22/06/2026
ໃນວັນທີ 19 ມີຖຸນາ 2026 ທີ່ຜ່ານມາ, ທີ່ ສວນອຸທະຍານ ດິຈິຕອນ (Lao Digital Park), ກົມຄວາມປອດໄພໄຊເບີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ໄດ້ຈັດການແຂ່ງຂັນ ດ້ານວຽກງານຄວາມປອດໄພໄຊເບີ, ໃນຫົວຂໍ້: SIEM Cyber Security CTF 2026 ຮ່ວມກັບ ບໍລິສັດ ໄຊເບີຣັດ ຈໍາກັດ ແລະ ບໍລິສັດ Fortinet ຈຳກັດ ຈາກ ປະເທດໄທ, ໂດຍການເຂົ້້າຮ່ວມ ແລະ ເປັນປະທານ ຂອງ ທ່ານ ນາງ ພິສິດໄພ ກອກມີລາ ຮອງຫົວໜ້າກົມຄວາມປອດໄພໄຊເບີ, ກະຊວງເຕັກໂນໂລຊີ ແລະການສື່ສານ ແລະ ມີບັນດາທ່ານຮອງຫົວໜ້າຫ້ອງການ, ສູນ, ສະຖາບັນ ແລະອົງການ ພ້ອມດ້ວຍຄະນະຮັບຜິດຊອບຈັດງານການແຂ່ງຂັນ, ພາຍໃນ ກະຊວງເຕັກໂນໂລຊີ ແລະການສື່ສານ ເຂົ້າຮ່ວມຢ່າງພ້ອມພຽງ.


ຈຸດປະສົງຂອງການແຂ່ງຂັນ ເພື່ອເປັນການສົ່ງເສີມຄວາມຮູ້, ວິໄສທັດ ແລະ ທັກສະການປະຕິບັດງານຕົວຈິງ (Hands-on Skills) ດ້ານຄວາມປອດໄພໄຊເບີ ໃຫ້ແກ່ ນັກສຶກສາ ແລະ ບຸກຄະລາກອນໄດ້ສະແດ ທັງພາກລັດ ແລະ ເອກະຊົນ. ໂດຍການແຂ່ງຂັນແມ່ນຈະເນັ້ນ ການວິເຄາະເຫດການ ການໂຈມຕີຈາກ Log Files, ການກວດຫາໄພຄຸກຄາມ (Threat Hunting), ການລະບຸຮູບແບບການໂຈມຕີ ແລະ ການຕິດຕາມຮ່ອງຮອຍຂອງຜູ້ຄຸກຄາມໃນລະບົບເຄືອຂ່າຍ. ນອກຈາກນັ້ນ, ການຈັດກິດຈະກໍາດັ່ງກ່າວ ຍັງໄດ້ຄັດເລືອກເອົາ ບຸກຄະລາກອນ, ນັກສຶກສາ ຜູ້ທີ່ມີຄວາມສາມາດ ແລະ ມີຜົນງານດີເດັ່ນ ເພື່ອຈະເປັນຕົວແທນ ຂອງ ສປປ ລາວ ໄປເຂົ້າຮ່ວມການແຂ່ງຂັນ ແລະ ການຝຶກຊ້ອມດ້ານຄວາມປອດໄພໄຊເບີໃນລະດັບພາກພື້ນ ແລະ ສາກົນ ພາຍໃນປີ 2026 ເຊັ່ນ:
ເປັນຕົວແທນໃນການເຂົ້າຮ່ວມແຂ່ງຂັນວຽກງານຄວາມປອດໄພໄຊເບີໃນລະດັບພາກພື້ນ ASEAN Cyber Sea Game 2026, ຈັດຂຶ້ນໃນວັນທີ 26-27 ຕຸລາ 2026, ທີ່ ບາງກອກ ປະເທດໄທ;
ເປັນຕົວແທນເຂົ້າຮ່ວມການແຂ່ງຂັນ Positive Hack Camp ທີ່ປະເທດ ຣັດເຊຍ, ນະຄອນມົດສະກູ ທ້າຍປີ 2026





