25/06/2026
ຕອນເຊົ້າຂອງວັນທີ 22 ມິຖຸນາ 2026 ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງຫຼວງພະບາງ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມຄະນະ ໄດ້ເຂົ້າພົບປະການນຳແຂວງ ເນື່ອງໃນໂອກາດທີ່ມາເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ.

ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບ ຄະນະຈາກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຊິ່ງຈຸດປະສົ່ງຂອງການລົງມາເຄື່ອນໄຫວເຮັດວຽກຄັ້ງນີ້ແມ່ນເພື່ອຮ່ວມກອງປະຊຸມເປີດກວ້າງທາບທາມປະກອບຄຳເຫັນໃສ່ “ຮ່າງ” ກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນອາສະຍາກຳທາງລະບົບຄອມພິວເຕີ (ສະບັບປັບປຸງ), ເພື່ອສ້າງ ແລະ ປັບປຸງຂອບເຂດນິຕິກຳໃຫ້ແທດເໝາະ, ມີຄວາມຫັດກຸມ ແລະທັນການ; ປົກປ້ອງຄວາມໝັ້ນຄົງທາງໄຊເບີ ແລະຄວາມສະຫງົບຂອງສັງຄົມ; ທັງເປັນການຍົກລະດັບການຮ່ວມມື ແລະເຊື່ອມໂຍງກັບສາກົນ. ກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນ ອາສະຍາກຳທາງລະບົບຄອມພິວເຕີ (ສະບັບປັບປຸງ), ໄດ້ຮັບການສ້າງຂື້ນເພື່ອເປັນບ່ອນອີງອັນໜັກແໜ້ນ ທີ່ມີຄວາມສຳຄັນທີ່ສຸດ ໃນການປົກປ້ອງປະຊາຊົນ ແລະສັງຄົມລາວ ໃຫ້ມີຄວາມປອດໄພໃນໂລກດິຈິຕອນ, ພ້ອມທັງເປັນກົນໄກຍຸດທະສາດ ໃນການສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນທັງພາຍໃນ ແລະຕ່າງປະເທດ ເພື່ອຂັບເຄື່ອນການພັດທະນາເສດຖະກິດດິຈິຕອນ ຢູ່ ສປປ ລາວ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວຢ່າງໝັ້ນຄົງ ແລະຍືນຍົງ. ໂອກາດນີ້ ປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ໄດ້ມີການສົນທະນາບາງບັນຫາສຳຄັນ ກັບຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນຕົ້ນ ການຫັນເປັນລັດດິຈິຕອນ ແລະການແກ້ໄຂບັນຫາປະກົດການຫຍໍ້ທໍ້ ໃນສັງຄົມທີ່ຕິດພັນກັບຄວາມປອດໄພທາງໄຊເບີ, ການພັດທະນາແພັລດຟອມ ທີ່ເປັນອັນສະເພາະສຳຫຼັບລະບົບບໍລິຫານລັດ ເພື່ອໃຫ້ສາມາດເຊື່ອງໂຍງດ້ານຂໍ້ມູນລະຫວ່າງທ້ອງຖິ່ນກັບສູນກາງ ແລະລວມທັງການພັດທະນາຊັບພະຍາກອນມະນຸດ ດ້ານດີຈິຕອນໃນຂັ້ນທ້ອງຖິ່ນໃຫ້ເປັນຮູບປະທຳ.




