ຄຊປປລ ກຕສ ໄດ້ຈັດກອງປະຊຸມສ່ອງແສງ ປະຈຳໄຕມາດ II ປີ 2026

25/06/2026

ຄຊປປລ ກຕສ ໄດ້ຈັດກອງປະຊຸມສ່ອງແສງ ປະຈຳໄຕມາດ II ປີ 2026

ໃນຕອນບ່າຍ ວັນທີ 23 ມີຖຸນາ 2026, ທີ່ຫ້ອງປະຊຸມ ບໍລິສັດ ລາວໂທລະຄົມ ມະຫາຊົນ, ຄະນະບໍລິຫານງານຊາວໜຸ່ມຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ຄຊປປລ ກຕສ) ໄດ້ຈັດກອງປະຊຸມສ່ອງແສງ ປະຈຳໄຕມາດ II ປີ 2026, ໂດຍການເປັນປະທານຂອງ ສະຫາຍ ພວງປະເສີດ ແກ້ວສຸວັນ, ຄະນະປະຈຳພັກ, ເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີບັນດາສະຫາຍຮອງເລຂາ, ຄະນະປະຈຳ ແລະ ກຳມະການ ຄະນະບໍລິຫານງານຊາວໜຸ່ມກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໃນຄັ້ງນີ້ ໄດ້ຮ່ວມກັນທົບທວນ ແລະ ສະຫຼຸບຕີລາຄາສູງຕໍ່ຜົນງານການເຄື່ອນໄຫວວຽກງານຂອງ ຄຊປປລ ກຕສ ໃນໄລຍະ 3 ເດືອນຜ່ານມາ (ເມສາ, ພຶດສະພາ, ແລະ ມິຖຸນາ) ພ້ອມທັງຜ່ານທິດທາງແຜນການປະຈຳໄຕມາດ 2 ຂອງປີ 2026. ໃນນັ້ນ, ກອງປະຊຸມໄດ້ສຸມໃສ່ປຶກສາຫາລື ແລະ ຄົ້ນຄວ້າວຽກງານຈຸດສຸມທີ່ສຳຄັນ ດັ່ງນີ້:

ການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ (MoU) ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຊື່ງ ກອງປະຊຸມໄດ້ສະເໜີຜ່ານ (ຮ່າງ) ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຈັດຕັ້ງຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈ (MoU) ວ່າດ້ວຍການຮ່ວມມືດ້ານເຕັກໂນໂລຊີ ແລະ ການສື່ສານ ໃນຂົງເຂດຊາວໜຸ່ມ-ເຍົາວະຊົນ ລະຫວ່າງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ເພື່ອເປັນບ່ອນອີງໃນການຮ່ວມມືສ້າງກິດຈະກຳ ແລະ ຫັນວຽກງານຊາວໜຸ່ມໃຫ້ເປັນທັນສະໄໝ.

ການຕິດຕາມຄວາມຄືບໜ້າລະບົບຄຸ້ມຄອງວຽກງານຊາວໜຸ່ມແບບທັນສະໄໝ ໂດຍຄະນະຮັບຜິດຊອບໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດສັນຍາຮ່ວມມື ວ່າດ້ວຍການພັດທະນາ ແລະ ຄຸ້ມຄອງລະບົບວຽກງານຊາວໜຸ່ມແບບທັນສະໄໝ (ລະບົບຄຸ້ມຄອງ ສຊ ຊໜ ກຕສ) ຮ່ວມກັບ ບໍລິສັດ ວັນມີຣາໂຄ ດິຈິຕອນ ແລະ ໄອຊີທີ ແບບມີສ່ວນຮ່ວມ ຈຳກັດຜູ້ດຽວ ເຊິ່ງເປັນການຫັນເອົາເຕັກໂນໂລຊີດິຈິຕອນ ເຂົ້າໃນການບໍລິຫານ ແລະ ເກັບກຳຂໍ້ມູນສະມາຊິກຊາວໜຸ່ມໃຫ້ມີຄວາມວ່ອງໄວ ແລະ ຊັດເຈນ.

ນອກຈາກວຽກງານຈຸດສຸມທັງສອງແລ້ວ, ກອງປະຊຸມຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າຈາກຫົວໜ້າຄະນະອະນຸກຳມະການ ແລະ ຜູ້ຊີ້ນຳ ເປັນຕົ້ນແມ່ນ ວຽກງານຈັດຕັ້ງ-ກວດກາ, ວຽກງານຂະບວນການ, ແລະ ວຽກງານແຜນການ ແລະ ການເງິນ. ພ້ອມທັງໄດ້ທົບທວນຄືນໜ້າວຽກທີ່ໄດ້ຊີ້ນໍາໃນກອງປະຊຸມຄົບຄະນະບໍລິຫານງານ ຄຊປປລ ກຕສ ປະຈຳໄຕມາດ 1 ຜ່ານມາ.

ໃນໂອກາດດຽວກັນ, ກອງປະຊຸມຍັງໄດ້ຮ່ວມກັນຄົ້ນຄວ້າ ແລະ ປຶກສາຫາລື ກ່ຽວກັບການປະກອບສ່ວນຊ່ວຍເຫຼືອຊາວໜຸ່ມແຂວງຫົວພັນ ໃນໂອກາດທີ່ຈະລົງເຄື່ອນໄຫວວຽກງານຊາວໜຸ່ມ-ເຍົາວະຊົນ ພ້ອມທັງສໍາຫຼວດພື້ນທີ່ຂະຫຍາຍເຄືອຂ່າຍສັນຍານອິນເຕີເນັດຢູ່ແຂວງຫົວພັນ.ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ເລຂາ ຄຊປປລ ກະຊວງ ຕສ ໄດ້ໃຫ້ກຽດມີຄຳເຫັນເຈາະຈີ້ມ ແລະ ຊີ້ນຳ, ໂດຍສະຫາຍໄດ້ເນັ້ນໜັກໃຫ້ບັນດາອະນຸກຳມະການຊ່ວຍວຽກ, ເລຂາຊາວໜຸ່ມຮາກຖານ ແລະ ໜ່ວຍຊາວໜຸ່ມທຸກຂັ້ນ ຈົ່ງເພີ່ມທະວີຄວາມຮັບຜິດຊອບ ເອົາໃຈໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດາຄາດໝາຍ, ໜ້າວຽກທີ່ໄດ້ຕົກລົງກັນໃນກອງປະຊຸມຄັ້ງນີ້ໃຫ້ປາກົດຜົນເປັນຈິງ ແລະ ມີປະສິດທິພາບສູງສຸດ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ