ກອງປະຊຸມຝຶກອົບຮົມ ສົ່ງເສີມຄວາມເຂັ້ມແຂງທາງດ້ານການຄຸ້ມຄອງ ແລະ ບໍລິຫານວຽກງານໂທລະຄົມມະນາຄົມ, ໄປສະນີ ແລະ ເຕັກໂນໂລຊີ

19/06/2026

ກອງປະຊຸມຝຶກອົບຮົມ ສົ່ງເສີມຄວາມເຂັ້ມແຂງທາງດ້ານການຄຸ້ມຄອງ ແລະ ບໍລິຫານວຽກງານໂທລະຄົມມະນາຄົມ, ໄປສະນີ ແລະ ເຕັກໂນໂລຊີ

​​          ວັນ​ທີ 18 ມິຖຸນາ 2026 ທີ່ຜ່ານມາ, ທີ່ແຂວງຫຼວງພະບາງ ໄດ້ມີກອງປະຊຸມຝຶກອົບຮົມ ພາຍໃຕ້ຫົວຂໍ້: “ສົ່ງເສີມຄວາມເຂັ້ມແຂງທາງດ້ານການຄຸ້ມຄອງ ແລະ ບໍລິຫານວຽກງານໂທລະຄົມມະນາຄົມ, ໄປສະນີ ແລະ ເຕັກໂນໂລຊີ” ໃຫ້ແກ່ພະນັກງານຫຼັກແຫຼ່ງ ຈາກພະແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ) 08 ແຂວງພາກເໜືອ. ຊຶ່ງຈັດຂຶ້ນໂດຍການຮ່ວມມື ລະຫວ່າງ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ແລະ ພະແນກ ເຕັກໂນໂລຊີ ແລະ ການສື່ສານ (ພຕສ), ແຂວງຫຼວງພະບາງ. ໂດຍການເປັນປະທານຮ່ວມຂອງ ທ່ານ ນ. ເກ​ສອນ ສຸ​ລິ​ວົງ, ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, (ກຕສ) ແລະ ທ່ານ ແສງເພັດ ແກ້ວພົມມາ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ, ແຂວງ ຫຼວງພະບາງ ມີບັນດາຄະນະຮັບຜິດຊອບ, ນັກວິທະຍາກອນ ແລະ ນັກສຳມະນາກອນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຝຶກອົບຮົມໃນຄັ້ງນີ້, ກໍເພື່ອເປັນການຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ, ຄັ້ງທີ X ເພື່ອແນໃສ່ຍົກລະດັບຂີດຄວາມສາມາດ, ແລກປ່ຽນບົດຮຽນຕົວຈິງ ແລະ ເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ບຸກຄະລາກອນໃນລະດັບທ້ອງຖິ່ນ ໃຫ້ສາມາດກຳແໜ້ນ ແລະ ນຳພາການຫັນເປັນດິຈິຕອນ ຢູ່ພາຍໃນຂອບເຂດແຂວງຂອງຕົນ ຢ່າງມີທິດທາງ ແລະ ມີປະສິດທິພາບສູງ. ຊຶ່ງປະກອບມີຫຼາຍຫົວຂໍ້ທີ່ສໍາຄັນ ເປັນຕົ້ນແມ່ນ: ການສົ່ງເສີມການຫັນເປັນດິຈິຕອນ

ການນໍາໃຊ້ປັນຍາປະດິດ (AI), ການພັດທະນາ ແລະ ບໍລິຫານລະບົບການບໍລິການພາກລັດແບບດິຈິຕອນ

ວຽກງານໄປສະນີໃນຍຸກດິຈິຕອນ. ພ້ອມນັ້ນ, ຍັງໄດ້ມີກິດຈະກຳແບ່ງກຸ່ມສົນທະນາ ເພື່ອຮ່ວມກັນສ້າງແຜນສົ່ງເສີມຄວາມເຂັ້ມແຂງ ທາງດ້ານການຄຸ້ມຄອງ ແລະ ບໍລິຫານວຽກງານຂັ້ນແຂວງ ພ້ອມທັງມີການຂຶ້ນນຳສະເໜີແລກປ່ຽນ ກ່ຽວກັບສະພາບຄວາມເປັນຈິງ, ບົດຮຽນ ແລະ ສິ່ງທ້າທາຍ ໃນການຫັນເປັນດິຈິຕອນ ຂອງແຕ່ລະແຂວງ ຢ່າງກົງໄປກົງມາ.

ຕອນທ້າຍ, ທ່ານປະທານ ໄດ້ກ່າວສະຫຼຸບ ແລະ ຕີລາຄາສູງຕໍ່ໝາກຜົນ ຂອງການຝຶກອົບຮົມໃນຄັ້ງນີ້, ພ້ອມທັງໄດ້ເນັ້ນໜັກ ແລະ ຮຽກຮ້ອງໃຫ້ ນັກສຳມະນາກອນທຸກທ່ານ ທີ່ເປັນຕົວແທນຈາກ 08 ແຂວງພາກເໜືອ ຈົ່ງພ້ອມກັນນຳເອົາເນື້ອໃນຈິດໃຈ, ບົດຮຽນ, ເຕັກນິກ ແລະ ປະສົບການ ທີ່ໄດ້ຖອດຖອນຮ່ວມກັນ ໄປຜັນຂະຫຍາຍ, ປະຍຸກໃຊ້ ແລະ ຈັດຕັ້ງປະຕິບັດຕົວຈິງ ເຂົ້າໃນການບໍລິຫານ ແລະ ຄຸ້ມຄອງມະຫາພາກ ຢູ່ພາຍໃນແຂວງຂອງຕົນ ໃຫ້ເກີດດອກອອກຜົນ ເພື່ອຮ່ວມກັນຂັບເຄື່ອນ ປະເທດຊາດກ້າວສູ່ເສດຖະກິດ ແລະ ສັງຄົມດິຈິຕອນ ຢ່າງຍືນຍົງ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ