ທີເປີດການແຂ່ງຂັນ China-ASEAN Innovation and Entrepreneurship Competition (CAIEC) ຄັ້ງທີ 4

25/06/2026

ທີເປີດການແຂ່ງຂັນ China-ASEAN Innovation and Entrepreneurship Competition (CAIEC) ຄັ້ງທີ 4

ໃນຕອນເຊົ້າ ຂອງວັນທີ 25 ມິຖຸນາ 2026, ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ຮ່ວມກັບ ກະຊວງວິທະຍາສາດ ແລະ ເທັກໂນໂລຊີ ສປ ຈີນ, ແລະ ສໍານັກເລຂາທິການອາຊຽນ ໄດ້ຈັດພິທີເປີດການແຂ່ງຂັນ ນະວັດຕະກຳ ແລະ ປະກອບການ ຈີນ-ອາຊຽນ ຄັ້ງທີ 4 (The 4th China-ASEAN Innovation and Entrepreneurship Competition (CAIEC)) ຢ່າງເປັນທາງການ ທີ່ ໂຮງແຮມ Holiday Inn & Suite Vientiane. ພິທີດັ່ງກ່າວ ໄດ້ຮັບກຽດເປັນປະທານ ແລະ ກ່າວເປີດ ໂດຍ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ເປັນປະທານຮ່ວມ ໂດຍ ທ່ານ ນາງ ລິນ ຊິນ (Lin Xin), ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປ ຈີນ. ໃນໂອກາດດັ່ງກ່າວ ທ່ານໄດ້ກ່າວຕ້ອນຮັບ ທ່ານ ຊຽງ ເຮັງ ຮຸນ (Siengheng HUL) ຮອງລັດຖະມົນຕີ ກະຊວງອຸດສາຫະກຳ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ແຫ່ງ ກຳປູເຈຍ; ທ່ານ ໄຊ ຈໍ ໄນ (Sai Kyaw Naing Oo) ປະທານຄະນະກຳມະການວິທະຍາສາດ ແລະ ເຕັກໂນໂລຊີອາຊຽນ (COSTI) ແລະ ຮອງລັດຖະມົນຕີ ປະຈຳກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ມຽນມາ. ນອກນັ້ນ, ຍັງມີຫົວໜ້າຫ້ອງການ, ກົມ, ສູນ, ສະຖາບັນ ແລະ ຄະນະຮັບຜິດຊອບທັງສອງຝ່າຍ ພ້ອມທັງມີນັກປະດິດສ້າງ, ຜູ້ປະກອບການ, ນັກລົງທຶນ ແລະ ນັກຄົ້ນຄວ້າ ຈາກບັນດາປະເທດອາຊຽນ ແລະ ສປ ຈີນ ເຂົ້າຮ່ວມທັງໝົດ ຈຳນວນ 60 ກວ່າທ່ານ.

ກອງປະຊຸມດັ່ງກ່າວ ແມ່ນໄດ້ສະແດງໃຫ້ເຫັນເຖິງຄວາມສຳຄັນໃນຍຸກທີ່ການປ່ຽນແປງດ້ານດິຈິຕອນ ແລະ ປັນຍາປະດິດ (AI) ກຳລັງປ່ຽນແປງເສດຖະກິດ ແລະ ສັງຄົມໂລກ. ການລົງທຶນດ້ານນະວັດຕະກຳ, ເຕັກໂນໂລຊີ, ການປະກອບການ ແລະ ການພັດທະນາຊັບພະຍາກອນມະນຸດ ເປັນປັດໄຈສຳຄັນຕໍ່ການເຕີບໂຕຢ່າງຍືນຍົງ. ສຳລັບ ສປປ ລາວ, ການພັດທະນາເສດຖະກິດດິຈິຕອນ ແລະ ການສ້າງນະວັດຕະກຳ ແມ່ນໜຶ່ງໃນບຸລິມະສິດຂອງລັດຖະບານ ຕາມວິໄສທັດ 20 ປີ (2021-2040) ແລະ ຍຸດທະສາດ 10 ປີ (2021-2030) ວ່າດ້ວຍການພັດທະນາເສດຖະກິດດິຈິຕອນ. ການແຂ່ງຂັນໃນປີນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້ “Innovation Cooperation for a Shared Dream” ໂດຍມຸ່ງເນັ້ນການນຳໃຊ້ AI ໃນຂະແໜງການຕ່າງໆ ເປັນຕົ້ນແມ່ນ: ອຸດສາຫະກຳ, ກະສິກຳ, ການຂົນສົ່ງ, ວັດທະນະທຳ, ການແພດ, ການເງິນ ແລະ ການສຶກສາ. ກິດຈະກຳນີ້ ບໍ່ພຽງແຕ່ເປັນເວທີແຂ່ງຂັນເທົ່ານັ້ນ ແຕ່ຍັງເປັນເວທີສຳລັບການຄົ້ນຫານັກນະວັດຕະກຳລຸ້ນໃໝ່, ເຊື່ອມໂຍງຜູ້ປະກອບການກັບນັກລົງທຶນ, ສົ່ງເສີມການຖ່າຍທອດເຕັກໂນໂລຊີ ແລະ ເສີມສ້າງການຮ່ວມມືໃນພາກພື້ນ. ການແຂ່ງຂັນ CAIEC ຄັ້ງທີ 4 ນີ້ ປະກອບມີຜູ້ເຂົ້າຮ່ວມຈາກມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ວິສາຫະກິດ ແລະ ອົງກອນຈາກບັນດາປະເທດອາຊຽນ ແລະ ຈີນ. ເຊິ່ງຮອບຊິງຊະນະເລີດກໍໄດ້ຈັດຂຶ້ນໃນນະຄອນຫຼວງວຽງຈັນ ເພື່ອຄັດເລືອກເອົາບັນດາໂຄງການຕ່າງໆທີ່ເໝາະສົມ ແລະ ມອບລາງວັນໃຫ້ແກ່ທີມ ຫຼື ວິສາຫະກິດທີ່ມີຜົນງານໂດດເດັ່ນ.

ໃນຕອນທ້າຍ, ທ່ານ ແກ້ວວິສຸກ ໂສລະພົມ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການແຂ່ງຂັນໃນຄັ້ງນີ້ຈະປະສົບຜົນສຳເລັດ ແລະ ຊ່ວຍເສີມສ້າງຄວາມຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການປະກອບການ ລະຫວ່າງ ອາຊຽນ ແລະ ຈີນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ທັງນີ້ ກໍເພື່ອຮ່ວມກັນສ້າງອະນາຄົດດິຈິຕອນທີ່ຍືນຍົງ, ຄອບຄຸມສຳລັບປະຊາຊົນໃນພາກພື້ນ ແລະ ໂດຍສະເພາະ ສປປ ລາວ ເພື່ອເພີ່ມເປັນກຳລັງແຮງ ຊຸກຍູ້ ສົ່ງເສີມໃນການຫັນເປັນດິຈິຕອນໃນທົ່ວສັງຄົມລາວ ອີກດ້ວຍ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ