24/06/2026
ເພື່ອສືບຕໍ່ຜັນຂະຫຍາຍ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ຕາມທິດ "4 ດີ" ແລະ ເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ເຂົ້າສູ່ລວງເລິກ ໂດຍສະເພາະແມ່ນໃນຂົງເຂດວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ໃຫ້ມີໝາກຜົນຕົວຈິງນັບມື້ນັບຫຼາຍຂຶ້ນ. ໃນວັນທີ 24 ມິຖຸນາ 2026, ທີ່ໂຮງແຮມຮໍລິເດອິນ, ນະຄອນຫຼວງວຽງຈັນ ໄດ້ມີ ກອງປະຊຸມຄະນະກໍາມະການຮ່ວມມືດ້ານວິທະຍາສາດ ເເລະ ເຕັກໂນໂລຊີ ລາວ-ຈີນ ຄັ້ງທີ 2 ລະຫວ່າງ ກະຊວງເຕັກໂນໂລຊີ ເເລະ ການສື່ສານ ສປປ ລາວ ເເລະ ກະຊວງວິທະຍາສາດ ເເລະ ເຕັກໂນໂລຊີ ສປ ຈີນ, ຕາງໜ້າຝ່າຍ ສປປ ລາວ ນໍາໂດຍ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ຕາງໜ້າຝ່າຍ ສປ ຈີນ ນໍາໂດຍ ທ່ານ ນາງ ຫຼິນ ຊິນ (Lin Xin), ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປ ຈີນ, ມີຜູ້ຕາງໜ້າຈາກສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ບັນດາຄະນະຜູ້ແທນ ທັງສອງຝ່າຍເຂົ້າຮ່ວມ.


ໂອກາດນີ້, ທ່ານ ແກ້ວວີສຸກ ໂສລະພົມ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນຝ່າຍ ສປ ຈີນ ແລະ ມີຄໍາເຫັນຕໍ່ກອງປະຊຸມ ຊຶ່ງມີເນື້ອໃນບາງຕອນວ່າ: ໃນໄລຍະຜ່ານມາ, ສອງກະຊວງ ໄດ້ຮ່ວມກັນລົງນາມເອກະສານຮ່ວມມືຫຼາຍສະບັບ ຊຶ່ງສະບັບລ່າສຸດແມ່ນ ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການແລກປ່ຽນຜູ້ນຳທີ່ມີພອນສະຫວັນດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ (MoU on Science, Technology and Innovation Leadership Talent Exchange Program) ເປັນ 1 ໃນ 32 ສະບັບ ທີ່ສອງສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ສປ ຈີນ ຮ່ວມເປັນສັກຂີພະຍານໃນການລົງນາມດັ່ງກ່າວ ໃນວັນທີ 05 ມິຖຸນາ 2026 ຜ່ານມາ ທີ່ ນະຄອນຫລວງປັກກິ່ງ. ໃນຍຸກສະໄໝແຫ່ງການປະຕິວັດອຸດສາຫະກໍາ ຄັ້ງທີ 4 (Industry 4.0) ວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນກໍາລັງຂັບເຄື່ອນອັນສໍາຄັນໃນການພັດທະນາປະເທດຊາດ. ສປ ຈີນ ແມ່ນປະເທດໜຶ່ງທີ່ມີຄວາມກ້າວໜ້າ ແລະ ເປັນຜູ້ນໍາໜ້າໃນລະດັບໂລກ ດ້ານການຄົ້ນຄວ້າວິທະຍາສາດ ແລະ ການສ້າງສັນນະວັດຕະກໍາໃໝ່.

ການພົບປະຂອງສອງຝ່າຍໃນຄັ້ງນີ້, ແມ່ນເພື່ອທົບທວນຄືນໝາກຜົນຂອງການຮ່ວມມື ໃນໄລຍະຜ່ານມາ ເພື່ອຖອດຖອນບົດຮຽນຮ່ວມກັນ, ພ້ອມທັງກໍານົດທິດທາງ ປຶກສາຫາລື ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ ໃຫ້ສອດຄ່ອງກັບທ່າແຮງ ແລະ ຄວາມຕ້ອງການຕົວຈິງຂອງທັງສອງຝ່າຍ ເຊັ່ນ: ການຖ່າຍທອດເຕັກໂນໂລຊີ, ການຮ່ວມມືຄົ້ນຄວ້າຫ້ອງທົດລອງ ແລະ ການສ້າງລະບົບນິເວດນະວັດຕະກໍາ.


