຊາຊົນ ນວ, ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V, ສະມາຊິກສະພາແຫ່ງຊາດຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ທ່ານ ໄຊລືຊາ ອິນສີຊຽງໃໝ່ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ ກຕສ, ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈໍາເຂດເລືອກຕັ້ງ 13, ແຂວງສະຫວັນນະເຂດ ພ້ອມດ້ວຍບັນດາສະມາຊິກສະພາແຫ່ງຊາດຊຸດທີ X ປະຈຳເຂດເລືອກຕັ້ງທີ 1, ບັນດາທ່ານຫົວໜ້າຫ້ອງການ, ກົມ, ສູນ, ສະຖາບັນ, ອົງການ ແລະ ບັນດາບໍລິສັດ ຂື້ນກັບອົງຄະນະພັກຂອງກະຊວງເຕັກໂນໂລຊີ ແລະ ການສື່ສານເຂົ້າຮ່ວມ.
ຈຸດປະສົງຂອງການລົງພົບປະຄັ້ງນີ້, ກໍເພື່ອພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະເລີກຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V. ຊຶ່ງເປັນການສະແດງເຖິງຄວາມເອົາໃຈໃສ່ຢ່າງໃກ້ຊິດຕໍ່ຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ, ໂດຍສະເພາະ ການຊຸກຍູ້ວຽກງານຫັນເປັນດິຈິຕອນ ຂອງ ສປປ ລາວ ບົນ 3 ເສົາຄໍ້າ ພາຍໃຕ້ ວິໃສທັດການພັດທະນາເສດຖະກິດດິຈິຕອນ ຮອດປີ 2040 ແລະ ແຜນການ 5 ປີ ເທື່ອທີ X ຂອງ ສປປ ລາວ. ທັງນີ້ ກໍເພື່ອຮັບຟັງຄໍາຄິດຄໍາເຫັນ, ຄໍາສະເໜີຂອງພະນັກງານແຫຼ່ງ ແລະ ພະນັກງານອ້ອມຂ້າງກະຊວງ ກ່ຽວກັບບັນຫາຂັດຂ້ອງໝອງໃຈຕ່າງໆ ເພື່ອສະເໜີຕໍ່ສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ.

ຂ່າວ: ເລັກເຊ່ຍ ສຸດທິວົງ
ພາບ: ພຸດດາວອນ ພາສຸວັນ

